ການແຂ່ງຂັນເທຄວັນໂດ ຊີງຂັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ ປະຈໍາປີ 2020 ເປີດສາກຂຶ້ນຢ່າງເປັນທາງການແລ້ວໃນວັນທີ 28 ພະຈິກ 2020 ແລະ ຈົບລົງວັນທີ 29 ພະຈິກ 2020 ທີ່ເດີ່ນຮົມບູຢອງ ( ດົງໂດກ ), ເຊິ່ງໃນມື້ການແຂ່ງຂັນຕົວຈິງມີເຖິງ 27 ສະໂມສອນ ແລະ ນັກກີລາ 400 ກວ່າຄົນເຂົ້າຮ່ວມຊີງໄຊ.
ການແຂ່ງຂັນຄັ້ງນີ້ມີການແຂ່ງຂັນທັງປະເພດຕໍ່ສູ້ ແລະ ປະເພດຟ້ອນ ມີການຊີງໄຊຫຼາຍກວ່າ 70 ຫຼຽນຄໍາ ເຊິ່ງອັນດັບ 1 ແມ່ນຈະໄດ້ຮັບຫຼຽນຄໍາ, ອັນດັບ 2 ຫຼຽນເງິນ ແລະ ອັນດັບ 3 ຫຼຽນທອງ ພ້ອມໃບຍ້ອງຍໍ ໂດຍ 10 ສະໂມສອນທີ່ຍາດໄດ້ຫຼຽນລາງວັນຫຼາຍທີ່ສຸດມີດັ່ງຮູບລຸ່ມນີ້:
ບັນຍາກາດການແຂ່ງຂັນ