ສຸກທະວີ ສ້າງສະຖິຕິບໍ່ເສຍປະຕູ 5 ນັດຕິດຕໍ່ ກາຍເປັນຜູ້ຮັກສາປະຕູທີ່ດີທີ່ສຸດໃນລາວລີກ 1 ປີນີ້

152

ສຸກທະວີ ສູນດາລາ ກາຍເປັນຜູ້ຮັກສາປະຕູທີ່ສ້າງຜົນງານໂດດເດັ່ນທີ່ສຸດໃນລາວລີກ 1 ລະດູການ 2020 ຫຼ້າສຸດສ້າງສະຖິຕິບໍ່ເສຍປະຕູຕິດຕໍ່ກັນເຖິງ 5 ນັດ ຈົນຊ່ວຍໃຫ້ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມລີກສູງສຸດຂອງ ສປປ ລາວ ເປັນສະໄໝທີ 5 ໄປຄອງ.

ເຖິງວ່າ ສຸກທະວີ ຈະຢູ່ກັບທີມໃຫຍ່ຢ່າງ ລາວໂຕໂຢຕ້າ ເອັຟຊີ, ແຕ່ວ່າລະດູການນີ້ ສຸກທະວີ ສາມາດປ້ອງກັນການຍິງຂອງຄູ່ແຂ່ງໄດ້ຫຼາຍຄັ້ງໆ ໂດຍສະເພາະນັດທີ່ ລາວໂຕໂຢຕ້າ ເອັຟຊີ ເອົາຊະນະ ເອັສຣາ ເອັຟຊີ 4-0 ໃນຮອບຂາກັບ ໂດຍສະຖິຕິຫຼັງເກມ ເອັສຣາ ເອັຟຊີ ສາມາດສ້າງສັນໂອກາດຍິງເຖິງ 10 ກວ່າຄັ້ງ ເປັນສະຖິຕິການສ້າງໂອກາດຍິງຫຼາຍທີ່ສຸດໃນລາວລີກ 1 ລະດູການນີ້ ແຕ່ ສຸກທະວີ ສາມາດປ້ອງກັນ ແລະ ເຮັດໃຫ້ ລາວໂຕໂຢຕ້າ ເອັຟຊີ ບໍ່ເສຍປະຕູໃນນັດດັ່ງກ່າວ.

ໃນລາວລີກ 1 ລະດູການນີ້ ສຸກທະວີ ລົງສະໜາມໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ໄປແລ້ວ 9 ນັດ ແລະ ເສຍປະຕູພຽງ 3 ໜ່ວຍເທົ່ານັ້ນປະກອບດ້ວຍ ເສຍ 1 ປະຕູນັດທີ່ສະເໝີກັບ ມາສເຕີ 7 ເອັຟຊີ 1-1, ເສຍ 1 ປະຕູນັດທີ່ຊະນະ ວຽງຈັນ ເອັຟຊີ 5-1 ແລະ ເສຍ 1 ປະຕູນັດທີ່ຊະນະ ເອັສຣາ ເອັຟຊີ 2-1 ເຊິ່ງເກີດຂຶ້ນໃນຮອບຂາໄປທັງໝົດ. ແຕ່ຫຼັງຈາກນັ້ນໃນຮອບຂາກັບ ສຸກທະວີ ໄດ້ໂອກາດລົງສະໜາມໃຫ້ ລາວໂຕໂຢຕ້າ ເອັຟຊີ 5 ນັດລວດ ແລະ ບໍ່ເສຍປະຕູຈັກນັດ ພ້ອມຊ່ວຍໃຫ້ ລາວໂຕໂຢຕ້າ ເອັຟຊີ ຮັກສາສະຖິຕິເສຍປະຕູໜ້ອຍທີ່ສຸດໃນລະດູການນີ້ເສຍພຽງ 4 ປະຕູຈາກ 11 ນັດ ແລະ ເຫຼືອນັດສຸດທ້າຍໃນອາທິດນີ້.

ສຸກທະວີ ເລົ່າຕໍ່ທີມຂ່າວເສດຖະກິດ-ການຄ້າຂອງພວກເຮົາວ່າ: ຈຸດເລີ່ມຕົ້ນການມາຫຼິ້ນບານເຕະກໍຄືກັບຄົນອື່ນໆ ເລີ່ມຈາກຄວາມຮັກມັກ ຈົນເຖິງໄລຍະຮຽນຢູ່ ມ 1 ກໍໄດ້ຕິດທີມໂຮງຮຽນມັດທະຍົມ ສິມມະໂນ ໃນນະຄອນຫຼວງວຽງຈັນ ໄປແຂ່ງຂັນລາຍການລະດັບໂຮງຮຽນ. ຈຸດເລີ່ມຕົ້ນການເປັນຜູ້ຮັກສາປະຕູແມ່ນນ້ອງເຄີຍຫຼິ້ນກອງຫຼັງ ຕອນທີມໂຮງຮຽນ ຮຸ່ນອາຍຸ 11-12 ປີ ແລ້ວໄປແຂ່ງຂັນຢູ່ ສູນເອັສຣາ ທີມບໍ່ມີນັກຮັບເລີຍໄດ້ອາສາເປັນນັກຮັບ ແລະ ກໍເລີ່ມຫຼິ້ນຕໍາແໜ່ງດັ່ງກ່າວ ຕັ້ງແຕ່ນັ້ນມາ.

“ ໃນປີ 2008 ນ້ອງໄດ້ເປັນນັກເຕະເຍົາວະຊົນຂອງ ເອັສຣາ ເອັຟຊີ ກ່ອນທີ່ໃນປີ 2010-2014 ໄດ້ຂຶ້ນໄປແຂ່ງຂັນ ໃນລີກສູງສຸດຂອງ ສປປ ລາວ, ປີ 2015 ໄປຫຼິ້ນໃຫ້ກັບ ຮ່ວງແອງ ອັດຕະປື, ປີ 2016 ຍ້າຍໄປຫຼິ້ນໃຫ້ກັບ ລ້ານຊ້າງ ຢູໄນເຕັດ, 2017 ຫຼິ້ນໃຫ້ກັບ ວຽງຈັນ ຢູໄນເຕັດ ແລະ ປີ 2018 ໄດ້ຢຸດການເປັນນັກເຕະ ເພື່ອໄປຮຽນທີ່ວິທະຍາໄລດົງຄໍາຊ້າງ ” ສຸກທະວີ ກ່າວ.

ສຸກທະວີ ກ່າວອີກວ່າ: ຈົນມາເຖິງປີ 2019 ໄດ້ກັບມາຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ຈົນເຖິງປັດຈຸບັນ ເຊິ່ງແນ່ນອນເຄັດລັບຂອງນ້ອງ ໃນການເປັນນັກເຕະນັ້ນກໍຕ້ອງມີການວາງຕາຕະລາງການຝຶກຊ້ອມເປັນປະຈໍາ ເຊິ່ງເກືອບທຸກໆຕອນເຊົ້າມັກລຸກຊ້ອມເອງເຕັ້ນເຊືອກ, ອອກກໍາລັງກາຍ ( ຟິດເນັດ ), ເບິ່ງຢູທູບການເປັນຜູ້ຮັກສາປະຕູ ( youtube goalkeeper ) ຂອງຫຼາຍຄົນ ແລະ ເອົາມານໍາໃຊ້ໃນການຝຶກຊ້ອມ ລວມເຖິງການແຂ່ງຂັນ ເສີມກັບຄູຝຶກຂອງແຕ່ລະຄົນເຄີຍສິດສອນໃນໄລຍະທີ່ຜ່ານມາ.

ສຸກທະວີ ສູນດາລາ ເກີດວັນທີ 4 ພະຈິກ 1995 ທີ່ບ້ານສິມມະໂນໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກາຍເປັນອີກນັກເຕະລາວທີ່ປະສົບຜົນສໍາເລັດສູງ ໃນວົງການບານເຕະລາວ ກັບສະໂມສອນໃຫຍ່ ເປັນຕົ້ນແມ່ນໄດ້ແຊັມກັບ 2 ຍັກໃຫຍ່ໃນລີກສູງສຸດຂອງ ສປປ ລາວ ກໍຄືໄດ້ແຊັມລາວພຣີເມຍລີກ 2016 ກັບ ລ້ານຊ້າງ ຢູໄນເຕັດ ແລະ ໄດ້ໄປແຂ່ງຂັນລາຍການ ໂຕໂຢຕ້າ ແມ່ຂອງຄລັບ 2017 ກໍຄວ້າລາງວັນນັກເຕະດີເດັ່ນປະຈໍາລາຍການດັ່ງກ່າວ ແລະ ຫຼ້າສຸດໄດ້ແຊັມກັບ ລາວໂຕໂຢຕ້າ ເອັຟຊີ ໃນລີກສູງສຸດຂອງ ສປປ ລາວ 2 ສະໄໝ 2019 ກັບ 2020, ສ່ວນໃນນາມທີມຊາດລາວ ແມ່ນໄດ້ຕິດທີມຊາດນັບຕັ້ງແຕ່ຊຸດນ້ອຍຈົນເຖິງຊຸດໃຫຍ່ ໄປແຂ່ງຂັນຫຼາຍໆລາຍການມາແລ້ວ.