ແຈ້ງເຕືອນພາຍຸໝູນເຂດຮ້ອນປະຈຳວັນທີ 24/10/2020 

160

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນພາຍຸໝູນເຂດຮ້ອນປະຈຳວັນທີ 24/10/2020ລະບຸວ່າ: ພາຍຸໄຕ້ຝຸ່ນໂຊເດວ (TY Saudel) ຫົວທີ 17 ປະຈຳປີ 2020, ໄດ້ອ່ອນກໍາລັງລົງເປັນພາຍຸໝູນເຂດຮ້ອນ, ປະຈຸບັນທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເໜືອ, ຊຶ່ງໃນເວລາ 07 ໂມງ 45 ນາທີ ຂອງວັນທີ 24 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 18.2 ອົງສາເໜືອ ແລະ ເສັ້ນແວງທີ 113.3 ອົງສາຕາເວັນອອກ, ພວມເຄື່ອນທີ່ມາທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອຢ່າງຊ້າໆ.

ສະພາບນໍ້າຖ້ວມທີ່ແຂວງສະຫວັນນະເຂດ

ຄາດວ່າຈະເຄື່ອນຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມ ແລະ ສືບຕໍ່ຜ່ານເຂົ້າແຂວງພາກໃຕ້ ຫາ ພາກກາງຂອງ ປະເທດລາວໃນໄລຍະວັນທີ 25 – 26 ຕຸລາ 2020ນີ້.

ສະພາບນໍ້າຖ້ວມທີ່ແຂວງສະຫວັນນະເຂດ

ຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ

ສະພາບນໍ້າຖ້ວມທີ່ແຂວງສະຫວັນນະເຂດ

ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ລະດັບນໍ້າສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.