ສົກຮຽນປີນີ້ ມຊ ຄັດເອົານັກສຶກສາເຂົ້າຮຽນ ພຽງ 60 ຄົນຕໍ່ສາຂາວິຊາ

193

ການສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ( ມຊ ) ສົກຮຽນ 2019 – 2020 ນີ້, ຄະນະກຳມະການໄດ້ມີຄວາມກຽມພ້ອມແລ້ວ, ພ້ອມທັງຈະສຸມໃສ່ການສອບເສັງທີ່ໂປ່ງໃສຄັດເລືອກເອົາຄົນທີ່ມີຄວາມສາມາດ ແລະ ຮຽນເກັ່ງຢ່າງແທ້ຈິງ ໂດຍຈະຄັດເລືອກເອົາ 60 ຄົນຕໍ່ສາຂາວິຊາເທົ່ານັ້ນ ໃນຈຳນວນ 109 ສາຂາທົ່ວ ມຊ. ຂະນະທີ່ຮອດວັນທີ 23 ກໍລະກົດ ມີນັກສອບເສັງຍື່ນໃບສະໝັກແລ້ວ 13 ພັນກວ່າຄົນ.

ທ່ານ ຮສ. ດຣ. ຄຳຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການ ມຊ ໃຫ້ສຳພາດໃນວັນທີ 23 ກໍລະກົດ 2019 ວ່າ: ມາຮອດປັດຈຸບັນການກະກຽມ ຄວາມພ້ອມເພື່ອກ້າວສູ່ການສອບເສັງຄັດເລືອກເອົານັກສຶກສາ ສົກ 2019 – 2020 ນີ້ ໄດ້ກະກຽມຄວາມພ້ອມເກືອບ 100% ແລ້ວ. ໃນນັ້ນ, ປະກອບມີດ້ານບຸກຄະລາກອນ ເປັນຕົ້ນແມ່ນບັນດາຄະນະກຳມະການຍາມຫ້ອງສອບເສັງ ແລະ ບັນດາຄະນະບໍດີຂອງແຕ່ລະຄະນະມາປະກອບໃນບັນດາອະນຸກຳມະການຕ່າງໆ; ກຽມພ້ອມບັນດານິຕິກຳຕ່າງໆໃນການສອບເສັງເປັນຕົ້ນ ລະບຽບການສອບເສັງ, ການຈັດຕັ້ງສອບເສັງ ແລະ ອື່ນໆ ເຊິ່ງໄດ້ກະກຽມ ສະຖານທີ່ສອບເສັງຕ່າງໆ ໂດຍມີວິທະຍາເຂດດົງໂດກ ມຊ ເປັນສູນສອບເສັງ ແລະ ບັນດາຈຸດສອບເສັງຕ່າງໆ ເຊັ່ນ: ບັນດາຄະນະຕ່າງໆທີ່ຢູ່ນອກເຂດດົງໂດກ ແລະ ບັນດາໂຮງຮຽນມັດທະຍົມສົມບູນຕ່າງໆ ໃນຂອບເຂດນະຄອນຫຼວງວຽງຈັນ.

ປີນີ້ ມຊ ໄດ້ເປີດລົງທະບຽນເພື່ອສອບເສັງມາຕັ້ງແຕ່ວັນທີ 1 ກໍລະກົດ ຫາ 30 ກໍລະກົດ 2019 ທີ່ສະໂມສອນໃຫຍ່ ມຊ ໂດຍການລົງທະບຽນປະກອບມີ 3 ກຸ່ມຄົນ ຄື: ນັກສຶກສາຈົບ ມ 7 ໃນປີ 2018 – 2019; ນັກສຶກສາທີ່ຈົບ ມ 7 ແຕ່ປີ 2017 – 2018 ກ່ອນ ແລະ ຫຼັງ ແລະ ກຸ່ມພະນັກງານລັດຖະກອນທີ່ເສັງເຂົ້າຮຽນ ມຊ ໃນສາຍຈິດຕະວິທະຍາ ແລະ ບໍລິຫານການສຶກສາທີ່ຮັບສະເພາະພະນັກງານເທົ່ານັ້ນ. ສໍາລັບການກຳນົດການສອບເສັງໃນປີນີ້ນັກຮຽນຈະສາມາດເລືອກສາຍຮຽນໃນກຸ່ມດຽວເທົ່ານັ້ນໃນສາຍສຳຮອງທັງສອງ.

ມາຮອດວັນທີ 23 ກໍລະກົດ 2019 ນີ້ ມີນັກຮຽນທີ່ມາລົງທະບຽນສອບເສັງເຂົ້າຮຽນທີ່ ມຊ ມີທັງໝົດ 13.321 ຄົນ. ໃນນັ້ນ, ກຸ່ມສາຂາວິຊາທີ່ມີຄົນລົງທະບຽນຫຼາຍກວ່າໝູ່ແມ່ນກຸ່ມ B ເນື່ອງຈາກເປັນກຸ່ມທີ່ມີສາຂາວິຊາຫຼາຍກວ່າ 60 ສາຂາ; ສ່ວນຄະນະທີ່ມີນັກຮຽນລົງທະບຽນຫຼາຍທີ່ສຸດແມ່ນຄະນະວິສະວະກຳສາດ ທີ່ປະກອບມີຫຼາຍພາກວິຊາ. ສ່ວນພາກວິຊາທີ່ມີຄົນລົງທະບຽນຫຼາຍທີ່ສຸດແມ່ນພາກວິຊາພາສາຈີນ ໃນຄະນະອັກສອນສາດ. ການສອບເສັງເຂົ້າ ມຊ ໃນປີນີ້, ທາງ ມຊ ຈະຮັບນັກຮຽນທີ່ເຂົ້າຮຽນ ທັງໝົດ 8.100 ຄົນ ໃນຈຳນວນ 109 ສາຂາຮຽນ ແລະ ແຕ່ສາຂາວິຊາຈະຮັບນັກສຶກສາ 60 ຄົນ.

ທ່ານຍັງກ່າວຕື່ມອີກວ່າ: ການມີນັກຮຽນທີ່ມາລົງທະບຽນໃນສາຂາວິຊາໃດຫຼາຍ ກໍ່ຍິ່ງເປັນໂອກາດທີ່ດີໃນການຄັດເລືອກເອົາຜູ້ທີ່ມີຄວາມສາມາດ ແລະ ຮຽນເກັ່ງ ເພາະຄັດເລືອກແຕ່ 60 ຄົນ ທີ່ຄັດມາຈາກຈຳນວນດັ່ງກ່າວ ເຊິ່ງເປັນການສົ່ງເສີມການຮຽນຮູ້ທີ່ມີຄຸນນະພາບໄດ້ບຸກຄະລາກອນທີ່ເໝາະສົມ ຕາມທິດທາງ ແລະ ແຜນການພັດທະນາຊັບພະຍາກອນມະນຸດຂອງກະຊວງສຶກສາທິການ ແລະ ກີລາ ໃນການສ້າງຄົນທີ່ມີຄຸນນະພາບເພື່ອການພັດທະນາແບບຍືນຍົງ.

ສຳລັບບົດສອບເສັງຕ່າງໆຂອງແຕ່ລະກຸ່ມຄະນະກຳມະການທັງຫຼາຍ ໄດ້ມີການຄົ້ນຄວ້າວິໄຈຢ່າງລະອຽດ ເພື່ອໃຫ້ເໝາະສົມທີ່ສຸດສຳລັບແຕ່ລະກຸ່ມ ໂດຍຄັດເອົາຫົວບົດສອບເສັງຕາມຄວາມຍາກແຕ່ລະວິຊາ ເຊັ່ນ: ໃນຫົວບົດກຸ່ມ A ລວມມີ ວິຊາຟີຊິກສາດ 15 ຂໍ້, ເຄມີສາດ 15 ຂໍ້ ແລະ ຊີວະສາດ 10 ຂໍ້ ແລະ ອື່ນໆ ເຊິ່ງຂໍ້ສອບທັງໝົດແມ່ນນອນໃນບົດຮຽນທີ່ຮຽນຢູ່ໃນ ມ.ປາຍ ( ມ 5 – ມ 6 ກວມ 35% ແລະ ມ 7 ແມ່ນ 65% ).

ການສອບເສັງແມ່ນຈະຈັດຂຶ້ນໃນວັນທີ 3 ສິງຫາ 2019 ນີ້, ຫຼັງຈາກເສັງແລ້ວ 15 ວັນແມ່ນຜົນການກວດບົດຕ້ອງແລ້ວໝົດ ແລະ ກຽມນຳສະເໜີຕໍ່ກະຊວງສຶກສາທິການ ແລະ ກີລາ ແລະ ມຊ ເພື່ອກຽມແຈ້ງປະກາດຜົນສອບເສັງ, ພາຍຫຼັງປະກາດຜົນແລ້ວຈະໃຊ້ເວລາໃນການລົງທະບຽນ 15 ວັນ ແລະ ຄາດວ່າ: ສົກ 2019 – 2020 ນີ້ ຈະເລີ່ມການຮຽນ – ການສອນ ແຕ່ວັນທີ 1 ຕຸລາ 2019 ເປັນຕົ້ນໄປ.

[ ຂ່າວ: ກາວຊົ່ງ; ຮູບ: ສອນໄຊ ]