ແຂວງຫົວພັນ​ ເປີດການສັນຈອນຂອງພາຫະນະທຸກປະເພດ ພາຍໃນແຂວງ

978

ໃນວັນທີ​ 5​ ພຶດສະພາ​ 2021​ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ອອກແຈ້ງການເປິດການສັນຈອນຂອງພາຫະນະທຸກປະເພດ ພາຍໃນແຂວງ​ ​ເຊິ່ງຜ່ານການຕິດຕາມກວດກາຂອງຄະນະສະເພາະກິດຂັ້ນແຂວງ ແລະ ເມືອງ ທີ່ໄດ້ດຳເນີນມາແຕ່ວັນທີ 21 ເມສາ 2021​ ຈົນເຖິງວັນທີ 04 ພຶດສະພາ 2021 ເຫັນວ່າ: ພາຍໃນແຂວງຍັງບໍ່ທັນພົບກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ-19.

ດັ່ງນັ້ນ, ເພື່ອອໍານວຍຄວາມສະດວກໃນການສັນຈອນໄປມາ, ເຮັດໃຫ້ການຄົມມະນາຄົມຂົນສົ່ງ ສິນຄ້າ ແລະ ໂດຍສານ ພາຍໃນແຂວງຫົວພັນ ເຂົ້າສູ່ສະພາວະປົກກະຕິ, ພະແນກ ຍທຂ ແຂວງຫົວພັນ ອອກແຈ້ງການດັ່ງນີ້:
1. ເຫັນດີເປີດການສັນຈອນຂອງພາຫະນະທຸກປະເພດ ພາຍໃນແຂວງຫົວພັນ ເປັນປົກກະຕິ ເລີ່ມແຕ່ເວລາ​ 06:00 ໂມງ ຂອງວັນທີ 5 ພຶດສະພາ 2021 ເປັນຕົ້ນໄປ.


2. ຜູ້ນໍາໃຊ້ພາຫະນະທຸກປະເພດທີ່ສັນຈອນໄປມາພາຍໃນແຂວງຫົວພັນ ລວມທັງຜູ້ໂດຍສານ ຕ້ອງປະຕິບັດມາດຕະການສະກັດກັ້ນ. ຄວບກຸມການແຜ່ລະບາດຂອງພະຍາດໂຕວິດ- 19 ຕາມມາດຕະການຂອງຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ວາງອອກຢ່າງເຂັ້ມງວດ.


3. ລົດຂົນສົ່ງສິນຄ້າ, ສະບຽງອາຫານ ແລະ ນ້ຳມັນເຊື້ອໄຟ ທີ່ຂົນສົ່ງຈາກຕ່າງແຂວງ, ຕ່າງປະເທດເຂົ້າມາແຂວງຫົວພັນແມ່ນ ຍັງໃຫ້ສືບຕໍ່ປະຕິບັດການຄ່ຽນຖ່າຍສິນຄ້າ ຫຼື ສັບປ່ຽນໂຊເຟີ້ ລົດຕາມແຈ້ງການແນະນຳຂອງພະແນກ ຍທຂ ແຂວງຫົວພັນ ສະບັບເລກທີ 1075/ຍທຂ, ລົງວັນທີ 23 ເມສາ 2021 ຈົນກວ່າຈະມີການປ່ຽນແປງ.