ລັດຖະບານ ຈະເລັ່ງແກ້ໄຂບັນຫາຢູ່ດ່ານສາກົນ ຈໍາກັດການສວຍໂອກາດ, ລາຍຮັບຮົ່ວໄຫຼ

138

ໃນເດືອນເມສາຜ່ານມາ ລັດຖະບານໄດ້ຮັບຮອງເອົາຮູບຊົງສະຖານີຫຼວງພະບາງ, ວັງວຽງ ແລະ ນະຄອນຫຼວງວຽງຈັນ ຂອງໂຄງການທາງລົດໄຟ ລາວ – ຈີນ; ຮັບຮອງເອົາການອອກແບບໂຄງສ້າງ ແລະ ຮູບແບບຕ່າງໆຂອງຂົວຂ້າມນໍ້າຂອງ ມິດຕະພາບ ລາວ – ໄທ ແຫ່ງທີ VI. ສ່ວນເດືອນພຶດສະພານີ້ ແມ່ນຈະເອົາໃຈໃສ່ແກ້ໄຂບັນຫາດ່ານສາກົນຕ່າງໆທີ່ຍັງມີຄວາມສັບສົນ ໂດຍແຕ່ງຕັ້ງຄະນະສະເພາະກິດລົງໄປກວດກາຫາທິດທາງແກ້ໄຂ ເພື່ອຈໍາກັດຊ່ອງວ່າງການສວຍໂອກາດ, ການຮົ່ວໄຫຼຂອງລາຍຮັບພາສີ – ອາກອນ.

ໃນຕອນທ້າຍຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019, ທ່ານນາຍົກລັດຖະມົນຕີ ໄດ້ສະຫຼຸບສັງລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມໃນເດືອນເມສາ ວ່າ: ລັດຖະບານ ໄດ້ເອົາໃຈໃສ່ຊີ້ນຳການແກ້ໄຂບັນດາປາກົດການຫຍໍ້ທໍ້ຂອງສັງຄົມ ເຊັ່ນ: ອຸບັດເຫດຕາມທ້ອງຖະໜົນ, ຢາເສບຕິດ ແລະ ການປະພຶດທີ່ບໍ່ເໝາະສົມຂອງພະນັກງານ ຫຼື ເຈົ້າໜ້າທີ່ລັດ; ການຊຸກຍູ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານ.

ຊຸກຍູ້ການຈັດຕັ້ງປະຕິບັດລະບົບການຂຶ້ນທະບຽນວິສາຫະກິດ ຕາມຄຳສັ່ງສະບັບເລກທີ 02/ນຍ ເພື່ອແກ້ໄຂສິ່ງອັດຕັນ ແລະ ຖ່ວງດຶງຄວາມສະດວກໃນການດໍາເນີນທຸລະກິດ.

ສຳລັບການຈັດຕັ້ງປະຕິບັດວຽກງານຈຸດສຸມໃນເດືອນເມສາ 2019 ໄດ້ພິຈາລະນາ ແລະ ຕົກລົງຫຼາຍບັນຫາທີ່ສໍາຄັນຜ່ານກົນໄກກອງປະຊຸມນາຍົກ – ຮອງນາຍົກລັດຖະມົນຕີ ເປັນຕົ້ນແມ່ນ: ການຮັບຮອງເອົາຮູບຊົງສະຖານີຫຼວງພະບາງ, ວັງວຽງ ແລະ ນະຄອນຫຼວງວຽງຈັນ ຂອງໂຄງການທາງລົດໄຟ ລາວ – ຈີນ; ຮັບຮອງເອົາການອອກແບບໂຄງສ້າງ ແລະ ຮູບແບບຕ່າງໆຂອງຂົວຂ້າມນໍ້າຂອງມິດຕະພາບ ລາວ – ໄທ ແຫ່ງທີ VI ( ສາລະວັນ – ອຸບົນຣາຊະທານີ ); ການພິຈາລະນາຜົນການກວດກາ ແລະ ຢັ້ງຢືນມູນຄ່າຄວາມເສຍຫາຍວຽກແກ້ໄຂສຸກເສີນບັນດາເສັ້ນທາງ ແລະ ຂົວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດໃນໄລຍະລະດູຝົນ ປີ 2018;

ຄຽງຄູ່ກັບວຽກຈຸດສຸມທີ່ປະຕິບັດໄດ້ຢ່າງມີປະສິດທິຜົນນັ້ນ ພວກເຮົາກໍຍັງມີຫຼາຍວຽກທີ່ຍັງຄົງຄ້າງ ແລະ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານທີ່ຍັງບໍ່ໄດ້ຕາມຄາດໝາຍຂອງແຜນການ, ການແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ ແລະ ຄຳສະເໜີຂອງປະຊາຊົນຍັງຊັກຊ້າ, ຄວາມສະດຸ້ງໄວ ແລະ ການປະຕິບັດພາລະບົດບາດ, ຄວາມຮັບຜິດຊອບຂອງບາງຂະແໜງການຍັງບໍ່ທັນສູງເທົ່າທີ່ຄວນ ແລະ ອື່ນໆ.

ສໍາລັບວຽກງານຈຸດສຸມໃນເດືອນພຶດສະພາ 2019 ທ່ານນາຍົກ ເນັ້ນວ່າ: ແມ່ນຈະໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 02/ນຍ ວ່າດ້ວຍການອໍານວຍຄວາມສະດວກໃນການດໍາເນີນທຸລະກິດຢູ່ ສປປ ລາວ.

ສະຫຼຸບຕີລາຄາການຄຸ້ມຄອງ ແລະ ພັດທະນາເຂດເສດຖະກິດພິເສດ       ( 12 ເຂດ ) ເພື່ອໃຫ້ຮູ້ໄດ້ບັນຫາ, ສາເຫດ ແລະ ທິດທາງແກ້ໄຂ ເພື່ອໃຫ້ລັດຖະບານ, ປະຊາຊົນ ແລະ ຜູ້ລົງທຶນໄດ້ຮັບຜົນປະໂຫຍດຫຼາຍຂຶ້ນຈາກການພັດທະນາເຂດເສດຖະກິດພິເສດດັ່ງກ່າວ.

ສືບຕໍ່ສຸມໃສ່ຊຸກຍູ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານໃນໄຕມາດທີ 2 ໃຫ້ໄດ້ຕາມແຜນທີ່ໄດ້ກໍານົດໄວ້, ໃຫ້ກວດຄືນ ແລະ ປັບປຸງບັນດາມາດຕະການທີ່ມີແລ້ວໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນກວ່າເກົ່າ.

ສືບຕໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທາງລົດໄຟ ລາວ – ຈີນ ເປັນຕົ້ນການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການໃຫ້ໄວຂຶ້ນ ເພື່ອປ້ອງກັນບໍ່ໃຫ້ເກີດຫາງສຽງ ແລະ ສ້າງຜົນກະທົບຕໍ່ການຈັດຕັ້ງປະຕິບັດໂຄງການ.

ໃຫ້ເອົາໃຈໃສ່ແກ້ໄຂບັນຫາດ່ານສາກົນຕ່າງໆທີ່ຍັງມີຄວາມສັບສົນ ແລະ ບໍ່ເປັນລະບົບລະບຽບ ໂດຍແຕ່ງຕັ້ງຄະນະສະເພາະກິດລົງໄປກວດກາ, ກໍາສະພາບການ ແລະ ສະເໜີທິດທາງແກ້ໄຂໃຫ້ຂາດຕົວ ເພື່ອຈໍາກັດຊ່ອງຫວ່າງການສວຍໂອກາດ, ການຮົ່ວໄຫຼຂອງລາຍຮັບພາສີ – ອາກອນ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຜະລິດທຸລະກິດ ແລະ ການບໍລິການ.

ໃຫ້ສະຫຼຸບ, ສັງລວມບັນຊີ, ການລາຍງານສະພາບການດຳເນີນທຸລະກິດ, ສະເໜີທິດທາງ ແລະ ວິທີການໃນການປັບປຸງວິສາຫະກິດລັດ ເປັນຕົ້ນ ບໍລິສັດລັດ ເພື່ອກະກຽມລາຍງານໃຫ້ແກ່ກົມການເມືອງສູນກາງພັກ

ສືບຕໍ່ການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວໃຫ້ມີ ຄວາມຍືນຍົງ ພ້ອມທັງປັບປຸງ ແລະ ຄົ້ນຄວ້າວິທີແກ້ໄຂບັນຫາທີ່ກະທົບຕໍ່ການທ່ອງທ່ຽວ ເປັນຕົ້ນການເກັບຄ່າທໍານຽມ ແລະ ສິ່ງກີດຂວາງຕ່າງໆທີ່ບໍ່ຖືກຕ້ອງຕາມລະບຽບການ, ໃຫ້ເອົາໃຈໃສ່ເປັນພິເສດຕໍ່ການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວຕ່າງໆຢູ່ເມືອງວັງວຽງ    ແຂວງວຽງຈັນ ໃຫ້ດີຂຶ້ນ.

ສືບຕໍ່ຕິດຕາມ, ກວດກາການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ເປັນຕົ້ນການນໍາເຂົ້າສັດ, ພືດຜັກ, ໝາກໄມ້, ຢາປົວພະຍາດ, ເຄື່ອງສໍາອາງ ແລະ ອາຫານທະເລ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ເພື່ອສະກັດກັ້ນການນໍາເຂົ້າສິນຄ້າທີ່ມີສານປົນເປື້ອນ ແລະ ສານຕົກຄ້າງ. ພ້ອມກັນນີ້, ກໍໃຫ້ເອົາໃຈໃສ່ລົງກວດກາສຸຂະນາໄມ ແລະ ຄວາມປອດໄພຂອງເຄື່ອງບໍລິໂພກຢູ່ໂຮງງານຂ້າສັດ, ຕະຫຼາດ ແລະ ບ່ອນຈໍາໜ່າຍສິນຄ້າຕ່າງໆ.

ສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂຢ່າງທັນການຕໍ່ກັບການລະບາດຂອງພະຍາດຕ່າງໆ ເປັນຕົ້ນ: ໄຂ້ຍຸງ, ໄຂ້ໝາກແດງ, ພະຍາດຈາກສັດ ແລະ ອື່ນໆ ທີ່ອາດເກີດໃນໄລຍະລະດູຮ້ອນ.

ສືບຕໍ່ຕິດຕາມ ແລະ ຄວບຄຸມການສ້າງມົນລະພິດທາງອາກາດ ເປັນຕົ້ນແມ່ນການຈູດຂີ້ເຫຍື້ອ ແລະ ຈູດປ່າເຮັດໄຮ່ ສ້າງໝອກຄວັນປົກຄຸມ ( PM 2.5 ) ໃນ 2 ເດືອນຜ່ານມາ. ພ້ອມນີ້, ກໍໃຫ້ຕິດຕາມ ແລະ ເຝົ້າລະວັງການປ່ຽນແປງດິນຟ້າອາກາດ, ພ້ອມທັງມີການແຈ້ງເຕືອນ ແລະ ແນະນໍາປະຊາຊົນກ່ຽວກັບຄວາມສ່ຽງ, ວິທີປ້ອງກັນ ແລະ ມາດຕະການແກ້ໄຂຢ່າງທັນການ.

ຮີບຮ້ອນກວດກາ, ຄົ້ນຄວ້າ ແລະ ຕອບຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນຂອງລັດຖະບານ, ຂະແໜງຕ່າງໆ ແລະ ສື່ສັງຄົມອອນລາຍໃຫ້ວ່ອງໄວ ແລະ ແທດຕົວຈິງ. ເອົາໃຈໃສ່ຄົ້ນຄວ້າ, ອະທິບາຍຊີ້ແຈງຄຳສະເໜີຕ່າງໆຂອງປະຊາຊົນຜ່ານສາຍດ່ວນຂອງຫ້ອງວ່າການສຳນັກງານນາຍົກ ແລະ ກະຊວງຕ່າງໆ. ພ້ອມນີ້, ໃຫ້ສະຫຼຸບລາຍງານຜົນໃຫ້ລັດຖະບານຊາບໃນເດືອນຕໍ່ໄປ.