ທົ່ວປະເທດ ປັກດໍາເຂົ້ານາປີສໍາເລັດເກືອບ 50%

92

ການປັກດໍາເຂົ້ານາປີຂອງຊາວກະສິກອນໃນທົ່ວປະເທດ ປັດຈຸບັນສໍາເລັດແລ້ວ 357.885 ເຮັກຕາ ເທົ່າກັບ 42% ຂອງແຜນການ. ໃນນີ້, ນາຢອດ 13.713 ເຮັກຕາ, ນາຫວ່ານ 69.220 ເຮັກຕາ; ຂະນະທີ່ເຂົ້າໄຮ່ ປູກໄດ້ແລ້ວ 82.158 ເຮັກຕາ ເທົ່າກັບ 82% ຂອງແຜນການ, ສ່ວນການປູກພືດລະດູຝົນ ສໍາເລັດແລ້ວ 206.896 ເຮັກຕາ ເທົ່າກັບ 30,36% ຂອງແຜນການ.

ອີງຕາມບົດສະຫຼຸບປະຈໍາອາທິດຂອງກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນທົ່ວປະເທດປັກດໍານາປີສໍາເລັດແລ້ວ 357.885 ເຮັກຕາ ເທົ່າກັບ 42%. ໃນນີ້, ນາຢອດ 13.713 ເຮັກຕາ, ນາຫວ່ານ 69.220 ເຮັກຕາ, ດ້ານເຂົ້າໄຮ່ປູກໄດ້ແລ້ວ 82.158 ເຮັກຕາ ເທົ່າກັບ 82% ຂອງແຜນການ 100.000 ເຮັກຕາ, ສໍາລັບການປູກພືດລະດູຝົນ ສໍາເລັດແລ້ວ 206.896 ເຮັກຕາ ເທົ່າກັບ 30,36% ຂອງແຜນການ 681.300 ເຮັກຕາ. ໃນນີ້, ພາກເໜືອປະຕິບັດໄດ້ 120.820 ເຮັກຕາ, ພາກກາງ 61.009 ເຮັກຕາ ແລະ ພາກໃຕ້ 25.067 ເຮັກຕາ​ ເຊິ່ງພືດປູກທີ່ພົ້ນເດັ່ນກວ່າໝູ່ແມ່ນສາລີອາຫານສັດ, ສາລີຫວານ ແລະ ພືດໄລຍະສັ້ນບາງຊະນິດ ເປັນຕົ້ນ ໝາກໂມ, ໝາກແຕງລາຍ, ພືດຕະກຸນຖົ່ວ ແລະ ພືດຜັກຊະນິດຕ່າງໆ ທີ່ສາມາດປູກໄດ້ຫຼາຍຮອບວຽນ ເຊິ່ງມີການເກັບກູ້ ພ້ອມສົ່ງຂາຍຕາມຕະຫຼາດພາຍໃນ ແລະ ມີການສົ່ງອອກຕາມດ່ານປະເພນີທ້ອງຖິ່ນຈໍານວນໜຶ່ງ.

ດ້ານວຽກງານລ້ຽງສັດ ແລະ ການປະມົງ ໄດ້ຕິດຕາມກວດກາດ້ານສຸຂະນາໄມສັດຢູ່ໂຮງງານຂ້າສັດ ເຊິ່ງລວມສັດທີ່ຖືກຂ້າຈໍາໜ່າຍ ມີທັງໝົດ 10.441 ໂຕ. ໃນນີ້, ຄວາຍ 860 ໂຕ, ງົວ 1.043 ໂຕ, ໝູ 7.847 ໂຕ ແລະ ແບ້ 661 ໂຕ, ສ່ວນສັດປີກ 91.176 ໂຕ. ພ້ອມນີ້, ກໍໄດ້ສົ່ງສັດອອກເປັນສິນຄ້າໄປຕ່າງປະເທດ ຈໍານວນ 5.675 ໂຕ. ໃນນີ້, ຄວາຍ 1.691 ໂຕ, ງົວ 950 ໂຕ, ແບ້ 2.163 ໂຕ, ສັດປີກ 711 ໂຕ ສ່ວນໝູມີພຽງ 160 ໂຕ. ນອກຈາກນີ້, ຄວາມຄືບໜ້າໃນການກໍ່ສ້າງໂຄງການຊົນລະປະທານ 4 ໂຄງການ ຄື: ດົງຄວາຍ 1, ດົງຄວາຍ 2, ໝາກຮຽວ ແລະ ນາລ້ອງ ມາຮອດປັດຈຸບັນສໍາເລັດເກືອບ 100%.

( ຂ່າວ: ເອຢິບ )