ບົດສະຫຼຸບ ບານເຕະທົ່ວປະເທດ 2020 ກັບການສ້າງປະຫວັດສາດໜ້າໃໝ່

376

ນັດຊີງຊະນະເລີດ ການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ປະຈໍາວັນທີ 21 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຈະຢູ່ໃນຄວາມຈື່ຈໍາຂອງຊາວລາວທັງປະເທດ ເພາະມີຫຼາຍສິ່ງທີ່ເກີດຂຶ້ນເປັນຄັ້ງທໍາອິດໃນປະຫວັດສາດຂອງວົງການບານເຕະລາວ ໂດຍສະເພາະຕ້ອງຕັດສິນກັນດ້ວຍການຍິງຈຸດໂທດ ທັງບານເຕະຍິງ ແລະ ບານເຕະຊາຍ ທັງຍັງເປັນນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດ.

ການແຂ່ງຂັນບານເຕະ ລາຍການດັ່ງກ່າວຈັດຂຶ້ນມາແຕ່ວັນທີ 6 ພະຈິກ 2020 ຈົນຫຼ້າສຸດໃນວັນທີ 21 ພະຈິກ 2020 ເປັນການແຂ່ງຂັນນັດຊີງຊະນະເລີດທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໂດຍຄູ່ທໍາອິດເປັນການແຂ່ງຂັນບານເຕະຍິງລະຫວ່າງ ນະຄອນຫຼວງວຽງຈັນ ພົບກັບ ແຂວງຊຽງຂວາງ ກ່ອນທີ່ຈະເປັນ ນະຄອນຫຼວງວຽງຈັນ ຍິງຈຸດໂທດເອົາຊະນະ 5-3 ຫຼັງສະເໝີກັນ 2-2 ໃນເວລາປົກກະຕິ.

ສ່ວນບານເຕະຊາຍແຂ່ງຂັນເປັນຄູ່ທີ 2 ລະຫວ່າງ ແຂວງຈໍາປາສັກ ພົບກັບ ແຂວງຫຼວງພະບາງ ເປັນຄູ່ທີ່ສົມນໍ້າສົມເນື້ອ ແລະ ມ່ວນທີ່ສຸດ ປາກົດວ່າ: ເຄິ່ງເວລາທໍາອິດ ແຂວງຫຼວງພະບາງ ເຮັດໄດ້ດີ ແລະ ສ້າງໂອກາດຍິງໄດ້ຕໍ່ເນື່ອງ ໄດ້ປະຕູຂຶ້ນນໍາໄປກ່ອນຈາກ ສິນນະກອນ ກຸມະນີຄໍາ ໃນໄລຍະທ້າຍຂອງເຄິ່ງເວລາທີ 1, ສ່ວນເຄິ່ງເວລາທີ 2 ຈໍາປາສັກ ເກມເລີ່ມພຽງ 5 ນາທີກໍສາມາດຕີສະເໝີ 1-1 ຈາກການຍິງຂອງ ທິບພະຈັນ ຄໍາໃບອ່ອນ ກອງໜ້າດາວເດັ່ນຂອງທີມ, ສ່ວນເວລາທີ່ເຫຼືອ ເປັນ ຈໍາປາສັກ ທີ່ຄອງເກມເໜືອກວ່າ ແລະ ສ້າງໂອກາດຍິງຫຼາຍແຕ່ເຮັດຫຍັງບໍ່ໄດ້ສະເໝີກັນ 1-1 ໃນເວລາ 90 ນາທີ ແລະ ຕໍ່ເວລາພິເສດ.

ກ່ອນຈະມາຕັດສິນດ້ວຍການເຕະຈຸດໂທດເປັນ ຈໍາປາສັກ ທີ່ໂດດເດັ່ນກວ່າເມື່ອຍິງຜິດຜາດໄປຄົນດຽວ ແລະ ຜູ້ຮັກສາປະຕູສາມາດປ້ອງກັນໄດ້ 2 ໜ່ວຍ ແລະ ນັກເຕະຂອງຫຼວງພະບາງ ຍິງຫຼຸດເປົ້າ 1 ຄົນ ເຮັດໃຫ້ ເອົາຊະນະ ຫຼວງພະບາງ ທີ່ຍິງພາດໄປເຖິງ 3 ຄົນໄປ 3-2 ໃນການຍິງຈຸດໂທດ ພ້ອມຄວ້າແຊັມໄປຄອງ.

ຫຼັງຈົບການແຂ່ງຂັນລາຍການນີ້ເຫັນວ່າ: ມີຫຼາຍສິ່ງທີ່ເກີດຂຶ້ນຄັ້ງທໍາອິດໃນປະຫວັດສາດຂອງວົງການບານເຕະລາວ ເລີ່ມຈາກນັດຊີງຊະນະເລີດຕ້ອງໃຊ້ເວລາແກ່ຍາວທີ່ສຸດດ້ວຍການຍິງຈຸດໂທດຕັດສິນທັງທີມຊາຍ ແລະ ທີມຍິງ, ມີແຟນບານເຂົ້າຊົມຫຼາຍທີ່ສຸດ ໂດຍສະເພາະການແຂ່ງຂັນຂອງນັດຊີງທີມຊາຍ 21.500 ກວ່າຄົນເກືອບເຕັມຄວາມບັນຈຸຂອງສະໜາມກີລາແຫ່ງຊາດ ຫຼັກ 16 ທີ່ບັນຈຸໄດ້ 25.000 ທີ່ນັ່ງ ແລະ ທີມບານເຕະຊາຍ ແຂວງຈໍາປາສັກ ເປັນທີມທີ່ຊະນະລວດ 7 ນັດເປັນສະຖິຕິສູງສຸດຂອງລາຍການນີ້ຄວ້າຂັນແຊັມຂັນທໍາອິດໃນລາຍການ ພ້ອມເງິນລາງວັນ 100 ລ້ານກີບ ແລະ ຫຼຽນລາງວັນໄປຄອງຢ່າງຍິ່ງໃຫຍ່, ສ່ວນແຂວງຫຼວງພະບາງ ໄດ້ເງິນລາງວັນ 40 ລ້ານກີບ ເຊັ່ນດຽວກັບທີມ ນະຄອນຫຼວງ ແຊັມ ແລະ ແຂວງຊຽງຂວາງ ຮອງແຊັມໄດ້ຄືກັບທີມຊາຍ.

ສ່ວນລາງວັນອື່ນໆສໍາລັບ ລາຍການນີ້ປະກອບມີ:
+ທີມຊາຍ:
– ວຽງນະຄອນ ວິລະບຸດ ຈາກ ແຂວງຫຼວງພະບາງ ຄວ້າລາງວັນຜູ້ຮັກສາປະຕູດີເດັ່ນ ເສຍ 2 ປະຕູ ຈາກການແຂ່ງຂັນ 5 ນັດ.

  • ຫວາງໃຈ ເມືອງມະນີ ຈາກ ແຂວງຈຳປາສັກ ຄວ້າລາງວັນ ຄູຝຶກດີເດັ່ນ.

  • ສັງວອນ ພິມມະເສນ ແລະ ທິບພະຈັນ ຄຳໃບອ່ອນ ຈາກ ແຂວງຈຳປາສັກ ຍິງໄດ້ 5 ປະຕູເທົ່າກັນ ຄວ້າລາງວັນ ຜູ້ຍິງປະຕູສູງສຸດ ຈາກການແຂ່ງຂັນ 7 ນັດ.

+ທີມຍິງ:
– ຈິນຕະຫຼາ ຈັນທະສ້ວຍ ຈາກ ນະຄອນຫຼວງວຽງຈັນ ຄວ້າລາງວັນຜູ້ຮັກສາປະຕູດີເດັ່ນ ເສຍ 2 ປະຕູ ຈາກການແຂ່ງຂັນ 5 ນັດ.

  • ພອນໄຊ ວົງທອງຄຳ ຈາກ ນະຄອນຫຼວງວຽງຈັນ ຄວ້າລາງວັນຄູຝຶກດີເດັ່ນ.

  • ອາພັດສະລາ ຈັນທະວົງໄຊ ຈາກ ແຂວງຊຽງຂວາງ ຄວ້າລາງວັນຜູ້ຍິງປະຕູສູງສຸດ ຍິງໄດ້ 6 ປະຕູ ຈາກການແຂ່ງຂັນ 5 ນັດ.