ປະທານສະພາປະຊາຊົນແຂວງສະຫວັນນະເຂດລົງເຄື່ອນໄຫວເຮັດວຽກຢູ່ເມືອງວິລະບູລີ ເບິ່ງສະຖານທີ່ຂຸດຄົ້ນແຫຼ່ງອະລິຍະທໍາວັດຖຸບູຮານທີ່ມີອາຍຸປະມານ 6.000 ປີ

153

29-30ມັງກອນ ຜ່ານມາ ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,​ ທ່ານນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກ ຖວທ ແຂວງ,​ ມີສະຫະພັນແມ່ຍິງແຂວງ,​ ຊາວໜຸ່ມແຂວງ,​ ພະແນກການຂອງແຂວງ ພ້ອມດ້ວຍຄະນະທີມງານ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງວິລະບູລີ.

ໂດຍການຕ້ອນຮັບຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະ.

ໃນການເຄື່ອນໄຫວໃນຄັ້ງນີ້ແມ່ນໄດ້ໄປເບິ່ງສະຖານທີ່ຂຸດຄົ້ນແຫຼ່ງອະລິຍະທໍາວັດຖຸບູຮານທີ່ມີອາຍຸປະມານ 4.500 -​ 6.000 ປີ ຢູ່ທີ່ບ້ານນໍ້າປະເຄນ, ໄປເບິ່ງສະຖານທີ່ທ່ອງທ່ຽວທາງທໍາມະຊາດ ຫີນສາມເສົ້າ -​ ນໍ້າເກົ້າແຄວ ( ປ່າສະຫງວນດົງຕາວ ).

.

​ ຈາກນັ້ນໄດ້ໄປສໍາຫລວດເບິ່ງສິມນໍ້າບາດ ເຊິ່ງເປັນສິມທີ່ເກົ່າແກ່ ທີ່ມີອາຍຸປະມານ 200 ກວ່າປີ ຢູ່ທີ່ບ້ານໃໝ່ ເພື່ອຈະໄດ້ມີການອະນຸລັກໄວ້ ເປັນສະຖານທີ່ສັກກະລະບູຊາຂອງຊາວພຸດທະສາດສະໜາທັງຫຼາຍ ແລະ ສຸດທ້າຍແມ່ນໄດ້ໄປຊຸກຍູ້,​ຕິດຕາມການເຮັດທາງ ແລະ ຕັດຕາຜ້າຈັດສັນເປັນເຂດພັດທະນາຮອບດ້ານ ຢູ່ທີ່ບ້ານໂພນຄໍາ ຂອງເມືອງວິລະບູລີ ຕື່ມອີກ.

ທີ່ມາ:News Vilabouly-ຊ່ອງຂ່າວເມືອງວິລະບູລີ