ສົມໃຈລໍຄອຍ!! ທົ່ງໄຫຫີນ ຖືກຮັບຮອງແລ້ວ ໃຫ້ເປັນມໍລະດົກແຫ່ງທີ 3 ຂອງລາວ

351

ພາຍຫຼັງ, ທີ່ມີການສຳຫຼວດທົ່ງໄຫຫີນ ແຂວງຊຽງຂວາງ ໂດຍໃຊ້ເວລາດົນສົມຄວນ ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວນີ້ ຖືກຮັບຮອງເຂົ້າເປັນມໍລະດົກໂລກແຫ່ງທີ 3 ຂອງລາວ ຖັດຈາກນະຄອນຫຼວງພະບາງ, ວັດພູຈຳປາສັກ ແລະ ເປັນເລື່ອງໜ້າຍິນດີສະຖານທີ່ແຫ່ງນີ້ ຄາດວ່າຈະໄດ້ຖືກປະກາດຮັບຮອງຢ່າງເປັນທາງການໃນກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 30 ມິຖຸນາ ຫາ ວັນທີ 7 ກໍລະກົດ 2019 ທີ່ປະເທດອາແຊັກບາຍຊານ.

 

 

ໂດຍອີງຕາມການເປີດເຜີຍຂອງກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ທົ່ງໄຫຫີນ ແຂວງ ຊຽງຂວາງ ໄດ້ດຳເນີນການສຳຫຼວດໃຫ້ຂຶ້ນເປັນມໍລະດົກໂລກ ເຊິ່ງແບ່ງອອກເປັນ 5 ໄລຍະ ດັ່ງນີ້:

ໄລຍະທີ1: ເລີ່ມແຕ່ປີ 1998 – 2000 ໄດ້ເລີ່ມຈັດຕັ້ງປະຕິບັດຂຶ້ນ ໂດຍການສຳຫຼວດ, ເກັບກຳຂໍ້ມູນທາງດ້ານທີ່ຕັ້ງ ແລະ ພູມສັນຖານຂອງແຫຼ່ງມໍລະດົກໄຫຫີນຕ່າງໆ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການກຳນົດຂອບເຂດອະນຸລັກ ແລະ ປົກປັກຮັກສາແຫຼ່ງມໍລະດົກໄຫຫີນ.

ໄລຍະທີ 2: ແມ່ນປີ 2000 – 2002 ໄດ້ລົງເລິກວຽກງານການສຳຫຼວດພາກສະໜາມ ໃນການເກັບກຳ ແລະ ສັງລວມເອົາຂໍ້ມູນລະອຽດຂອງແຫຼ່ງມໍລະດົກໄຫຫີນແຕ່ລະແຫ່ງ.

 

 

ໄລຍະທີ 3: ແຕ່ປີ 2002 – 2005 ໄດ້ເລັ່ງໃສ່ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆໃນການປົກປັກຮັກສາແຫຼ່ງມໍລະດົກໄຫຫີນ.

ໄລຍະທີ 4: ແມ່ນປີ 2006 – 2010 ໄລຍະນີ້ແມ່ນສຸມໃສ່ການພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານວຽກງານຄຸ້ມຄອງ, ເບິ່ງແຍງ ແລະ ບໍລິຫານແຫຼ່ງມໍລະດົກໄຫຫີນ

 

 

ສຳລັບໄລຍະທີ 5 ນີ້ ແມ່ນເລີ່ມໃນຕົ້ນປີ 2015 ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສົມທົບກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນຂອງແຂວງທຸກໆຂັ້ນ ໄດ້ສືບຕໍ່ດຳເນີນການຈັດຕັ້ງປະຕິບັດໂຄງຮ່າງເອກະສານຄຳຮ້ອງ ແລະ ແຜນແມ່ບົດເພື່ອສະເໜີແຫຼ່ງມໍລະດົກໄຫຫີນ ໃຫ້ເປັນມໍລະດົກໂລກ ຮ່ວມກັບອົງການອຸຍແນສໂກ ມາຮອດເດືອນມັງກອນ 2018 ໄດ້ສຳເລັດ ແລະ ຮັບຮອງຮ່າງຄຳຮ້ອງແຜນແມ່ບົດຂອງແຫຼ່ງມໍລະດົກໄຫຫີນ ສະບັບສົມບູນ ແລະ ເດືອນກຸມພາ 2018 ໄດ້ນຳສົ່ງຄຳຮ້ອງ, ແຜນແມ່ບົດຂອງແຫຼ່ງມໍລະດົກໄຫຫີນ ເຖິງຄະນະກຳມະການມໍລະດົກໂລກ ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເປັນທີ່ຮຽບຮ້ອຍແລ້ວ ແລະ ຈະຮູ້ຜົນໃນປີ 2019 ນີ້.

 

 

ຫຼ້າສຸດ, ການລໍຄອຍກໍ່ກຳລັງຈະກາຍເປັນຄວາມຈິງ ເມື່ອທົ່ງໄຫຫີນ ແຂວງຊຽງຂວາງ ຈະໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ເຊິ່ງຄາດວ່າຈະໄດ້ຖືກປະກາດຮັບຮອງຢ່າງເປັນທາງການ ໃນກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 30 ມິຖຸນາ ຫາ ວັນທີ 7 ກໍລະກົດ 2019 ທີ່ຈະເຖິງນີ້ ຢູ່ທີ່ປະເທດອາແຊັກບາຍຊານ.

 

 

 

 

 

ຂໍ້ມູນຈາກ: ສາລາກະວີງົວ ແລະ ກວຽນ