ເປີດໂຄງການສົ່ງເສີມການພັດທະນາທຸລະກິດຂອງສະຖາບັນລາວ-ຍີ່ປຸ່ນ ພາຍໃຕ້ຊື່ LJI SUSU

863

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ – ຢີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດໂຄງການສົ່ງເສີມການພັດທະນາທຸລະກິດຂອງສະຖາບັນລາວ-ຍີ່ປຸ່ນ ພາຍໃຕ້ຊື່ LJI SUSU (LJI StartUp and StartUp) ເພື່ອສົ່ງເສີມສ້າງຜູ້ປະກອບການໃໝ່ ພັດທະນາຄວາມອາດສາມາດຂອງນັກທຸລະກິດຂະໜາດນ້ອຍ – ກາງຂອງລາວ.

ທ່ານ ປອ. ພອນແກ້ວ ຈັນທະມາລີ ວ່າການຜູ້ອໍານວຍການສະຖາບັນລາວ – ຢີ່ປຸ່ນ ກ່າວວ່າ: ເພື່ອຕອບສະໜອງກັບການປ່ຽນແປງ ຂອງຄວາມຕ້ອງການຂອງສັງຄົມ ແລະ ສະພາບແວດລ້ອມທາງທຸລະກິດ , ສະຖາບັນ LJI ໄດ້ສ້າງຕັ້ງໂຄງການ Business Development ຂຶ້ນເພື່ອສົ່ງເສີມວິສາຫະກິດຕ່າງໆ ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຜູ້ປະກອບກິດຈະການໃໝ່ (Startups) ຈຸດປະສົງໂຄງການເພື່ອສ້າງວິສາຫະກິດ ແລະ ຜູ້ປະກອບການໃໝ່ເພື່ອເປັນໂຕແບບຂອງທຸລະກິດທີ່ມີແນວຄິດລິເລີ່ມມີ ຫົວຄິດປະດິດສ້າງ ແລະ ພັດທະນາຜະລິດຕະພັນ ຫຼື ການບໍລິການເປັນຂອງຄົນລາວ ທີ່ສາມາດຊ່ວຍແກ້ປັນຫາຕ່າງໆຂອງສັງຄົມ.


LJI SUSU ຈະໃຊ້ເວລາທົດລອງຈັດຕັ້ງປະຕິບັດໄລຍະໜຶ່ງ ແລະ ໃຊ້ເວລາ 1ປີໂດຍອີງໃສ່ຄວາມສະດວກຕ່າງໆຂອງຫ້ອງສະຕູດີໂອ LJI Business Development ຫ້ອງເຮັດວຽກດັ່ງກ່າວຈະເປັນສູນກາງສໍາລັບສ້າງເຄືອຂ່າຍ ຜູ້ປະກອບການທັງຫຼາຍ ແລະ ໃຫ້ບໍລິການແບບຈຸດດຽວ ສໍາລັບຜູ້ທີ່ຕ້ອງການຄໍາແນະນໍາ ຫຼື ຊ່ວຍເຫຼືອດ້ານການປະກອບທຸລະກິດ ເຊິ່ງຈະເປັນທັງຮູບແບບອອນລາຍ ແລະ ໃຫ້ບໍລິການກັບທີ່.


ໂຄງການ LJI SUSU ຈະສົ່ງເສີມຜູ້ປະກອບການໃນ 2 ຮູບແບບຄື: ສະໜັບສະໜູນຜູ້ປະກອບກິດຈະການໃໝ່ ແລະ ສະໜັບສະໜູນວິສາຫະກິດທີ່ສ້າງຕັ້ງ ແລະ ຈົດທະບຽນແລ້ວ ເຊິ່ງທັງສອງຮູບແບບ ໂຄງການ LJI SUSU ຈະໃຫ້ການຊ່ວຍເຫຼືອທີ່ຈໍາເປັນ ແກ່ຜູ້ປະກອບການຄື:ການແນະນໍາຢ່າງໃກ້ສິດຈາກຜູ້ຊ່ຽວຊານ ແລະ ການໃຫ້ຄໍາປຶກສາ, ການຮຽນຮູ້, ຂໍ້ມູນຂ່າວສານ ແລະ ການສ້າງເຄືອຂ່າຍ, ໂອກາດໃນການເຂົ້າເຖິງແຫຼ່ງທຶນ ແລະ ການຊ່ວຍເຫຼືອລ້າ.


ທ່ານ ສາ ສີລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງ ອຸດສາຫະກຳ ແລະ ການຄ້າກ່າວວ່າ: LJI SUSU ເປັນໂຄງການໜຶ່ງປະກອບສ່ວນ ສ້າງຜູ້ປະກອບການ, ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ເຮັດໃຫ້ ເອັສເອັມອີມີຄວາມເຂັ້ມແຂງ ແລະ ມີຄວາມອາດສາມາດແຂ່ງຂັນ ການສ້າງຜູ້ປະກອບການໃມ່ແມ່ນສອດຄ່ອງກັບນະໂຍບາຍ ຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍຄືນະໂຍບາຍຂອງລັດຖະບານເພື່ອເຮັດໃຫ້ພາກທຸລະກິດລາວມີການຂະຫຍາຍໂຕ ແລະ ທັງປະລິມານ ແລະ ຄຸນນະພາບ.


ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດໄດ້ກ່າວວ່າ: ໃນປັດຈຸບັນ ນັກຮຽນ – ນັກສຶກສາທີ່ຈົບໃໝ່ໃນແຕ່ລະປີແມ່ນມີຈໍານວນຫຼາຍ ສະນັ້ນ ເຮົາຈະເຮັດແນວໃດ ໃຫ້ນ້ອງໆນັກສຶກສາທີ່ຈົບໄປນັ້ນ ມີວຽກເຮັດງານທໍາ ບໍ່ໃຫ້ຄອງແຕ່ວ່າຈະເຮັດວຽກນໍາລັດ, ຕ້ອງສົ່ງເສີມໃຫ້ເຂົາເຈົ້າສາມາດເປັນຜູ້ປະກອບກິດຈະການໜ້າໃໝ່ ເຊິ່ງຈະເປັນກໍາລັງສໍາຄັນໃນການສ້າງເສດຖະກິດ, ສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຂອງປະເທດຊາດ. ການມີແນວຄວາມຄິດ, ເລີ່ມຕົ້ນດ້ວຍຕົນເອງແມ່ນດີທີ່ສຸດ ສະນັ້ນ LJI SUSU ມີຄວາມສໍາຄັນຈະຊ່ວຍເຮັດໃຫ້ ຜູ້ປະກອບກິດຈະການໃໝ່ເພີ່ມຂຶ້ນ.


ພິທີເປີດໂຄງການ LJI SUSU ມີຂຶ້ນວັນທີ 14 ກໍລະກົດ 2021 ທີ່ສະຖາບັນຊັບພະຍາກອນມະນຸດລາວ – ຢີ່ປຸ່ນ ມະຫາວິທະນາໄລແຫ່ງຊາດ ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີທ່ານ ປອ. ພອນແກ້ວ ຈັນທະມາລີ, ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ, ທ່ານ ສາ ສີລິພົງ ພ້ອມດ້ວຍຜູ້ປະກອບການທຸລະກິດ, ພະນັກງານສະຖາບັນ ລວມທັງຜູ້ສົນໃຈຮ່ວມຮັບຟັງຜ່ານວິດີໂອຄໍຟາເຣນ ຂອງໂຄງການ.

ສໍາລັບວິສາຫະກິດ, ໄວໜຸ່ມ, ນັກຮຽນ, ຜູ້ປະກອບການທີ່ສົນໃຈໂຄງການ ສາມາດລົງທະບຽນເພື່ອສະໝັກເຂົ້າຮ່ວມຜ່ານ Facebook page ຂອງLJI: www.facebook.com/LJILaos