ຫຼ້າສຸດຈາກຄຳມ່ວນ ແຈ້ງປິດການນໍາໃຊ້ເສັ້ນທາງລຽບແຄມຂອງ

210

ຕອນນີ້ຕ້ອງລະມັດລະວັງຫຼາຍຂຶ້ນເທົ່າໃດຍິ່ງດີທ່າມກາງທີ່ປະເທດໃກ້ຄຽງມີຜູ້ຕິດເຊື້ອໂຄວິດ-19ເພີ່ມຂຶ້ນທຸກວັນ ເຊິ່ງຕະຫຼອດ 2-3 ວັນມານີ້ ຫຼາຍແຂວງແມ່ນໄດ້ອອກແຈ້ງການເພີ່ມຄວາມເຂັ້ມງວດ ຕໍ່ການກວດກາລາດຕາເວັນຕາມແນວຊາຍແດນລວມເຖິງມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍລັກລອບເຂົ້າປະເທດໂດຍບໍ່ໄດ້ຮັບອະນຸຍາດ ແລະຫຼ້າສຸດທາງແຂວງຄຳມ່ວນແມ່ນໄດ້ແຈ້ງປິດເສັ້ນທາງແຄມຂອງແລ້ວ.


ອີງຕາມແຈ້ງການສະບັບເລກທີ 176 /ຫວຂ.ຄມ ລົງວັນທີ 19 ເມສາ 2021 ຂອງຫ້ອງວ່າການປົກຄອງແຂວງຄຳມ່ວນແມ່ນໃຫ້ປິດການນໍາໃຊ້ເສັ້ນທາງລຽບແຄມຂອງ ແຕ່ 3 ແຍກ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຫາ 3 ແຍກ ພະແນກ ແຜນການ ແລະ
ການລົງທຶນແຂວງ ໄລຍະຊົ່ວຄາວຈົນກວ່າຈະແຈ້ງເປີດໃຫ້ນໍາໃຊ້ອີກຄັ້ງ ໂດຍອີງຕາມກອງປະຊຸມປຶກສາຫາລື ຂອງຄະນະສະເພາະກິດ ປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດອັກເສບປອດສາຍພັນໃຫມ່ ໂຄວິດ-19 ແຂວງຄໍາມ່ວນ ໃນຄັ້ງວັນທີ 17 ເມສາ 2021.


ທັ້ງນີ້ກໍ່ເນື່ອງຈາກວ່າແຂວງຄໍາມ່ວນ ໄດ້ມີກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 01 ຄົນ ຊຶ່ງເປັນກໍລະນີ ຕິດເຊື້ອ ທີ 55 ຂອງ ສປປ ລາວ ແລະ ເປັນກໍລະນີ ທີ 01 ຂອງແຂວງຄໍາມ່ວນ, ເພື່ອເປັນການແຍກປ່ຽວຜູ້ຕິດເຊື້ອ ຄະນະສະເພາະກິດ ໂຄວິດ-19 ແຂວງຄໍາມ່ວນ ໄດ້ກໍານົດເອົາອາຄານຫ້ອງການພະແນກ ຖວທ ແຂວງຫລັງເກົ່າ ເປັນສະຖານທີ່ແຍກປ່ຽວປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19. ສະນັ້ນ, ເພື່ອເປັນການປ້ອງກັນ ແລະ ຫຼີກລຽງຄວາມສ່ຽງຈາກການແຜ່ເຊື້ອຂອງພະຍາດດັ່ງກ່າວ ໄປຍັງປະຊາຊົນ.


ຫ້ອງວ່າການ ແຂວງຄໍາມ່ວນ ຂໍຖືເປັນກຽດແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ໃຫ້ຄວາມຮ່ວມມືໃນການ ຈັດຕັ້ງປະຕິບັດ ດັ່ງນີ້:
່ໃຫ້ປິດການນໍາໃຊ້ເສັ້ນທາງລຽບແຄມຂອງແຕ່ 3 ແຍກ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ຫາ 3 ແຍກ ພະແນກແຜນການ ແລະ ການລົງທຶນແຂວງ ເນື່ອງຈາກເສັ້ນທາງດັ່ງກ່າວຈະໄດ້ນໍາໃຊ້ ເປັນເສັ້ນທາງຂົນສິ່ງເສດເຫຼືອອອກຈາກສູນປິ່ນປົວຜູ້ຕິດເຊື້ອ ເພື່ອປ້ອງກັນ ແລະ ຫຼີກລຽງຄວາມສ່ຽງ ຈາກເຊື້ອພະ ຍາດດັ່ງກ່າວໄປຍັງປະຊາຊົນ ຜູ້ທີ່ເຂົ້າໃກ້ເຂດບໍລິເວນສູນແຍກປ່ຽວ ປິ່ນປົວຜູ້ຕິດເຊື້ອພະ ຍາດໂຄວິດ-19 ໄລຍະຊົ່ວ ຄາວຈົນກວ່າຈະມີການແຈ້ງໃຫ້ເປີດນໍາໃຊ້ເສັ້ນທາງດັ່ງກ່າວອີກຄັ້ງ.


ມອບໃຫ້ ອົງການ ພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ປະສານສົມທົບກັບກອງບັນຊາການ ປກສ ເມືອງ ນໍາເອົາສິ່ງກິດຂວາງການຈາລະຈອນ (ຈວຍ, ເເຜງກັ້ນ ແລະ ປ້າຍຫ້າມຜ່ານ) ໄປຕິດຕັ້ງໃສ່ຈຸດທາງ 3 ແຍກ ທັງ 2 ຈຸດ ນັບແຕ່ວັນທີ 19 ເມສາ 2011 ເປັນຕົ້ນໄປ ເພື່ອແຈ້ງເຕືອນ ແລະ ກີດກັ້ນບໍ່ໃຫ້ປະຊາຊົນຜ່ານ ເຂົ້າ ໄປໄກ້ບໍລິເວນສູນແຍກປ່ຽວ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ.
ມອບໃຫ້ ກອງບັນຊາການ ປກສ ແຂວງ ຕິດຕາມການນໍາໃຊ້ເສັ້ນທາງດັ່ງກ່າວຢ່າງເປັນປົກກະຕິ ເພື່ອ ຮັບປະກັນໃຫ້ການຄວບຄຸມ ແລະ ອໍານວຍການຈໍລະຈອນ ຢູ່ເຂດດັ່ງກ່າວມີຄວາມສະດວກປອດໄພ.