ຕິດຕາມທາມລາຍ ກໍລະນີ 59 ຜູ້ຕິດເຊື້ອໂຄວິດ-19 ພົວພັນຫຼາຍຈຸດໃຫ້ແຕ່ລະຄົນຕິດຕາມຕົນເອງ

522

ຕາມລາຍງານຂອງຄະນະສະເພາະກິດມື້ນີ້ ມີຜູ້ຕິດເຊື້ອສອງຄົນ ໂດຍກໍລະນີທີ 59 ແມ່ນໄດ້ໄປຫຼາຍບ່ອນຫຼາຍທີ່ ພົວພັນກຸ່ມຜູ້ຕິດໄປມາຫຼາຍວັນ ທີ່ສຳຄັນໄດ້ເຂົ້າຮ້ານນວດ, ຮ້ານອາຫານ ໂຮງແຮມ, ຂຶ້ນລົດເມ ເຊິ່ງມີສ່ວນພົວພັບກັບຫຼາຍຈຸດທີ່ທຸກຄົນທີ່ຢູ່ນະຈຸດນັ້ນຕ້ອງຕິດຕາມຕົນເອງມີອາການຜິດປົກກະຕິຫຼືບໍ ສຳລັບທາມລາຍຂອງເພິ່ນແມ່ນຕາມນີ້ເລີຍ.

ຜູ້ຕິດເຊື້ອກໍລະນີທີ 59 ເພດຍິງ, ອາຍຸ: 25 ປີ, ສັນຊາດ: ລາວ, ອາຊີບ: ນັກສຶກສາ ທີ່ຢູ່ປະຈຸບັນ: ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ປະຫວັດການເຄື່ອນໄຫວ
ວັນທີ 6 ເມສາ 2021 ໝູ່ຂອງເອື້ອຍຮັກ 2 ຄົນ (ເພດຊາຍ) ລັກລອບຂີ່ເຮືອຂ້າມມາຈາກປະເທດໄທ ແລະ ເຂົ້າພັກຢູ່ບ້ານພັກ ໂຮງແຮມສາຍແພໄໝ 2 ຢູ່ແຂວງສະຫັວນນະເຂດ ແລ້ວໄດ້ມາພົບເອື້ອຍຮັກ ຂອງຜູ້ກ່ຽວ, ທັງ 3 ຄົນ ໄດ້ໄປຮ້ອງຄາຣາໂອເກະ (ບໍ່ຊື່ຮ້ານ) ເວລາ 20:30 ໂມງ ຈຶ່ງໄດ້ຂຶ້ນລົດຈາກຄິວລົດແຂວງສະຫວັນນະເຂດ ມານະຄອນຫຼວງວຽງຈັນ.


ວັນທີ 7 ເມສາ 2021 ເວລາ 5:40 ໂມງເຊົ້າ ເດີນທາງມາຮອດນະຄອນຫຼວງວຽງຈັນ, ທັງ 3 ຄົນ ເດີນທາງໄປຮ້ານຄາຣາໂອເກະ 8118 ຕັ້ງຢູ່ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ, ຫຼັງຈາກນັ້ນ ເຂົ້າພັກຢູ່ໂຮງແຮມເຈືອງ 2, ບ້ານສີບຸນເຮືອງ, ເມືອງຈັນທະບູລີ.

ວັນທີ 8 ເມສາ 2021 ຜູ້ກ່ຽວ ໄດ້ຮັບທັງ 3 ຄົນຢູ່ໂຮງແຮມດັ່ງກ່າວ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຕັ້ງຢູ່ບ້ານທ່າສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ .
ວັນທີ 9 ເມສາ 2021 ຕອນແລງ ໄດ້ເດີນທາງໄປຮັບທັງ 3 ຄົນ ຢູ່ໂຮງແຮງດັ່ງກ່າວ ໄປວັດສີເມືອງ, ເມືອງສີສັດຕະນາກ ແລະ ກັບໄປສົ່ງພວກກ່ຽວຢູ່ໂຮງແຮມຄືນ ຫຼັງຈາກນັ້ນ ຜູ້ກ່ຽວ ເດີນທາງໄປຮຽນພາສາອັງກິດຢູ່ໂຮງຮຽນ Vientiane College. ຕອນຄໍ່າ ມາຮັບທັງ 3 ຄົນຢູ່ໂຮງແຮມ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຈົນຮອດເວລາປິດຮ້ານ ແລະ ໄປສົ່ງພວກກ່ຽວຢູ່ໂຮງແຮມ.


ວັນທີ 11 ເມສາ 2021 ຕອນຄ່ຳ ຜູ້ກ່ຽວໄດ້ຮັບຂ່າວວ່າ ທັງ 3 ຄົນ ເດີນທາງໄປສະຖານທີ່ບັນເທິງ WhatClub ແລະ ໄປຮ້ານຄາຣາໂອເກະ 8118.
ວັນທີ 12 ເມສາ 2021ຕອນບ່າຍ ຜູ້ກ່ຽວພາທັງ 3 ຄົນໄປຮ້ານນວດ 111 ຢູ່ບ້ານໜອງບອນ, ພາຍຫຼັງນວດແລ້ວ ໄດ້ພາກັນໄປກິນເຂົ້າປຽກໄກ່ຜູ້ໂອກ ຢູ່ໃນປ້ຳນ້ຳມັນສີບຸນເຮືຶອງ (ໃຊ້ເວລາ 1 ຊົ່ວໂມງ) ແລະ ກັບໄປສົ່ງທັງ 3 ຢູ່ໂຮງແຮມ.
– ຕອນຄ່ຳ ຜູ້ກ່ຽວ ແລະ ເອື້ອຍຮັກ ເດີນທາງໄປກິນປິ້ງປາໝຶກ ຢູ່ທ່ົງຂັນຄຳ, ຕໍ່ໜ້າສະຖານີດັບເພິງ, ເມືອງຈັນທະບູລີ.
ວັນທີ 13 ເມສາ 2021ໝູ່ເອື້ອຍຮັກທັງ 2 ຄົນ ມີໄຂ້ ແລະ ເມື່ອຍ. ບໍ່ໄດ້ພົບກັບຜູ້ກ່ຽວ.
ວັນທີ 14-15 ເມສາ 2021
– ຜູ້ກ່ຽວຮູ້ສຶກເມື່ອຍ


ວັນທີ 16-17 ເມສາ 2021
– ທັງ 3 ຄົນ ອອກຈາກໂຮງແຮມ (ບໍ່ຮູ້ເດີນທາງດ້ວຍວິທີໃດ) ໄດ້ກາຍຂີີ່ລົດກາຍບ້ານ ໝາກນາວ ມາຂຶ້ນເຮືອ ໄປທ່າບໍ່, ແຂວງໜອງຄາຍ, ປະເທດໄທ.
– ຜູ້ກ່ຽວໄດ້ຮັບໂທລະສັບ ວ່າ ທັງ 3 ຄົນ ຕິດເຊື້ອ COVID-19 ແລະ ໜຶ່ງໃນໝູ່ເອື້ອຍຮັກ ມີອາການໜັກ.
– ຜູ້ກ່ຽວເດີນທາງໄປກວດຢູ່ໂຮງໝໍລາວຫວຽດ ດ້ວຍອາການໄຂ້, ເມື່ອຍ, ຖອກທ້ອງ ແລະ ໄດ້ຢາຈຳນວນໜຶ່ງມາກິນຢູ່ບ້ານ ອາການດີຂຶ້ນ.


ວັນທີ 19 ເມສາ 2021 ເດີນທາງມາກິນເຂົ້າຢູ່ເຮືອນໝູ່ ມີ 3 ຄົນ (ລວມທັງຜູ້ກ່ຽວ) ເລີ່ມຮູ້ສຶກອ່ອນເພຍ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ, ຖືກເກັບຕົວຢ່າງ ແລະ ເຂົ້ານອນແຍກປ່ຽວ ຜົນກວດວິເຄາະ ແມ່ນພົບເຊື້ອ COVID-19
ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ, ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 19 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.