ອອກມາແລ້ວ 20 ລາຍຊື່ນັກແຂວງບໍລິຄໍາໄຊ, ຜົນງານອຸ່ນເຄື່ອງນັດຫຼ້າສຸດຊະນະ ເຈົ້າພາບບານເຕະທົ່ວປະເທດ

248

ທີມບານເຕະຊາຍ ແຂວງບໍລິຄໍາໄຊ ເປີດເຜີຍ 20 ລາຍຊື່ນັກເຕະອອກມາແລ້ວ ແລະ ຫຼ້າສຸດລົງສະໜາມນັດອຸ່ນເຄື່ອງນັດທີ 3 ສາມາດຊະນະ ເຈົ້າພາບການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີຢ່າງ ນະຄອນຫຼວງວຽງຈັນ ໄປຫວຸດຫວິດ 2-1 ເມື່ອວັນທີ 28 ຕຸລາ 2020 ທີ່ສະໜາມກີລາກາງ ມະຫາວິທະຍາໄລແຫ່ງຊາດລາວ.

ຄະນະນໍາ ແລະ ນັກເຕະທີມບານເຕະຊາຍ ແຂວງບໍລິຄໍາໄຊ ເດີນທາງຂຶ້ນມາອຸ່ນເຄື່ອງກັບ ນະຄອນຫຼວງວຽງຈັນ ໃນວັນທີ 28 ຕຸລາ 2020 ປາກົດວ່າ ແຂວງບໍລິຄໍາໄຊ ຂຶ້ນນໍາຢ່າງໄວວາ 2-0 ພຽງ 12 ນາທີທໍາອິດ ກ່ອນທີ່ເຄິ່ງເວລາທີ 2 ນະຄອນຫຼວງວຽງຈັນ ຈະໄລ່ມາເປັນ 1-2 ແຕ່ກໍບໍ່ທັນ, ຈົບການແຂ່ງຂັນ ບໍລິຄໍາໄຊ ເອົາຊະນະໄປ 2-1 ເຊິ່ງເປັນໄຊຊະນະນັດທີ 3 ຂອງ ບໍລິຄໍາໄຊ ໃນການອຸ່ນເຄື່ອງຕໍ່ຈາກນັດທໍາອິດຊະນະ ປກສ ແຂວງບໍລິຄໍາໄຊ 2-1 ແລະ ນັດທີ 2 ຊະນະ PTT ຫ້ວຍສຽດ 1-0, ສ່ວນນະຄອນຫຼວງ ອຸ່ນເຄື່ອງນັດທໍາອິດເສຍ ແລະ ນັດຕໍ່ໄປຈະທົດສອບທີມກັບ ຊ້າງນ້ອຍ ເອັຟຊີ ທີມອັນດັບ 3 ໃນລາວລີກ 1 ໃນຕົ້ນເດືອນໜ້າ.

ຫຼັງຈົບການແຂ່ງຂັນ ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງບໍລິຄໍາໄຊ ທັງເປັນຄະນະທີມແຂວງບໍລິຄໍາໄຊ ໃຫ້ສໍາພາດວ່າ: ທີມແຂວງບໍລິຄໍາໄຊ ໄດ້ມີການຄັດເລືອກນັກກີລາ ແລະ ໃນຕົ້ນເດືອນຕຸລາ ໄດ້ເລີ່ມຝຶກຊ້ອມເປັນຕົ້ນມາ ລວມເຖິງໄດ້ອຸ່ນເຄື່ອງຢູ່ພາຍໃນແຂວງ ເຊິ່ງມາຮອດປັດຈຸບັນພວກເຮົາແມ່ນມີຄວາມພ້ອມຢູ່ໃນລະດັບໃດໜຶ່ງ ແລະ ຈະສືບຕໍ່ປັບປຸງທີມຕໍ່ໄປ ເພື່ອໃຫ້ມີຄວາມແຂງແກ່ນໃນການແຂ່ງຂັນຕົວຈິງໃນອີກບໍ່ດົນນີ້. ການຈັດຕັ້ງທີມຂຶ້ນແມ່ນໄດ້ຮັບການປຸກລະດົມຈາກພາກສັງຄົມແລະ ພາກສ່ວນທຸລະກິດພາຍໃນແຂວງ ທີ່ປະກອບສ່ວນເຂົ້າໃສ່ນໍາກັນ ເຮັດໃຫ້ພວກເຮົາສາມາດຈັດຕັ້ງທີມຂຶ້ນ ເຊິ່ງພວກເຮົາມີຄວາມຄາດຫວັງວ່າ ຕ້ອງເຂົ້າຮອບ 8 ທີມໃຫ້ໄດ້ສາກ່ອນ.

ຂະນະດຽວກັນ ທ່ານ ຂັນໄຊ ພະກາສີ ຫົວໜ້າຄູຝຶກຂອງທີມແຂວງບໍລິຄໍາໄຊ ກ່າວວ່າ: ສໍາລັບ ນັກກີລາຊຸດນີ້ເປັນນັກກີລານ້ອງໃໝ່່ສ່ວນຫຼາຍທີ່ຍັງສຶກສາຢູ່ ຈາກການອຸ່ນເຄື່ອງ 3 ນັດທີ່ຜ່ານມາກໍຖືວ່າພໍໃຈ ແຕ່ກໍຍັງມີບາງຕໍາແໜ່ງທີ່ພວກເຮົາຕ້ອງໄດ້ປັບປຸງຕື່ມ ເພາະວ່າໄລຍະການຝຶກຊ້ອມສັ້ນ ເຮັດໃຫ້ນັກກີລາຍັງຕ້ອງໄດ້ທໍາຄວາມເຂົ້າໃຈກັນ.ສ່ວນແຜນຕໍ່ໄປພວກເຮົາຈະມີນັດອຸ່ນເຄື່ອງ ກັບທີມແຂວງອັດຕະປື ຄາດວ່າຈະຈັດຂຶ້ນໃນວັນທີ 5 ພະຈິກ 2020 ທີ່ແຂວງບໍລິຄໍາໄຊ.

ສໍາລັບ ການແຂ່ງຂັນຈະມີຂຶ້ນລະຫວ່າງວັນທີ 6-21 ພະຈິກ 2020 ເງິນລາງວັນທີມຊາຍ ແລະ ທີມຍິງແມ່ນໄດ້ເທົ່າກັນ ໂດຍຊະນະເລີດໄດ້ເງິນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດໄດ້ 40 ລ້ານກີບ.
ທີມແຂວງບໍລິຄໍາໄຊ ຢູ່ສາຍ ງ ຮ່ວມກັບ ແຂວງສະຫວັນນະເຂດ, ແຂວງບໍ່ແກ້ວ ແລະ ແຂວງຫົວພັນ.
ສ່ວນ 20 ນັກເຕະຂອງແຂວງບໍລິຄໍາໄຊ ມີດັ່ງນີ້:
1.ມະລິນທອນ ປັນຍານຸວົງ

2.ມີໄຊ ສິງຫາລາດ

3.ບຸນປະສົງ ພອນວິໄລ

4.ສູນທອນ ອິນທະວົງ

5.ປີໂນ ໄຊຍະສິດ

6.ເພັດສະໝອນ ອິນທະວົງ

7.ພິດສຸທົນ ວົງເລວິດ

8.ຄອນເງິນ ໄຊຍະສິດ

9.ມິນສະດາ ເດດສະວົງ

10.ນຸ້ຍ ຊົນວະສຸກ

11.ປາລະມີ ສິດທິຊົມພູ

12.ພິດສະໄໝ ທິດດາວົງ

13.ບຸນເນົາ ຈັນທະນາພອນ

14.ສາຍສະໝອນ ທວງສະຫວັດດີ

15.ຈັນທະພອນ ແກ້ວບຸນທັນ

16.ພູທິວີພອນ ພິມມະສອນ

17.ຄິດຕະກອນ ບຸດແກ້ວປະເສີດ

18.ບຸນປະເສີດ ທິບທະວົງ

19.ກີ້ ພົມມະວົງ

ຂ່າວ: ຄໍາສອນ; ຮູບ: ສົງການ ແລະ ສະຫະພັນບານເຕະແຂວງບໍລິຄຳໄຊ