ຂະແໜງການເງິນ-ການທະນາຄານ ໄດ້ເຂົ້າຮ່ວມສັກວັກຊີນຢ່າງຕັ້ງໜ້າ ເພື່ອປ້ອງກັນພະຍາດໂຄວິດ-19

435

ດ້ວຍຄວາມເປັນຫວ່ງເປັນໄຍຂອງຄະນະພັກ-ຄະນະນໍາ ທະນາຄານ ແຫ່ງ ສປປ ລາວ (ທຫລ), ກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ໄລຍະຜ່ານມາ, ທຫລ ໄດ້ໃຫ້ທິດຊີ້ນໍາແກ່ບັນດາທະນາ ຄານທຸລະກິດ, ສະຖາບັນການເງິນ, ສະມາຄົມ, ບໍລິສັດ ແລະ ທຸລະກິດອື່ນໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ, ຈົ່ງຮີບຮ້ອນໄປລົງທະບຽນສັກວັກຊີນຢູ່ຕາມຈຸດຕ່າງໆທີ່ຄະນະສະເພາະກິດແຕ່ລະຂັ້ນໄດ້ຈັດສະຖານທີ່ໄວ້. ມາຮອດປັດຈຸບັນ ເຫັນວ່າພະນັກງານ-ລັດຖະກອນຂະແໜງການເງິນ-ການທະນາຄານໃນທົ່ວປະເທດ ໄດ້ສໍາເລັດການສັກວັກຊີນເຂັມທີ 1 ແລະ 2 ແລ້ວເປັນຈໍານວນຫຼາຍ.


ນັບແຕ່ກາງເດືອນເມສາ 2021 ຜ່ານມາ, ບັນດາຜູ້ບໍລິຫານ ແລະ ພະນັກງານຂອງທະນາຄານທຸລະກິດ, ສະຖາບັນການເງິນ, ສະມາຄົມ, ບໍລິສັດ ແລະ ທຸລະກິດຫຼາຍແຫ່ງ ໄດ້ພາກັນໄປລົງທະບຽນສັກວັກຊີນເຂັມທີ1 ເປັນຈໍານວນຫຼາຍ ແລະ ມາຮອດເດືອນກໍລະກົດ ເຫັນວ່າໄດ້ສໍາເລັດການສັກວັກຊີນເຂັມທີ2 ກວມເອົາອັດຕາສ່ວນ 90% ຂຶ້ນໄປ. ສິ່ງດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງ ທະນາຄານ ແຫ່ງ ສປປ ລາວ ໃນຖານະເປັນຜູ້ຄຸ້ມຄອງມະຫາພາກ ທີ່ມີຄວາມເປັນຫ່ວງຕໍ່ສຸຂະພາບຂອງພະນັກງານໃນຂະແໜງການຂອງຕົນຮັບຜິດຊອບ.


ເມື່ອບໍ່ດົນມານີ້, ຄະນະສະເພາະກິດຂັ້ນສູນກາງເປີດເຜີຍວ່າ: ປັດຈຸບັນ, ທົ່ວປະເທດພວມຢູ່ໃນໄລຍະສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19; ບົນຈິດໃຈສືບຕໍ່ກະ ກຽມຄວາມພ້ອມຮອບດ້ານ ເພື່ອຫຼຸດຜ່ອນໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດໜ້ອຍທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ປະເທດອ້ອມຂ້າງກໍຍັງປະເຊີນໜ້າກັບການລະບາດຮອບໃໝ່ ເຮັດໃຫ້ຈໍານວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມຂຶ້ນໃນແຕ່ລະວັນ.

ຍິ່ງໄປກວ່ານັ້ນ, ລາວເຮົາຍັງພົບເຫັນສາຍພັນໃໝ່ທີ່ສາມາດແຜ່ເຊື້ອໄດ້ໄວ ເປັນຕົ້ນແມ່ນ: “ສາຍພັນເດວຕາ” ຊຶ່ງເປັນກໍລະນີນຳເຂົ້າເທື່ອທໍາອິດ ຖືວ່າປະເທດເຮົາຍັງມີຄວາມສ່ຽງເນື່ອງຈາກວ່າບາງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ, ໄດ້ປິດກິດຈະການໃນບາງພື້ນທີ່ ເຮັດໃຫ້ແຮງງານລາວເດີນທາງກັບປະເທດຈໍານວນຫຼາຍ.


ຄຽງຄູ່ກັນນັ້ນ, ທຫລ ໄດ້ອອກແຈ້ງການເພີ່ມເຕີມຫຼາຍສະບັບ ເພື່ອຊ່ວຍເຫຼືອພາກທຸລະກິດ ແລະ ປະຊາຊົນ, ທັງເປັນການຫຼູດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ; ໂດຍຮຽກຮ້ອງໃຫ້ທຸກຄົນເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງວາງອອກຢ່າງເຂັ້ມງວດ. ດ້ວຍການຍົກສູງສະຕິລະວັງຕົວໃນການປ້ອງກັນ, ບໍ່ປະໝາດ ແລະ ຕິດຕາມຂໍ້ມູນ-ຂ່າວສານເປັນປະຈໍາ.

ເຖິງວ່າພວກເຮົາຫຼາຍຄົນໄດ້ສໍາເລັດການສັກວັກຊີນຄົບ 2 ເຂັມແລ້ວກໍ່ຕາມ, ແຕ່ກໍ່ຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ເຄັ່ງຄັດຕໍ່ຕົນເອງ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.