ແວ່ນກັນແດດ ໜຶ່ງໃນອຸປະກອນທີ່ມີຄວາມຈຳເປັນ ຫຼາຍຄົນເຂົ້າໃຈພຽງແຕ່ວ່າໃສ່ເພື່ອຄວາມເທ້ ຄວາມສວຍງາມເອົາໄວ້ຖ່າຍຮູບເວລາໄປທ່ຽວ ແຕ່ທີ່ຈິງແລ້ວແວ່ນຕາກັນແດດເປັນອີກໜຶ່ງສິ່ງທີ່ຄວນມີຕິດຕົວໄວ້ເລີຍ ເພາະປະໂຫຍດຂອງມັນມີຫຼາຍກວ່າ ຄວາມເທ້.
ການປ້ອງກັນຕາທີ່ສຳຄັນ
ແວ່ນຕາກັນແດດໜ້າທີ່ຫຼັກແທ້ໆແລ້ວຄືປົກປ້ອງຕາຂອງເຮົາຈາກແສງແດດທີ່ມີລັງສີຢູວີບີ ທີ່ອາດເຮັດໃຫ້້ສຸຂະພາບຕາເຮົາເສື່ອມສະພາບໄດ້ໄວຂຶ້ນ ( ເຮົາຈະເຫັນຕ່າງປະເທດໃສ່ເປັນປົກກະຕິ ).
ແວ່ນກັນແດດສຳຄັນເທົ່າກັບຄຣີມກັນແດດເລີຍກໍວ່າໄດ້ ຍິ່ງໃນບ້ານເຮົາທີ່ແດດນັ້ນຮຸນແຮງເກີນຄຳບັນລະຍາຍ ເຮົາມາເບິ່ງຜົນເສຍທີ່ອາດເກີດຂຶ້ນຈາກແສງແດດທີ່ມີຕໍ່ຕາກັນດີກວ່າ.
ເລນແກ້ວຕາ ຫາກດູດຊັບລັງສີຢູວີໃນປະລິມານຫຼາຍ ມີໂອກາດເຮັດໃຫ້ຕາເປັນພະຍາດຕໍ້ກະຈົກໄດ້.
ແສງແດດເຮັດໃຫ້ເກີດອາການບໍ່ສະບາຍຕາ ແສບຕາ ກະຈົກຕາອັກເສບໄດ້.
ແສງສີຟ້າ ( ພົບໄດ້ໃນແສງຕາເວັນ ) ແສງນີ້ມັກສະທ້ອນຈາກຜິວນ້ຳ ໃຜທີ່ເບິ່ງຜິວນ້ຳເວລາແດດສ່ອງຈະຮູ້ສຶກໄດ້ ຫຼື ເວລາແດດສະທ້ອນມາຖືກນີ້ມີຜົນເຮັດໃຫ້ຈໍປະສາດຕາເສື່ອມໄວຂຶ້ນໄດ້.
ຈໍປະສາດຕາທີ່ຖືກແສງແດດແຮງໆຫຼາຍ ສົ່ງຜົນຮ້າຍແຮງເຮັດໃຫ້ຕາສູນເສຍການເບິ່ງເຫັນ.
ໃນດ້ານຄວາມສວຍງາມ ແສງແດດອາດຈະເຮັດໃຫ້ເກີດຮິ້ວຮອຍຮອບຕາໄດ້.
ຢ່າງທີ່ກ່າວໄປນີ້ເປັນອັນຕະລາຍຈາກແສງແດດເບື້ອງຕົ້ນ ເຊິ່ງຊີ້ໃຫ້ເຫັນວ່າແວ່ນກັນແດດນັ້ນສາມາດຊ່ວຍໄດ້ຂະໜາດໃດ ແຕ່ກໍຕ້ອງລະວັງຢູ່ດີ ຫຼັກການເລືອກແວ່ນງ່າຍໆ ຄື:
ຄວນເລືອກແວ່ນທີ່ໄດ້ມາດຕະຖານ ປ້ອງກັນລັງສີຢູວີໄດ້ ( ແນະນຳທີ່ສາມາດກັນໄດ້ 400 ).
ຕົວເລນເຄືອບສານກອງລັງສີ ( ເທົາ, ນ້ຳຕານ, ຂຽວ ).
ເລືອກຕົວເລນທີ່ປັບ ຄວາມເຂັ້ມໄດ້ ສາມາດໃສ່ກາງແຈ້ງ ຫຼື ໃນຮົ່ມໄດ້ໃນອັນດຽວ ປັດຈຸບັນກໍມີໃຫ້ເລືອກຫຼາຍ.
ອັນຕະລາຍຢ່າງໜຶ່ງສຳລັບແວ່ນກັນແດດທີ່ບໍ່ໄດ້ມາດຕະຖານທີ່ຄວນລະວັງ ແວ່ນເຫຼົ່ານັ້ນມັກເປັນພລາສຕິກຍ້ອມສີເທົ່ານັ້ນ ແຕ່ບໍ່ໄດ້ປົກປ້ອງເຮົາແທ້ໆ ຊ້ຳຮ້າຍໂຕເລນອາດຈະສະທ້ອນແສງຢູວີ ( UV ) ຫຼາຍກວ່າ 50% ເຂົ້າຕາຂອງເຮົາອີກເຮັດໃຫ້ເກີດອັນຕະລາຍໄດ້.
ແນະນຳໃຫ້ຫາແວ່ນຈາກຮ້ານທີ່ໄວ້ໃຈໄດ້ ເຊິ່ງລາຄາຈະສູງກວ່າຮ້ານທີ່ເຮົາພົບເຫັນທົ່ວໆໄປບໍ່ຫຼາຍ ແຕ່ຖືວ່າກຸ້ມຄ່າກັບການລົງທຶນ ເພາະມັນຊ່ວຍປົກປ້ອງເຮົາໄດ້ທຸກມື້ ແລະ ສາມາດໃຊ້ໄດ້ດົນ.
ທີ່ມາ: https://www.sanook.com/health/29201/