ມອບ-ຮັບສວນອະນຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ

208

ພິທີມອບ-ຮັບ ສວນອະນຸສາວະລີພະບາດສົມເດັດພະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຈັດຂຶ້ນໃນວັນທີ 24 ມັງກອນ 2021 ທີ່ສວນອະນຸສາວະລີພະບາດ ສົມເດັດພະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ເປັນກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍ ພຸດທະສາສະນິກະຊົນເຂົ້າຮ່ວມ.

ໃນພິທີ ທ່ານ ພົງໄຊ ໄຊຊະນະ ໄຊຍະເສນາ ປະທານບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ກ່າວວ່າ: ໂຄງການດັ່ງກ່າວ ໃຊ້ເວລາກໍ່ສ້າງ 30 ເດືອນ ຊຶ່ງເປັນໂຄງການກໍ່ສ້າງສາທາລະນະ ໂດຍການມີສ່ວນຮ່ວມຂອງ ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ, ບໍລິສັດ ແລະ ປວງຊົນລາວທັງພາຍໃນ ແລະ ຕ່າງປະເທດ ໂດຍແມ່ນກຸ່ມບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ເປັນຜູ້ສັດທາຫຼັກປະກອບສ່ວນທຶນເບື້ອງຕົ້ນ ມີມູນຄ່າທັງໝົດ 37 ຕື້ກີບ. ປະກອບມີ 2 ໜ້າວຽກໃຫຍ່ຄື: ວຽກເທທອງຫຼໍ່ຮູບເໝືອນພະເຈົ້າໄຊຍະເຊດຖາທິຣາດມະຫາຣາດ ປະທັບຊ້າງເຜືອກມຸງຄຸນປະທານພອນ ນ້ຳໜັກ 18 ໂຕນ, ມູນຄ່າໄມ້ຢືນຕົ້ນ 3 ຕື້ກີບ ແລະ ວຽກກໍ່ສ້າງສະຖາປະຕິມາກຳລວດລາຍວິຈິດສິນຕ່າງໆ ເປັນຕົ້ນ ອາຄານຫໍມູນເຊື້ອ, ຫ້ອງການ, ຫ້ອງນ້ຳສາທາລະນະ, ຖານຕັ້ງແທ່ນ ແທ່ນກົມມະລຽນ ລານເບຕົງພິມລາຍ, ເບຕົງທາງຍ່າງ (ຟຸດບາດ), ກຳແພງ, ວຽກປູກຕົ້ນໄມ້, ປູກດອກໄມ້ປະດັບ ວຽກລະບົບໄຟຟ້າ-ນ້ຳປະປາ ມູນຄ່າ 34 ຕື້ກີບ. ພ້ອມນີ້ ຜູ້ຮັບເໝົາ ກໍ່ສ້າງ ຍັງໄດ້ປະກອບສ່ວນສ້າງສວນຫຼິ້ນຂອງເດັກນ້ອຍຊິງຊ້າມ້າໝູນ ຫຼໍ່ພະພຸດທະຮູບຈຳລອງ ປະດິດສະຖານໄວ້ທີ່ຫໍມູນເຊື້ອ ກໍ່ສ້າງພະທາດກອງໄຊຈັກກະພັດ ເພື່ອອຸທິດໃຫ້ດວງວິນຍານຂອງນັກຮົບນາຍກອງທະຫານກ້າຂອງພະເຈົ້າໄຊຍະເຊດຖາທິຣາດ.


ການກໍ່ສ້າງສວນອະນຸສາວະລີແຫ່ງນີ້ ນອກຈາກເປັນແຫຼ່ງຮຽນຮູ້ທາງດ້ານປະຫວັດສາດ, ສິລະປະວັດທະນະທຳແລ້ວ ຍັງເປັນສວນສາທາລະນະຮັບໃຊ້ປະຊາຊົນແຂວງອັດຕະປື ໄດ້ນຳໃຊ້ອອກກຳລັງກາຍ ແລະ ຈັດກິດຈະກຳທາງດ້ານສິລະປະວັດທະນະທຳມວນຊົນ ຈັດພິທີຕາມຮີດຄອງປະເພນີ ແລະ ກາຍເປັນໜຶ່ງໃນຈຸດໝາຍປາຍທາງແຫ່ງການທ່ອງທ່ຽວ ຂອງແຂວງອັດຕະປື.


ໃນໂອກາດດຽວກັນ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ຕາງໜ້າອຳນາດການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ຂຶ້ນກ່າວຮັບ ແລະ ພ້ອມທີ່ຈະປົກປັກຮັກສາໂຄງການດັ່ງກ່າວ ພ້ອມທັງໂຄສະນາເຜີຍແຜ່ໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮ່ຳຮຽນສືບຕໍ່ໄປຊົ່ວກາລະນານ.
ຈາກນັ້ນ ທ່ານ ຈູມມະລີ ໄຊຍະສອນ ພ້ອມດ້ວຍ ບັນດາທ່ານການນຳຂັ້ນສູນກາງ, ການນຳຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມກັນລັ່ນຄ້ອງເກົ້າບາດ ແລະ ຕັດແຖບຜ້າມອບ – ຮັບຢ່າງເປັນທາງການ ແລະ ໃນເວລາ 15:00ໂມງ ກໍໄດ້ມີພິທີແຮ່ຜາສາດເຜິ້ງ ຈາກ 5 ຕົວເມືອງອ້ອມກົມມະລຽນອະນຸສາວະລີ 3 ຮອບແລະ ຮັບຊົມສີລະປະວັນນະຄະດີການຟ້ອນຖະຫວາຍກອງບຸນ 39 ກອງ; ໃນຕອນຄ່ຳກໍໄດ້ມີພິທີສູດປະລິຕະມຸງຄຸນ ພ້ອມທັງຄົບງັນກອງບຸນ.