ວັນນີ້ທົ່ວປະເທດຕິດເຊື້ອໃໝ່ 131 ຄົນ ຈາກຊຸມຊົນ 8 ຄົນ ເສຍຊີວິດ 1 ຄົນ ຢູ່ແຂວງສະຫວັນນະເຂດ

956

ຕົວເລກຕິດເຊື້ອໂຄວິດ-19 ຈາກກໍລະນີນຳເຂົ້າຍັງສູງ ໂດຍວັນທີ 18 ກໍລະກົດ ມີເຖິງ123ຄົນ ຈາກຜູ້ຕິດເຊື້ອໃໝ່ ທັງໝົດ131ຄົນ ໃນນີ້ມີກໍລະນີເສຍຊີວິດ1ຄົນ. ຂະນະທີ່ຕົວເລກຕິດເຊື້ອໃນຊຸມຊົນ ມີ 8 ຄົນ ແມ່ນຢູ່ແຂວງຈຳປາສັກ. ດ້ານຄະນະສະເພາະກິດຮຽກຮ້ອງໃຫ້ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກເຮືອນ, ຫຼີກລ່ຽງການເດີນທາງໄປຍັງສະຖານທີ່ສ່ຽງ ຖ້າບໍ່ມີຄວາມຈຳເປັນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 18 ກໍລະກົດ 2021 ວ່າ: ວັນທີ 17 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 2.356 ຄົນ, ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 131 ຄົນ, ໃນນີ້ ຈາກ ສະຫວັນນະເຂດ 76 ຄົນ, ຈໍາປາສັກ 30 ຄົນ, ສາລະວັນ 10 ຄົນ, ຄໍາມ່ວນ 7 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ ແລະ ບໍລິຄໍາໄຊ 1 ຄົນ.


123 ຄົນ ແມ່ນກໍລະນີນຳເຂົ້າ ຈາກ ສະຫວັນນະເຂດ 76 ຄົນ, ຈໍາປາສັກ 22 ຄົນ, ສາລະວັນ 10 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ, ຄໍາມ່ວນ 7 ຄົນ ແລະ ບໍລິຄໍາໄຊ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານຜ່ານດ່ານສາກົນ. ການຕິດເຊື້ອໃນຊຸມຊົນ 8 ຄົນ ທັງໝົດ ມາຈາກແຂວງຈຳປາສັກ ເຊິ່ງມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ທີ່ໄດ້ຖະແຫຼງຂ່າວໄປກ່ອນໜ້ານີ້.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3.426 ຄົນ, ເສຍຊີວິດສະສົມ 5 ຄົນ (ໃໝ່ 1 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 1.132 ຄົນ.

ປັດຈຸບັນ ສປປ ລາວ ໂດຍສະເພາະ ແມ່ນ ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ຄຳມ່ວນ ມີລາຍງານຜູ້ຕິດເຊື້ອໃໝ່ ຫຼາຍໃນແຕ່ລະວັນ ເຊິ່ງກວດພົບຈາກແຮງງານລາວ ທີ່ເດີນທາງກັບມາຈາກປະເທດໄທ, ໃນນັ້ນ ໄດ້ມີການສຸ່ມກວດຊອກຫາສາຍພັນ ແລະ ພົບເຫັນສາຍພັນເດວຕ້າ. ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນສູນກາງ ກໍຄື ຂັ້ນແຂວງ ຢ່າງເຄັ່ງຄັດ ໂດຍສະເພາະ ການເດີນທາງເຂົ້າ-ອອກ ເຂດທີ່ຖືກກຳນົດເປັນເຂດແດງ ເຊິ່ງເປັນພື້ນທີ່ ທີ່ມີການແຜ່ເຊື້ອ.


ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກເຮືອນ, ຫຼີກລ່ຽງການເດີນທາງໄປຍັງສະຖານທີ່ສ່ຽງ ຖ້າບໍ່ມີຄວາມຈຳເປັນ, ໝັ່ນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງ, ງົດການຊຸມແຊວໃນຄອບຄົວ ຫຼື ໝູ່ເພື່ອນ ເພາະສ່ຽງຕໍ່ການຕິດເຊື້ອຈາກສາຍພັນເດວຕ້າ. ສຳລັບ ຜູ້ປະກອບການ ກໍໃຫ້ມີມາດຕະການກັ່ນກອງ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ. ສຳຄັນທີ່ສຸດ ແມ່ນຈະຕ້ອງໄດ້ປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່ເຊັ່ນ: ໝັ່ນລ້າງມື, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ສັກຢາວັກຊີນ.


ອີກເທື່ອໜຶ່ງ, ຂໍຮຽກຮ້ອງມາຍັງ ພໍ່ແມ່, ປະຊາຊົນ, ທະຫານ, ຕຳຫຼວດ ກໍຄື ກຸ່ມສ່ຽງອື່ນໆ ພ້ອມໃຈກັນໄປຮັບການສັກວັກແຊັງ ບໍ່ວ່າ ເຂັມ 1 ຫຼື ເຂັມ 2 ເພາະເປັນວິທີການດຽວ ແລະ ດີທີ່ສຸດ ໃນການຫຼຸດຜ່ອນ, ສະກັດກັ້ນ ການແຜ່ເຊື້ອ ຂອງພະຍາດໂຄວິດ-19 , ຖ້າທຸກຄົນ ພາຍໃນປະເທດ ໄດ້ຮັບວັກແຊັງ ຫຼາຍກວ່າ 50% ຂຶ້ນໄປ ຈະເຮັດໃຫ້ພວກເຮົາ ມີພູມຄຸ້ມກັນໃນຊຸມຊົນ (ໝູ່) ແລະ ເຮັດໃຫ້ສາມາດກັບມາດຳເນີນຊີວິດແບບປົກກະຕິໂດຍໄວ.


ທ່ານສາມາດໄປຮັບວັກຊີນຕາມຈຸດບໍລິການຕ່າງໆ ທີ່ທາງຄະນະສະເພາະກິດກຳນົດໄວ້. ສຳລັບທ່ານທີ່ໄດ້ສັກເຂັມທີ 1 ຢູ່ຈຸດບໍລິການໃດ ເມື່ອຮອດກຳນົດ ໃຫ້ກັບຄືນໄປສັກຢູ່ຈຸດບໍລິການເກົ່າ ເພື່ອຫຼຸດຜ່ອນຄວາມແອອັດ, ບໍ່ເປັນລະບຽບ ແລະ ປ້ອງກັນການຕິດເຊື້ອ ແລະ ຊ່ວຍໃຫ້ແພດໝໍພວກເຮົາ ສາມາດເກັບກຳຂໍ້ມູນການສັກວັກຊີນຂອງທ່ານໄດ້ຢ່າງຖືກຕ້ອງຄົບຖ້ວນ.