ຜູ້ປະສົບໄພ ເມືອງສະໜາມໄຊ ໄດ້ຮັບພາຫະນະການຜະລິດ ພ້ອມແນວພັນ

41

ການຊ່ວຍເຫຼືອຈາກຫຼາຍໆພາກສ່ວນ ໄປຍັງຜູ້ປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື ຍັງມີຕໍ່ເນື່ອງ ເພື່ອແບ່ງເບົາຄວາມຫຍຸ້ງຍາກຂາດເຂີນ, ສ້າງວຽກເຮັດງານທໍາໃຫ້ຊາວບ້ານສາມາດກຸ້ມຕົນເອງໄດ້ໃນທີ່ສຸດ.

ໃນວັນທີ 21 ພຶດສະພາ 2019 ຜ່ານມານີ້ ບໍລິສັດເອສເອມພີເທຣດດິ້ງຈໍາກັດຜູ້ດຽວທີ່ຊະນະການປະມູນໂຄງການສະໜອງພັນພືດ, ຝຸ່ນ, ຢາປາບສັດຕູພືດເຄື່ອງມືອຸປະກອນ ແລະ ພາຫະນະການຜະລິດ ໄດ້ນໍາເອົາພາຫະນະການຜະລິດ ພ້ອມດ້ວຍແນວພັນພຶດ ມາມອບໃຫ້ພະແນກກະສິກໍາ ແລະປ່າໄມ້ ເພື່ອນໍາໄປສະໜອງໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ກະກຽມປູກໃນລະດູຝົນນີ້ໃຫ້ທ່ວງທັນ ລວມມູນຄ່າທັງໝົດ 3,6 ຕື້ກວ່າກີບ ເຊິ່ງປະກອບມີ: ລົດໄຖນາ ພ້ອມອຸປະກອນຄົບຊຸດ ຈໍານວນ 66 ຄັນ, ແນວພັນເຂົ້າປັບປຸງ, ແນວພັນໄມ້ໃຫ້ໝາກ 9 ພັນກວ່າເບ້ຍ ແລະ ແນວພັນພືດຜັກອີກຈໍານວນໜຶ່ງ.

ພາຍຫຼັງມອບ-ຮັບສໍາເລັດເປັນທາງການແລ້ວທາງອໍານາດການປົກຄອງແຂວງ ແລະ ເມືອງກໍ່ໄດ້ຮີບຮ້ອນຈັດສົ່ງພະຫະນະການຜະລິດ ແລະແນວພັນພືດດັ່ງກ່າວໃຫ້ເຖິງມືປະຊາຊົນ ຜູ້ປະສົບໄພຢູ່ເມືອງສະໜາມໄຊ ເພື່ອໃຫ້ເລີ່ມລົງມືທຳການຜະລິດລະດູຝົນນີ້ໃຫ້ທັນຕາມລະດູການ.

ຂ່າວ: ຂ. ອັດຕະປື ວັດທະນາ ຫຼວງອາໄພ.