ລະບາດໜັກ! ລາວມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວຫຼາຍກວ່າ 12 ພັນຄົນ

41

ປັດຈຸບັນພະຍາດໄຂ້ຍຸງລາຍກຳລັງລະບາດຢ່າງຮ້າຍແຮງໃນທົ່ວປະເທດ, ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ລາຍງານໃນວັນທີ 9 ກໍລະກົດ ນີ້ວ່າ: ຜູ້ຕິດເຊື້ອ ແລະ ເສຍຊີວິດຈາກພະຍາດໄຂ້ຍຸງລາຍມີທ່າອ່ຽງເພີ່ມຂຶ້ນຈາກ 11.928 ຄົນ ເພີ່ມຂຶ້ນເປັນ 12.212 ຄົນ ແລະ ເສຍຊີວິດ 27 ຄົນ ເພີ່ມຂຶ້ນເປັນ 28 ຄົນ.

 

 

ໃນນີ້, ແຂວງທີ່ມີການລະບາດແຮງ ແລະ ເສຍຊີວິດຕິດອັນດັບໜຶ່ງແມ່ນ ແຂວງ ສະຫວັນນະເຂດ ມີ 2.078 ຄົນ ເສຍຊີວິດ 10 ຄົນ, ຮອງລົງມາແມ່ນ ນະຄອນຫລວງວຽງຈັນ ມີ 2.233 ຄົນ ເສຍຊີວິດ 6 ຄົນ, ຈຳປາສັກ 2.516 ຄົນ ເສຍຊີວິດ 5 ຄົນ, ສາລະວັນ 1.563 ຄົນ ເສຍຊີວິດ 3, ຄຳມ່ວນ 1.278 ຄົນ ເສຍຊີວິດ 2 ຄົນ, ອັດຕະປື 777 ຄົນ, ບໍລິຄຳໄຊ 487 ຄົນ ເສຍຊີວິດ2 ຄົນ, ຫຼວງນ້ຳທາ 345 ຄົນ, ວຽງຈັນ 327 ຄົນ, ເຊກອງ 212 ຄົນ, ໄຊຍະບູລີ 211 ຄົນ, ຫຼວງພະບາງ 98 ຄົນ, ໄຊສົມບູນ 58 ຄົນ, ອຸດົມໄຊ 12 ຄົນ, ບໍ່ແກ້ວ 9 ຄົນ ແຂວງຊຽງຂວາງ 8 ຄົນ. ສໍາລັບແຂວງຫົວພັນ ແລະ ແຂວງຜົ້ງສາລີ ແມ່ນບໍ່ມີລາຍງານຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ.

 

 

ສຳລັບການກຳຈັດ ແລະ ທຳລາຍແຫຼ່ງແພ່ພັນໜອນນ້ຳຍຸງລາຍທີ່ເປັນພາຫະນຳເຊື້ອພາໃຫ້ເກີດເປັນພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍເປັນວຽກງານໜຶ່ງສຳຄັນທີ່ທຸກຄົນ, ທຸກພາກສ່ວນ, ສຳນັກງານ, ອົງການຕ່າງໆຈະຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ເປັນປະຈຳທຸກອາທິດແນໃສ່ເຮັດໃຫ້ການລະບາດຂອງພະຍາດໄຂ້ຍຸງລາຍຫຼຸດລົງເທ່ືອລະກ້າວ ໂດຍສະເພາະການຈັດຕັ້ງປະຕິບັດມາດຕະການປ້ອງກັນ 5 ປ ຂອງກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ຄື:

 

 

(ປ ປິດ) ປົກປິດພາຊະນະທີ່ກັກເກັບນ້ຳທັງໃນ ແລະ ນອກ ເຮືອນບໍ່ໃຫ້ຍຸງລາຍມາໄຂ່ໃສ່, (ປ ປ່ຽນ) ປ່ຽນນ້ຳໃນພາສະນະທີ່ກັກເກັບນ້ຳ ເຊັ່ນເຕົ້າດອກໄມ້, ນ້ຳຮອງ ຕີນຕູ້ ແລະ ອື່ນໆ, (ປ ປ່ອຍ) ປ່ອຍປາຫາງນົກຍຸງກິນໜອນນໍ້າ, (ປ ປັບປຸງ) ປັບປຸງສິ່ງແວດລ້ອມອ້ອມ ເຮືອນໃຫ້ສະອາດເປັນປະຈຳທຸກອາທິດ ແລະ (ປ ປະຕິບັດ) ໃຫ້ເປັນນິໄສທຸກອາທິດ ຖ້າຫາກທຸກຄົນເອົາໃຈໃສ່ປະຕິບັດ ການລະບາດຂອງຍຸງລາຍ.