ທັດສະນະນັກສຶກສາຕໍ່ສາຍຮຽນ

111

ກ່ອນທີ່ຈະເສັງເຂົ້າຮຽນສາຍໃດສາຍໜຶ່ງໃນມະຫາວິທະຍາໄລຄວນສຶກສາກ່ຽວກັບຄວາມມັກຮັກໃນສາຍຮຽນ ພ້ອມດ້ວຍສຶກສາຕະຫຼາດແຮງງານ, ການຮຽນໃນສາຍທີ່ຕົນມັກ ແລະ ເໝາະສົມກັບຕົນເອງ ຖືເປັນແຮງບັນດານໃຈ ແລະ ກະຕຸກຊຸກຍູ້ໃຫ້ເຮົາມີເປົ້າໝາຍໃນການຮຽນ, ມີແຜນການຮຽນທີ່ຊັດເຈນ ຄືຄວາມສຳເລັດເບື້ອງຕົ້ນໃນການກຽມສອບເສັງເຂົ້າຮຽນ, ເປັນແນວທາງເພື່ອນຳໄປສູ່ຄວາມສຳເລັດໃນການສຶກສາ ແລະ ຈະຊ່ວຍໃຫ້ສາມາດຮຽນໄດ້ດີ ຈົບແລ້ວຄະແນນສະເລ່ຍທີ່ໜ້າພໍໃຈ.

ທ້າວ ບຸນມາ ອິນທະປັດຖາ ນັກສຶກສາ ປີ 3 ພາກວິຊາວິທະຍາສາດຄອມພິວເຕີ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ໃຫ້ສຳພາດວ່າ: ປັດຈຸບັນ ໄອທີເປັນຂະແໜງໜຶ່ງທີ່ມີ ຄວາມສຳຄັນຕໍ່ການພັດທະນາຂອງສັງຄົມໂລກ, ໜຶ່ງໃນສາເຫດທີ່ຕົນເລືອກຮຽນໃນສາຍນີ້ແມ່ນມາຈາກຄວາມມັກໃນໄອທີ, ມັກກ່ຽວກັບເລື່ອງຄອມພິວເຕີ ແລະ ຄຳແນະນຳຂອງຮຸ່ນອ້າຍເອື້ອຍ ແລະ ຄູ – ອາຈານທັງຫຼາຍກ່ຽວກັບວິຊານີ້  ເຊິ່ງເປັນວິຊາທີ່ສາມາດນຳໄປຕໍ່ຍອດໄດ້ໃນຫຼາຍຂົງເຂດ.

ຮຽນວິທະຍາສາດຄອມພິວເຕີ ແມ່ນຈະໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງກ່ຽວກັບຄອມພິວເຕີ, ໄດ້ໄປແລກປ່ຽນບົດຮຽນ, ໄດ້ຮ່ວມການສຳມະນາດ້ານໄອທີ. ສຳລັບວິທະຍາສາດຄອມພິວເຕີຂອງຄະນະວິທະຍາສາດທຳມະຊາດ ຈະເນັ້ນໄປໃນດ້ານວິທະຍາສາດ, ຄະນິດສາດ, ການວິເຄາະລະບົບ, ການພັດທະນາເວັບໄຊ, ການພັດທະນາໂປຣແກຣມ ເຊິ່ງແຕກຕ່າງຈາກຄະນະວິສະວະກຳສາດ ທີ່ເນັ້ນເລື່ອງຈັດການ ແລະ ຄຸ້ມຄອງ. ສະນັ້ນ, ຄົນທີ່ເລືອກຮຽນໃນສາຍນີ້ແມ່ນຈຳເປັນຕ້ອງມີຄວາມຮູ້ພື້ນຖານດ້ານຄະນິດສາດ, ຟີຊິກສາດ ແລະ ພາສາອັງກິດ.

ທ້າວ ວືວ່າງ ຢົ້ວນູ ນັກສຶກສາ ປີ 2 ພາກວິຊາເຕັກໂນໂລຊີ ສິ່ງແວດລ້ອມ ຄະນະວິທະຍາສາດສິ່ງແວດລ້ອມ ໃຫ້ສຳພາດກ່ຽວກັບສາຍທີ່ຕົນຮຽນ ວ່າ: ການເລືອກສາຍຮຽນຕໍ່ໃນລະດັບວິຊາຊີບ ຄວນເລືອກຮຽນສາຍທີ່ມີຄວາມຈຳເປັນ ແລະ ຄວາມຕ້ອງການຂອງສັງຄົມ. ສຳລັບຕົນເອງທີ່ເລືອກຮຽນສາຍເຕັກໂນໂລຊີ ສິ່ງແວດລ້ອມແມ່ນມາຈາກຄວາມມັກ ແລະ ຮຸ່ນອ້າຍເອື້ອຍໃຫ້ຄຳປຶກສາແນະແນວເຖິງຄວາມສຳຄັນ ແລະ ຈຳເປັນ ເຊິ່ງໃນສັງຄົມປັດຈຸບັນບັນຫາສິ່ງແວດລ້ອມເປັນບັນຫາທີ່ໃຫຍ່ ແລະ ມີຜົນຕໍ່ການດຳລົງຊີວິດຂອງມະນຸດເຮົາ.

ຫຼັງຈາກຮຽນມາໄດ້ 2 ປີ ເຫັນວ່າ: ຮຽນໃນສາຍນີ້ແມ່ນມີຄວາມສຳຄັນທີ່ສຸດ ເພື່ອການພັດທະນາປະເທດຊາດແບບຍືນຍົງ, ການປົກປັກຮັກສາສິ່ງແວດລ້ອມ ເປັນຕົ້ນແມ່ນການຮັກສາຄວາມສະອາດ, ຮັກສາປ່າໄມ້ ແລະ ອື່ນໆ. ການນຳໃຊ້ເຕັກນິກການປົກປັກຮັກສາສິ່ງແວດລ້ອມ ແລະ ເຕັກນິກການຟື້ນຟູສິ່ງແວດລ້ອມ, ຮຽນເຕັກໂນໂລຊີສິ່ງແວດລ້ອມ ເມື່ອຈົບໄປແລ້ວສາມາດປະກອບອາຊີບນຳລັດ, ເອກະຊົນ ລວມທັງອົງການສາກົນກ່ຽວກັບສິ່ງແວດລ້ອມ.

ນາງ ພອນສະຫວັນ ຫຼວງລາດ ນັກສຶກສາປີ 1 ພາກວິຊາບັນຊີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃຫ້ສຳພາດວ່າ: ວິຊາບັນຊີຖືເປັນສາຍທີ່ຕົນເອງມັກ ເພາະໃນທຸກອົງກອນ – ທຸກຂະແໜງການ ລ້ວນແຕ່ຕ້ອງນຳໃຊ້ບັນຊີໃນການຄວບຄຸມລາຍຮັບ ແລະ ລາຍຈ່າຍ ເຊິ່ງເປັນວິຊາທີ່ຕົນເອງມັກ ແລະ ໃຫ້ຄວາມສົນໃຈຫຼາຍຕອນຍັງຮຽນຢູ່ ມ.ປາຍ.

ສຳລັບການຮຽນໃນປີທຳອິດຖືວ່າຂ້ອນຂ້າງຍາກ ເພາະສ່ວນຫຼາຍຈະເນັ້ນໄປໃນດ້ານການເງິນ, ເລກ, ສະຖິຕິ ແລະ ການຄິດໄລ່ຕ່າງໆ, ເປັນວິຊາທີ່ເນັ້ນໃສ່ຄະນິດສາດເປັນສ່ວນຫຼາຍ ແຕ່ກໍບໍ່ຍາກປານໃດ ເພາະຕົນເອງເປັນຄົນທີ່ມີພື້ນຖານຄະນິດສາດຢູ່ແລ້ວ. ສໍາລັບເປົ້າໝາຍໃນອະນາຄົດຂອງຕົນເອງແມ່ນ ຫຼັງຈາກຈົບໄປແລ້ວກໍໄປສະໝັກວຽກຕາມພາກເອກະຊົນຕ່າງໆ ເພື່ອຖອດຖອນບົດຮຽນ. ຫຼັງຈາກນັ້ນ, ກໍມາປະກອບທຸລະກິດເປັນຂອງຕົນເອງ.

[ ຂ່າວ: ກາວຊົ່ງ ]