2 ບໍລິສັດ ມອບເງິນຊ່ວຍແຂວງໄຊສົມບູຸນ ໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ 19

433

ບໍລິສັດ ແຊັດວ່າຍ ແລະ ກຸ່ມບໍລິສັດ ຮ່ວມມືເສດຖະກິດ (ໂກເອກໂກ ) ທະຫານເຂດ 4 ໄດ້ມອບເງິນຊ່ວຍເຫລືອ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດຂອງໂຄວິດ 19 ໃກ້ແກ່ແຂວງໄຊສົມບູນ ໃນວັນທີ 29 ເມສາ ທີ່ຫ້ອງວ່າການແຂວງ.

.

ກ່າວມອບຂອງທ່ານ ລິນລີຫົວ ປະທານບໍລິສັດແຊັດວ່າຍ ແລະ ທ່ານ ງວຽນແອ່ງແທ່ງ ຜູ້ອຳນວຍການບໍລິສັດແຮ່ທາດ ແລະ ຫຼອມໂລຫະ ວຽງຈັນຈຳກັດ ທີ່ຂຶ້ນກັບກຸ່ມບໍລິສັດ ຮ່ວມມືເສດຖະກິດ (ໂກເອກໂກ ) ທະຫານເຂດ 4 ແລະ ກ່າວຮັບໂດຍທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍມີການນຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.


ຈຳນວນເງິນທີ່ທາງບໍລິສັດນຳມາມອບໃນຄັ້ງນີ້ ມີທັງໝົດ ຈຳນວນ 400 ລ້ານກວ່າກີບ ໃນນີ້ ບໍລິສັດ ແຊັດວ່າຍ ມອບໃຫ້ຈຳນວນ 210.000.000 ກີບ, ກຸມບໍລິສັດ ຮ່ວມມືເສດຖະກິດ (ໂກເອກໂກ ) ທະຫານເຂດ 4 ມອບໃຫ້ຈຳນວນ 200.000.000 ລ້ານກີບ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ພາຍໃນແຂວງໄຊສົມບູນ.

ໂອກາດນີ້ ທ່ານ ຄຳລຽງ ອຸທະໄກສອນ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ສອງບໍລິສັດດັ່ງກ່າວ ພ້ອມທັງສະແດງຄວາມຂອບໃຈ ນຳທັງສອງບໍລິສັດ ທີ່ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ມອບເງິນຊ່ວຍເຫລືອໃຫ້ແຂວງໄຊສົມບູນໃນຄັ້ນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເງິນຈຳນວນນີ້ ເຂົ້າໃນວຽກງານຕ້ານ ແລະ ສະກດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ມີປະສິດທິຜົນສູງ ເພື່ອຮັບປະກັນໃຫ້ແຂວງໄຊສົມບູນ ຫລຸດພົ້ນຄວາມສ່ຽງຈາກພະຍາດດັ່ງໄດ້ 100% ແລະ ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.

ສະໜັບສະໜູນຂ່າວໂດຍ:ທະນາຄານການຄ້າຕ່າງປະເທເດລາວມະຫາຊົນ