ເຄັດລັບການຮຽນ 3 ນ້ອງ ທີ່ຄວ້າໃບປະກາສະນີຍະບັດດີເລີດ

355

ການສອບເສັງຊັ້ນມັດທະຍົມປາຍສຳເລັດໄປແຕ່ທ້າຍເດືອນມິຖຸນາ, ປັດຈຸບັນນ້ອງນັກຮຽນທີ່ຮຽນຈົບຊັ້ນ ມ 7 ກຳລັງຢູ່ໃນລະຫວ່າງການກຽມຄວາມພ້ອມໃນການສອບເສັງເຂົ້າມະຫາວິທະຍາໄລ ຫຼື ວິຊາຊີບຕ່າງໆ.

ເພື່ອເປັນການປູແນວທາງໃຫ້ຮຸ່ນນ້ອງ ຂ່າວເສດຖະກິດ – ການຄ້າ ຈຶ່ງໄດ້ນຳເອົາເຄັດລັບດີໆເພື່ອກ້າວສູ່ການເປັນນັກຮຽນດີຮຽນເກັ່ງຈາກ 3 ນ້ອງຜູ້ໄດ້ຮັບໃບປະກາສະນີຍະບັດດີເລີດ ( ໃບປະກາດແດງ ) ໃນພິທີສະຫຼຸບການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ມ 7 ນະຄອນຫຼວງວຽງຈັນ ສົກຮຽນ2018 – 2019 ທີ່ມີຂຶ້ນໃນວັນສຸກທີ່ຜ່ານມາ.

ທ້າວ ສຸກສະຫວັນ ດວງໄຊຍະວົງ ຈາກໂຮງຮຽນ ມສ ວຽງສະຫວັນ ໄດ້ໃບປະກາສະນີຍະບັດດີເລີດ ຄະແນນບໍ່ຫຼຸດ 9 ໃຫ້ສໍາພາດ ວ່າ: ສົມກັບຄວາມຕັ້ງໃຈທີ່ຕົນເອງໄດ້ຕັ້ງໃຈຮຽນມາແຕ່ນ້ອຍຈົນປະສົບຜົນສໍາເລັດໃນມື້ນີ້ ແລະ ດີໃຈຫຼາຍທີ່ຕົນເອງໄດ້ພະຍາຍາມເຮັດມາ ລວມທັງເປັນການສ້າງຄວາມພາກພູມໃຈໃຫ້ຄົນທີ່ເຮົາຮັກ ແລະ ຄອບຄົວທີ່ສະໜັບສະໜູນມາຕະຫຼອດ. ສໍາລັບສາຍທີ່ນ້ອງເອງຢາກຮຽນຕໍ່ຄືແພດສາດ ເພື່ອວ່າຕົນເອງຈະໄດ້ໃຊ້ຄວາມຮູ້ທີ່ຮຽນມາປິ່ນປົວ ແລະ ຢາກໃຫ້ທຸກຄົນມີສຸຂະພາບທີ່ແຂງແຮງ ໂດຍຈະຕ້ອງໄດ້ໃຊ້ຄວາມພະຍາຍາມ ແລະ ອົດທົນສູງໃນການເສັງເຂົ້າ ນ້ອງເອງຈະຕ້ອງໄດ້ເບິ່ງບົດຮຽນຫຼາຍຂຶ້ນ ເພື່ອກຽມສອບເສັງພ້ອມທັງຮຽນເພີ່ມຕື່ມອີກ. ສ່ວນເຄັດລັບໃນການຮຽນຂອງນ້ອງແມ່ນການຕັ້ງໃຈຟັງຕາມທີ່ອາຈານສອນ, ໝັ່ນອ່ານໜັງສື ແລະ ໂຕໃດທີ່ບໍ່ເຂົ້າໃຈຕ້ອງຖາມອາຈານ.

ນາງ ປະວິນາ ສຸພົນ ຈາກໂຮງຮຽນ ມສ ວຽງສະຫວັນ ໄດ້ໃບຍ້ອງຍໍເສັງໄດ້ຄະແນນບໍ່ຫຼຸດ 7 ໃຫ້ສໍາພາດ ວ່າ: ນ້ອງຮູ້ສຶກຍິນດີຫຼາຍທີ່ໄດ້ໃບຍ້ອງຍໍທັງເປັນການສ້າງຄວາມພາກພູມໃຈໃຫ້ຄອບຄົວ ເຊິ່ງນ້ອງເອງໄດ້ຕັ້ງໃຈຮຽນມາແຕ່ຕອນຍັງນ້ອຍແລ້ວ ແລະ ໃນທີ່ສຸດນ້ອງກໍຈົບການສຶກສາຊັ້ນ ມ 7. ສ່ວນເຄັດລັບຂອງການຮຽນຂອງນ້ອງຄືໝັ່ນຖາມ ແລະ ມັກຄົ້ນຫາຄໍາຕອບຈົນໄດ້ ເຊິ່ງນ້ອງຈະມັກຮຽນດ້ວຍຕົນເອງກ່ອນແລ້ວຈຶ່ງຖາມ. ເມື່ອນ້ອງຮຽນຈົບກໍມີແຜນໄປຮຽນຕໍ່ທີ່ປະເທດຈີນ ເຊິ່ງນ້ອງໄດ້ເລີ່ມຮຽນພາສາຈີນ ຕັ້ງແຕ່ ມ 5 ເປັນຕົ້ນມາ ເພື່ອສ້າງພື້ນຖານທາງດ້ານພາສາໃຫ້ດີກ່ອນຈຶ່ງໄປຮຽນຕໍ່.

ນາງ ສອນນາລິນ ອາດສະນາວົງ ຈາກໂຮງຮຽນ ມສ ວຽງສະຫວັນ ໄດ້ໃບຍ້ອງຍໍເສັງໄດ້ຄະແນນບໍ່ຫຼຸດ 7 ໃຫ້ສໍາພາດ ວ່າ: ນ້ອງຕັ້ງໃຈຮຽນມາຕະຫຼອດຈົນໄດ້ຜົນໃນມື້ນີ້ ເຊິ່ງນ້ອງເອງກໍຢາກແນະນໍາໃຫ້ບັນດາຮຸ່ນນ້ອງທີ່ຍັງບໍ່ປະສົບຜົນສຳເລັດໃນດ້ານການຮຽນໃຫ້ຕັ້ງໃຈແຕ່ຕອນຍັງນ້ອຍ ຖ້າໃຫຍ່ແລ້ວຈະມາຕັ້ງໃຈອາດບໍ່ທັນ. ນ້ອງດີໃຈທີ່ເຮັດໃຫ້ຄອບຄົວພູມໃຈສໍາລັບສາຍທີ່ນ້ອງຢາກຮຽນຕໍ່ແມ່ນແພດ ເພື່ອຈະໄດ້ມາປິ່ນປົວຄອບຄົວ ແລະ ທຸກຄົນ. ສາຍນີ້ເປັນສາຍທີ່ວ່າໜັກພໍສົມຄວນທັງການຮຽນ ແລະ ການປະຕິບັດຕົວຈິງ. ສະນັ້ນ, ນ້ອງຈະຕ້ອງໄດ້ກະກຽມ ຄວາມພ້ອມໃນການເສັງເຂົ້າຮຽນຕໍ່ໃນສາຍນີ້ໃຫ້ໄດ້.

( ຂ່າວ: ທິບອຸສາ; ຮູບ: ບຸນປະເສີດ )