ນັກການຕະຫຼາດຫຼາຍບໍລິສັດໄດ້ຮັບການຍົກລະດັບ

94

ໃນຕອນແລງວັນທີ 19 ພຶດສະພາ 2019 ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຝຶກອົບຮົມ ຫົວຂໍ້: “ ການຕະຫຼາດປະຊາສຳພັນ ແລະ ການສ້າງເນື້ອໃນຕະຫຼາດອອນລາຍ ” Digital PR & Content Marketing ຂຶ້ນໂດຍການເປັນປະທານຂອງ ທ່ານ ນາງ ມະລິວັນ ວໍລະເດດ ຜູ້ອຳນວຍການ Laos SME Center ແລະ ມີສໍາມະນາກອນທີ່ເຂົ້າຝຶກອົບຮົມເຂົ້າຮ່ວມ.

ການຈັດຝຶກອົບຮົມໃນຫົວຂໍ້ ìການຕະຫຼາດປະຊາສຳພັນ ແລະ ການສ້າງເນື້ອໃນຕະຫຼາດອອນລາຍ ” ຫຼື Digital PR & Content Marketing ໃນຄັ້ງນີ້ ຈັດຂຶ້ນໂດຍສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ ຮ່ວມກັບສູນ Laos SME Center ໂດຍມີຜູ້ເຂົ້າຮ່ວມຈາກ ບໍລິສັດ ທີເຄໄອ ປະກັນຊີວິດ, ບໍລິສັດ ຊີບີເອັຟ ຟາຣມາ ຈຳກັດ, ບໍລິສັດ ນິວຈິບເຊັງ ຈຳກັດ, ບໍລິສັດ JBP ຈະເລີນໄຊ, ບໍລິສັດ TKI ປະກັນໄພທົ່ວໄປ ຈຳກັດ, ໂຮງງານນ້ຳກ້ອນເຮືອງອານົງ, ຮ້ານອາຫານຈຳປາລາວ ແລະ ຜູ້ປະກອບການຕ່າງໆ ເຊິ່ງການສຳມະນາໃນຄັ້ງນີ້ຜູ້້ເຂົ້າຮ່ວມໄດ້ຟັງ ແລະ ຮັບຮູ້, ເຂົ້າໃຈ ຄວາມສຳຄັນຂອງການຕະຫຼາດປະຊາສຳພັນ ເຊິ່ງເປັນຍຸດທະສາດໜຶ່ງທາງການຕະຫຼາດ ເພື່ອສ້າງການຮັບຮູ້ກາສິນຄ້າ ໂດຍການເພີ່ມການປະຊາສຳພັນຂ່າວສານທາງດ້ານອອນລາຍ, ເປັນຊ່ອງທາງໜຶ່ງທີ່ຊ່ວຍໃຫ້ຂ່າວສານເຖິງກຸ່ມລູກຄ້າເປົ້າໝາຍໄດ້ທັງກາງເວັນ ແລະ ກາງຄືນ ແລະ ລູກຄ້າສາມາດສື່ສານຕອບກັບກາສິນຄ້າໄດ້ທັນທີ ເພື່ອໃຫ້ໄດ້ຜົນຫຼາຍທີ່ສຸດ ແລະ ການຕະຫຼາດປະຊາສຳພັນຕ້ອງອາໄສຍຸດທະສາດອິນເຕີເນັດ ເຊັ່ນ: ການເພີ່ມປະສິດທິພາບຂອງ ເຊີດເອັມຈິນ ( Search engine ), ການຕະຫຼາດດ້ານເນື້ອໃນ ( Content Marketing ), ການສື່ສານທາງດ້ານໂຊຊຽວມີເດຍ ( Social media ).

ທ່ານ ນາງ ມະລິວັນ ວໍລະເດດ ກ່າວວ່າ: ການຕະຫຼາດປະຊາສຳພັນຖືເປັນຍຸດທະສາດທີ່ມີປະສິດທິພາບ, ບັນດາບໍລິສັດຕ່າງໆໃຫ້ຄວາມສຳຄັນກັບສື່ທາງອອນລາຍຫຼາຍຂຶ້ນ ເພາະເຂົ້າເຖິງກຸ່ມລູກຄ້າເປົ້າໝາຍໄດ້ຢ່າງວ່ອງໄວ, ທັນໃຈ, ສະດວກສະບາຍ ແລະ ລາຄາປະຢັດຫຼາຍກວ່າສື່ອອນລາຍ ແລະ ຍັງສາມາດເຂົ້າເຖິງກຸ່ມເປົ້າໝາຍໄດ້ງ່າຍກວ່າ ແລະ ຕະຫຼອດເວລາ ແຕ່ຮູບແບບຂອງຂ່າວຍັງເປັນເນື້ອໃນແບບເກົ່າມີແຕ່ເພີ່ມຊ່ອງທາງ ຫຼື ປ່ຽນຊ່ອງທາງການປະຊາສຳພັນຈາກການອັອຟລາຍໄປຫາການອອນລາຍເທົ່ານັ້ນ. ນອກຈາກນີ້, ທ່ານຍັງໃຫ້ຮູ້ອີກວ່າ: ບັນດານັກຝຶກອົບຮົມທີ່ເຂົ້າມາຮ່ວມໃນຄັ້ງນີ້ລວມແລ້ວແຕ່ເປັນນັກການຕະຫຼາດມືອາຊີບ ແລະ ການມາຝຶກອົບຮົມ ກໍ່ຖືເປັນການຍົກລະດັບຄວາມຮູ້ໃຫ້ຂຶ້ນຕື່ມອີກ ເພາະວ່າໄດ້ມີການນຳເອົາບົດຮຽນໃໝ່ໆມາຖ່າຍທອດ.

ທ່ານ ບຸນຖະໜອມ ພິມມະສານ ຕາງໜ້າສຳມະນາກອນທີ່ເຂົ້າຝຶກອົບຮົມ ກ່າວວ່າ: ການສອນຂອງອາຈານໃນຄັ້ງນີ້ ໃຫ້ພວກເຮົາໄດ້ຮັບຄວາມຮູ້ໃໝ່ໆ ໂດຍສະເພາະແມ່ນການຕະຫຼາດປະຊາສຳພັນ ແລະ ການສ້າງເນື້ອໃນຕະຫຼາດອອນລາຍ ທີ່ກຳລັງໃຊ້ກັນຫຼາຍໃນບ້ານເຮົາ ແລະ ຄາດວ່າ ຄວາມຮູ້ທີ່ໄດ້ໃນຄັ້ງນີ້ຈະສາມາດນຳໄປຕໍ່ຍອດພັດທະນາດ້ານການຕະຫຼາດ ຊ່ວຍເພີ່ມຍອດຂາຍຂອງບໍລິສັດໄດ້.

( ຂ່າວ: ສັນຕິ )