ທະນາຄານກາງອັງກິດ ອາດປັບຫຼຸດດອກເບ້ຍ

13

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຕະຫຼາດການເງິນ ຄາດວ່າທະນາຄານກາງອັງກິດ ອາດປັບຫຼຸດອັດຕາດອກເບ້ຍ 0,25% ເປັນຄັ້ງທຳອິດຮອບ 4 ໃນໄວໆນີ້ ຈາກປັດໄຈອັດຕາເງິນເຟີ້ຫຼຸດລົງ.

ທະນາຄານກາງອັງກິດ ຫຼື ບີໂອອີ ມີທ່າອ່ຽງດຳເນີນການອີກຂັ້ນ ທີ່ຈະນຳໄປສູ່ການປັບຫຼຸດອັດຕາດອກເບ້ຍຄັ້ງທຳອິດໃນຮອບ 4 ປີ ໃນການປະຊຸມໃນວັນທີ 8 ພຶດສະພາ 2024 ເນື່ອງຈາກອັດຕາເງິນເຟີ້ຫຼຸດລົງ ແຕ່ອາດມີຄວາມລະມັດລະວັງໃນການສົ່ງສັນຍານວ່າການປັບຫຼຸດອັດຕາດອກເບ້ຍຈະເກີດຂຶ້ນໃນໄວໆນີ້.

ນັກເສດຖະສາດ ແລະ ຕະຫຼາດຄາດວ່າ ບີໂອອີ ຈະຮັກສາອັດຕາດອກເບ້ຍນະໂຍບາຍໄວ້ເທົ່າເດີມ ທີ່ລະດັບ 5,25%ຕິດຕໍ່ກັນໃນການປະຊຸມ ຄັ້ງທີ 6 ເຊິ່ງເປັນລະດັບສູງສຸດ ຕັ້ງແຕ່ປີ 2008 ຫຼັງການປະຊຸມນະໂຍບາຍການເງິນປະຈຳເດືອນພຶດສະພາ.

ແຕ່ຄໍາຖາມໃຫຍ່ສຳລັບນັກລົງທຶນຄື ທະນາຄານກາງອັງກິດ ຈະສົ່ງສັນຍານປັບຫຼຸດດອກເບ້ຍລົງໃນເດືອນມິຖຸນາ ຫຼື ບໍ່? ຫຼັງທະນາຄານກາງເອີຣົບ ໄດ້ສົ່ງສັນຍານແລ້ວວ່າຈະປັບຫຼຸດອັດຕາດອກເບ້ຍ ຫຼື ຈະດຳເນີນການຄືທະນາຄານກາງສະຫະລັດ ທີ່ສົ່ງສັນຍານວ່າຈະລໍຖ້າຕໍ່ໄປອີກ ຈຶ່ງຈະຕັດສິນໃຈ.

ສຳນັກຂ່າວຣອຍເຕີ ລາຍງານວ່າ: ຕະຫຼາດການເງິນຄາດວ່າ ບີໂອອີ ຈະປັບຫຼຸດອັດຕາດອກເບ້ຍຄັ້ງທຳອິດ 0,25% ໃນເດືອນສິງຫາ ຕາມດ້ວຍການປັບຫຼຸດດອກເບ້ຍອີກຄັ້ງໃນເດືອນພະຈິກ ຫຼື ທັນວາ ສູ່ລະດັບ 4,75% ແລະ ຈະປັບລົງອີກໃນປີ 2025.