ເຕືອນ! ທົ່ວທຸກພາກກຽມຮັບມືກັບພາຍຸວິພາ ມາແທ້ບ້ານເຮົາ

77

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຕືອນພາຍຸໜູນເຂດຮ້ອນທີ່ຈະເຄື່ອນທີ່ເຂົ້າພາກເໜືອຂອງ ສສ ຫວຽດນາມ ໃນວັນທີ 1-2 ສິງຫານີ້ ອາດຈະສົ່ງຜົນໃຫ້ທົ່ວທຸກພາກຂອງປະເທດລາວມີຝົນຕົກໜັກໃນລະຫວ່າງວັນທີ 3-5 ສິງຫາ, ດ້ານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ຮຽກຮ້ອງໃຫ້ປະຊາຊົນກຽມຄວາມພ້ອມ, ປ້ອງກັນ ແລະ ຮັບມືກັບເຫດການໄພພິບັດທີ່ອາດເກີດຂຶ້ນໃຫ້ທັນເວລາ.

 

ສະພາບນໍ້າຖ້ວມເມືອງນານ ແຂວງຫຼວງພະບາງ

 

ດັ່ງນັ້ນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃນນາມປະທານ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ຈຶ່ງອອກແຈ້ງການເລກທີ 2724/ຮສສ ລົງວັນທີ 1 ສິງຫາ 2019 ເຖິງທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ນະຄອນຫຼວງ, ແຂວງ ໃນຂອບເຂດທົ່ວປະເທດ ເລື່ອງ ເຕືອນໄພພະຍຸໝູນເຂດຮ້ອນທີ່ຈະພັດຜ່ານເຂົ້າ ສປປ ລາວ. ສະນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນດັ່ງນີ້:

 

ສະພາບນໍ້າຖ້ວມເມືອງນານ ແຂວງຫຼວງພະບາງ

ໃຫ້ຕິດຕາມສະພາບການຢ່າງໃກ້ຊິດເປັນຕົ້ນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ໂທລະພາບ, ວິທະຍຸ ແລະ ສື່ອອນໄລນ໌ທາງການ ແລະ ອື່ນໆ; ກຽມພ້ອມດ້ານກໍາລັງ, ພາຫະນະ, ອຸປະກອນ: ເຄື່ອງຊ່ວຍເຫຼືອຕ່າງໆ ພ້ອມທັງຈັດກອງປະຊຸມຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນນະຄອນຫຼວງ, ຂັ້ນແຂວງ, ຂັ້ນເມືອງ ເພື່ອວາງແຜນຮັບມືສຸກເສີນ; ແຈ້ງການເຕືອນເຖິງເມືອງ ແລະ ພໍ່ແມ່ປະຊາຊົນທີ່ອາໄສໃນບັນດາເຂດນະຄອນຫຼວງ, ແຂວງ ໃນຂອບເຂດທົ່ວປະເທດໃຫ້ຮັບຊາບ ແລະ ມີສະຕິເກັບມ້ຽນສິ່ງຂອງ, ສັດລ້ຽງ, ກຽມຄວາມພ້ອມ, ປ້ອງກັນ ແລະ ຮັບມືກັບເຫດການໄພພິບັດທີ່ອາດເກີດຂຶ້ນໃຫ້ທັນເວລາ.

 

ສະພາບນໍ້າຖ້ວມເມືອງນານ ແຂວງຫຼວງພະບາງ

 

ຖ້າຫາກເກີດສະພາບການໄພພິບັດ ໃຫ້ລາຍງານ ກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດໂດຍດ່ວນ. ໂທລະສັບ 021 219 450; 020 2222 5185 ແລະ 020 2272 7273.

ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານສະບັບທີ 1ວ່າ: ໃນໄລຍະວັນທີ 31 ກໍລະກົດ ຫາ 4 ສິງຫາ 2019 ພາຍຸໜູນເຂດຮ້ອນ ວິພາ (Wipha) ຫົວທີ 7 ປະຈໍາປີ 2019 ເຊິ່ງໃນເວລາຕອນເຊົ້າຂອງວັນທີ 31 ກໍລະກົດ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.1 ອົງສາເໜືອ ແລະ ເສັ້ນແວງທີ 113.1 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 15 ກິໂລແມັດ/ຊົ່ວໂມງ.

ສະພາບນໍ້າຖ້ວມເມືອງນານ ແຂວງຫຼວງພະບາງ

 

ຈາກນັ້ນ, ພາຍຸຫົວນີ້ ຈະເຄື່ອນທີ່ຜ່ານເກາະໄຮໜານ ແລະ ຈະມີທ່າອ່ຽງເຄື່ອນທີ່ເຂົ້າຝັ່ງທາງພາກເໜືອຂອງປະເທດຫວຽດນາມ ໃນໄລຍະວັນທີ 1 ຫາ 2 ສິງຫາ 2019ນີ້. ຈາກທ່າອ່ຽງຂອງການເຄື່ອນທີ່ຂອງພາຍຸຫົວນີ້ ໃນໄລຍະວັນທີ 3 ຫາ 5 ສິງຫາ 2019 ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ພາກເໜືອ ແລະ ພາກກາງຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງແຂວງພາກເໜືອລົງຫາພາກກາງ ແລະ ພາກໃຕ້.

ສະພາບນໍ້າຖ້ວມເມືອງນານ ແຂວງຫຼວງພະບາງ

 

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງທີ່ເຝົ້າລະວັງເຊັ່ນ: ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ນັບທັງນະຄອນຫຼວງວຽງຈັນ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ, ນໍ້າຖ້ວມ, ນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນ.