ຢາກເຂົ້າຮຽນຢູ່ພອນສະຫວັນ ແລະ ຊົນເຜົ່າ ຊື້ຄຳຮ້ອງໄດ້ແລ້ວມື້ນີ້

176

ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ຖືໄດ້ວ່າເປັນສູນລວມນັກຮຽນເກັ່ງລະດັບຊາດ ແລະ ເປັນທີ່ຮູ້ຈັກກັນໃນນາມໂຮງຮຽນນັກຮຽນເກັ່ງ ເມື່ອເອີ່ຍຊື່ມາຫຼາຍຄົນກໍ່ຮູ້ໄດ້ໂລດ ເພາະໂຮງຮຽນແຫ່ງນີ້ໄດ້ລວມເອົາຜູ້ທີ່ຮຽນດີຮຽນເກັ່ງ, ຜູ້ທີ່ມີສັກກາຍະພາບສູງໃນການຮຽນ ແລະ ສຳລັບນ້ອງໆຜູ້ໃດຢາກມາຮຽນທີ່ສະຖານທີ່ແຫ່ງນີ້ກໍ່ສາມາດມາສອບເສັງເຂົ້າຮຽນໄດ້ທັງ ມ1 ແລະ ມ5 ເຊິ່ງວັນສອບເສັງຈະມີຂຶ້ນໃນວັນທີ 6-8 ສິງຫາ 2019 ນີ້.

 

 

ເຊິ່ງຜູ້ອຳນວຍການໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລແຈ້ງວ່າ: ນ້ອງໆນັກຮຽນທີ່ຮຽນຈົບຊັ້ນປະຖົມ ຫຼື ຈົບມັດທະຍົມຕົ້ນ ໃນສົກຮຽນ 2019-2020 ນີ້ທາງໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ແມ່ນຈະໄດ້ຮັບເອົານັກຮຽນເຂົ້າຮຽນຂັ້ນ ມ1 ແລະ ຂັ້ນ ມ5 ຄືກັບທຸກໆປີທີ່ຜ່ານມາ ດັ່ງລາຍລະອຽດລຸ່ມນີ້:

 

 

ຈໍານວນນັກຮຽນທີ່ຈະຮັບເອົາເຂົ້າມາຮຽນສົກຮຽນ 2019-2020 ທັງໝົດຈໍານວນ 111 ຄົນ ຄື: ເອົານັກຮຽນເຂົ້າຮຽນຂັ້ນ ມ1 ຈໍານວນ 56 ຄົນ; ຮັບເອົານັກຮຽນເຂົ້າຮຽນຂັ້ນ ມ5 ຈໍານວນ 55 ຄົນ.

ສຳລັບ ວັນເວລາການສອບເສັງລາຍລະອຽດມີດັ່ງນີ້:  ສອບເສັງເຂົ້າ ມ1 ແມ່ນວັນທີ 6 ສິງຫາ 2019 ປະກອບມີ 3 ວິຊາຄື: ຄະນິດສາດ (90 ນາທີ), ພາສາອັງກິດ (60ນາທີ) ແລະ ພາສາລາວ-ວັນນະຄະດີ (90 ນາທີ)

ສ່ວນສອບເສັງເຂົ້າ ມ5 ແບ່ງເປັນ 2 ມື້ດັ່ງນີ້: ວັນທີ 7 ສິງຫາ 2019 :  ພາສາລາວ-ວັນນະຄະດີ ( 120 ນາທີ), ພາສາອັງກິດ (60 ນາທີ), ເຄມີສາດ (90 ນາທີ); ແລະ ວັນທີ 8 ສິງຫາ 2019 : ຄະນິດສາດ (120 ນາທີ) ແລະ ຟິສິກສາດ (90 ນາທີ)

 

 

ສຳລັບນ້ອງຜູ້ໃດ ຫຼື ຜູ້ປົກຄອງທ່ານໃດຢາກສົ່ງລູກເຂົ້າຮຽນຢູ່ສະຖານທີ່ແຫ່ງນີ້ ສາມາດເຂົ້າມາຊື້ຄຳຮ້ອງໄດ້ ເຊິ່ງໄດ້ເປີດຂາຍຄຳຮ້ອງ ແຕ່ວັນທີ 15 ກໍລະກົດ ເປັນຕົ້ນໄປ, ປິດຮັບຄຳຮ້ອງ ເວລາ 11:30 ໂມງຂອງວັນທີ 2 ສິງຫາ 2019; ຄ່າລົງທະບຽນສອບເສັງເຂົ້າຮຽນຂັ້ນ ມ1 ຊຸດລະ 35.000 ກີບ; ສອບເສັງເຂົ້າຮຽນຂັ້ນ ມ5 ຊຸດລະ 40.000 ກີບ.

 

 

ສ່ວນເອກະສານຄັດຕິດມາພ້ອມປະກອບການສອບເສັງປະກອບມີ: (1).ໃບຄຳຮ້ອງຂໍສະໝັກສອບເສັງຄັດເລືອກເຂົ້າຮຽນ ຂັ້ນ ມ1 ຈໍານວນ 1 ສະບັບ (ພົວພັນຊື້ໄດ້ທີ່ ຮພຊ ໃນໂມງລັດຖະການ);
(2).ສຳເນົາໃບປະກາສະນິຍະບັດຈົບຊັ້ນປະຖົມ ຫຼື ມັດທະຍົມຕອນຕົ້ນ 1 ໃບ ຫຼື ໃບຢັ້ງຢືນນັກຮຽນຈາກຫ້ອງການສຶກສາ ແລະ ກິລາເມືອງ 1 ໃບ ຫຼື ສຳເນົາບັດເຂົ້າຫ້ອງສອບເສັງຈົບຊັ້ນປະຖົມ ( ປໍ5 ) ຫຼື ມັດທະຍົມຕອນຕົ້ນ (ມ4) 1 ໃບ (ໃນສາມໃບເອົາອັນໃດອັນໜຶ່ງເທົ່ານັ້ນ, ເວລາໄປຍື່ນໃຫ້ເອົາຕົ້ນສະບັບໄປຢັ້ງຢືນພ້ອມ); ສຳເນົາ ສຳມະໂນຄົວ 1 ຊຸດ (ເວລາໄປຍື່ນເອກະສານ ໃຫ້ເອົາຕົ້ນສະບັບໄປຢັ້ງຢືນພ້ອມ); ຮູບຂະໜາດ 3X4 ຈຳນວນ 2 ແຜ່ນ, ຮູບໃໝ່ທີ່ຖ່າຍບໍ່ເກີນ 3 ເດືອນ. ເຊິ່ງວັນປະກາດຜົນສອບເສັງແມ່ນວັນທີ 19 ສິງຫາ 2019.