ເຊກອງ ຫວນຄືນມູນເຊື້ອວັນສ້າງຕັ້ງ ແມ່ຍິງລາວ ຄົບຮອບ 66 ປີ

331
ສະມາຊິກເອື້ອຍນ້ອງແມ່ຍິງທົ່ວແຂວງເຊກອງ ພ້ອມກັນປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ເພື່ອຫວນຄືນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະຜົນງານອັນໃຫຍ່ຫຼວງທີ່ສະຫະພັນແມ່ຍິງລາວຍາດມາໄດ້ ທັງເປັນການສະແດງຄວາມຮູ້ບຸນຄຸນເຖິງແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ 2017 ນີ້ ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງເຊກອງ, ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ເຂົ້າຮ່ວມມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງນັກທຸລະກິດໜຸ່ມ, ພັນລະຍາການນໍາ, ອາດີດການນໍາແມ່ຍິງ, ຮາກຖານອ້ອມຂ້າງ, ພ້ອມດ້ວຍເອື້ອຍນ້ອງແມ່ຍິງພາຍແຂວງ ເຂົ້າຮວ່ມ 100 ກວ່າຄົນ.
ທ່ານ ນາງ ວິໄລວັນ ດາລາສິນ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ໄດ້ເລົ່າຄືນປະຫວັດການກຳເນີດ ແລະການເຕີບໃຫ່ຍຂະຫຍາຍຕົວຂອງແມ່ຍິງລາວ ນັບແຕ່ອາດີດຈົນເຖິງປັດຈຸບັນ ເຊິ່ງມີບາງຕອນທ່ານກ່າວວ່າ: ພາຍຫຼັງ ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ຈາກນັ້ນ ພັກກໍໄດ້ເອົາໃຈໃສ່ປຸກລະດົມ, ຂົນຂວາຍກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະຖືເອົາແມ່ຍິງເປັນສ່ວນໜຶ່ງໃນກຳລັງແຮງສຳຄັນຂອງພັກ, ມາຮອດວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງຄົ້ນຄວ້າ ວຽກງານແມ່ຍິງເຊິ່ງຖືເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ນັບແຕ່ມື້ສ້າງຕັ້ງ ເປັນຕົ້ນມາ ອົງການຈັດຕັ້ງແມ່ຍິງໄດ້ເຄື່ອນໄຫວຕາມພາລະບົດບາດ ໜ້າທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງຕົນ ຢ່າງແຂງແຮງ ເປັນຕົ້ນໄດ້ເອົາໃຈໃສ່ປະຕິບັດໂຄງການດຳເນີນງານ ໃນການພັດທະນາ ແລະຍົກສູງບົດບາດ, ໂຄງການດຳເນີນງານຂອງຕົນ ແລະໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ. ເຮັດໜ້າທີ່ເບິ່ງແຍງ, ລ້ຽງດູ, ຕິດຕໍ່, ສົ່ງຂ່າວ-ເອກະສານໃຫ້ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູ, ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມ ແລະປຸກລະດົມຂົນຂວາຍແມ່ຍິງລາວບັນດາເຜົ່າເຂົ້າເປັນກຳລັງແຮງໃຫ້ແກ່ການປະຕິວັດປົດປ່ອຍຊາດຢ່າງມີຄວາມກ້າຫານ.