ກົດໝາຍກິລາ-ກາຍຍະກໍາ : ກິລາສະໝັກຫຼິ້ນ ກັບ ກິລາອາຊີບ ເປັນມາດຕາໃໝ່

1331

ສະບາຍດີວັນເສົາ… ມື້ນີ້ຂໍນຳເອົາກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ) ໃນໝວດທີ 4 ກິລາ-ກາຍຍະກໍາສະຫມັກຫຼິ້ນ ແລະ ກິລາອາຊີບ

#ຫມວດທີ 4 ກິລາ-ກາຍຍະກໍາສະຫມັກຫຼິ້ນ ແລະ ກິລາອາຊີບ
+ມາດຕາ 39 (ໃຫມ່) ກິລາອາຊີບ
ກິລາອາຊີບ ແມ່ນ ກິລາທີ່ຈັດການແຂ່ງຂັນຢ່າງເປັນລະບົບ ແລະ ຕາມມາດຕະຖານສາກົນ ໂດຍມີອົງການກິລາອາຊີບສາກົນ ຫຼື ສະຫະພັນກິລາສາກົນ ເປັນຜູ້ຈັດຕັ້ງ, ກໍານົດລະບຽບ ແລະ ມີລາງວັນ ທີ່ກໍານົດໄວ້ ຕາມແຕ່ລະປະເພດກິລາ.

+ມາດຕາ 40 (ປັບປຸງ) ນັກກິລາອາຊີບ
ນັກກິລາອາຊີບ ແມ່ນ ຜູ້ຫຼິ້ນກິລາທີ່ຍຶດຖືເປັນອາຊີບ ໂດຍມີອົງການກີລາອາຊີບ ເປັນຜູ້ ຮັບຮອງ ແລະ ຄຸ້ມຄອງ ຕາມລະບຽບການ ຂອງແຕ່ລະປະເພດກິລາ.
– ນັກກີລາອາຊີບ ມີ ສິດ ແລະ ພັນທະ ດັ່ງນີ້:
1. ເຮັດສັນຍາ, ຂຶ້ນທະບຽນສັງກັດສະ ໂມສອນ, ສະຫະພັນກິລາອາຊີບ ໂດຍສອດຄ່ອງກັບ ກົດຫມາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ລະບຽບການ ຂອງກິລາສາກົນ;
2. ປະຕິບັດຕາມສັນຍາທີ່ຕົນໄດ້ເຊັນກັບສະໂມສອນ, ສະຫະພັນກິລາອາຊີບ;

3. ເຂົ້າຮ່ວມການຄັດເລືອກ ແລະ ແຂ່ງຂັນໃນທີມຊາດ, ຮັບໃຊ້ຊາດ ຕາມຄວາມຮຽກຮ້ອງ ຕ້ອງການ;
4. ໄດ້ຮັບການຍ້ອງຍໍ, ລາງວັນ ແລະ ນະໂຍບາຍອື່ນ ຕາມຜົນງານທີ່ຕົນໄດ້ແຂ່ງຂັນ;
5. ໄດ້ຮັບນະໂຍບາຍ ເມື່ອມີການເຈັບເປັນ, ເສຍອົງຄະ, ເສຍຊີວິດ ໃນເວລາເຄື່ອນໄຫວກິລາ ຕາມລະບຽບການ ແລະ ສັນຍາ
6. ຍົກຍ້າຍໄປສັງກັດຢູ່ສະ ໂມສອນອື່ນທັງພາຍໃນ ແລະ ຕ່າງປະເທດ ຕາມການຕົກລົງ ເຫັນດີຂອງສະໂມສອນ ແລະ ສະຫະພັນກິລາ ທີ່ກ່ຽວຂ້ອງ;
7. ເສຍພັນທະລາຍໄດ້ໃຫ້ລັດ ຕາມກົດຫມາຍ; 8. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ສໍາລັບ ມາດຕະຖານ ແລະ ເງື່ອນໄຂ ຂອງນັກກິລາອາຊີບ ໄດ້ກໍານົດໄວ້ໃນລະບຽບການ ຕ່າງຫາກ

ສໍາລັບ ນັກກິລາອາຊີບ ໃນສປປ ລາວ ທີ່ມີການຍອມຮັບແລ້ວວ່າຫຼິ້ນກິລາເປັນອາຊີບແທ້ກໍມີ 2 ນັກກິລາເຊື້ອສາຍລາວຄື ທ້າວ ວໍເຕີ ນັກມວຍສາກົນ ແລະ ນາງ ຟັນນີ ນັກແຂ່ງລົດຖີບ. ນອກນັ້ນ ກໍຍັງມີ ສຸອາພອນ ວົງຈຽງຄໍາ ແລະ ພຸດທະໄຊ ໂຄຈະເລີນ 2 ນັກເຕະທີມຊາດລາວ ທີ່ໄປຫຼິ້ນໃນລີກປະເທດໄທ.