ອຸຕຸ ແຈ້ງຍັງຈະມີຝົນຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນ ບັນດາແຂວງພາກເໜືອ

1043

ພະຍາກອນອາກາດ ປະຈຳວັນທີ 14 ມີຖຸນາ 2021, ເວລາ 7:00 ໂມງ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ:ບໍລິເວນຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ ພັດປົກຄຸມພາກເໜືອດ້ວຍກໍາລັງປານກາງ ຫາ ແຮງ.

ຈະເຮັດໃຫ້ມີຝົນໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ.

ອົງການປົກຄອງທ້ອງຖິ່ນແລະ ປະຊາຊົນທີ່ອາໄສໃນເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງ ແລະ ສືບຕໍ່ກຽມພ້ອມຮັບມືກັບສະພາບຝົນຕົກໜັກທີ່ຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າປ່າໄຫລຊຸແຮງ ສໍາລັບພາກກາງ ແລະ ພາກໃຕ້ ຈະມີຝົນຫລຸດລົງ ຊຶ່ງຈະຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.