11 ພະຈິກ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃນ ສປປ ລາວ

146

ຈາກການຖະແຫຼງຂ່າວປະຈຳວັນທີ 11 ພະຈິກ 2020 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ປັດຈຸບັນ ມີຜູ້ຈຳກັດບໍລິເວນຢູ່ສູນຈຳນວນ 2.855 ຄົນ.

ໃນວັນທີ 11 ພະຈິກ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫຼງຂ່າວຢູ່ທີ່ກະຊວງສາທາລະນະສຸກ ວ່າ: ຮອດ 5 ໂມງແລງ ຂອງວັນທີ 10 ພະຈິກ 2020 ຈາກການຕິດຕາມຜູ້ເດີນທາງຢູ່ຈຸດຜ່ານແດນຕ່າງໆ ໃນທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2.026 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ – ໄທ 1.318 ຄົນ (ແຮງງານລາວກັບມາແຕ່ໄທ 79 ຄົນ); ຈຸດຜ່ານດ່ານ ລາວ – ຈີນ 17 ຄົນ; ຈຸດຜ່ານດ່ານ ລາວ – ຫວຽດນາມ 690 ຄົນ; ຈຸດຜ່ານດ່ານ ລາວ – ກຳປູເຈຍ ແລະ ດ່ານ ລາວ – ມຽນມ້າ ບໍ່ມີຜູ້ເດີນທາງເຂົ້າມາ; ຜ່ານສະໜາມບິນສາກົນວັດໄຕ ທັງໝົດ 1 ຄົນ ເຊິ່ງເປັນຄົນຈີນ. ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆ ຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.855 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 10 ພະຈິກ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 290 ຄົນ, ໃນນັ້ນ ມີ 12 ຄົນຈາກບຸກຄົນທົ່ວໄປມີອາການ; 1 ຄົນຈາກບຸກຄົນທົ່ວໄປທີ່ບໍ່ອາການ; 161 ຄົນຈາກແຮງງານລາວມາແຕ່ໄທ; ແຮງງານຫວຽດນາມ 79 ຄົນ; ແຮງງານຈີນ 25 ຄົນ ແລະ ແຮງງານໄທ 12 ຄົນ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 70.542 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອກໍລະນີທີ 24 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.