ຢູນີເທວ ດຳເນີນບາດກ້າວທີ່ໝັ້ນຄົງ ສະໜອງການປ້ອງກັນ ແລະ ແກ້ໄຂໄພພິບັດ

133

DC – DR ໃນລາວສູນຂໍ້ມູນ ( Data Center – DC ) ແລະ ສູນສຳຮອງຂໍ້ມູນຫຼັງຈາກໄພພິບັດ ( Disaster Recovery – DR ) ແມ່ນໜຶ່ງໃນບັນດາວິທີການແກ້ໄຂທີ່ສຳຄັນ ແລະ ເປັນແກນຫຼັກຂອງອຸດສາຫະກໍາເຕັກໂນໂລຊີຂໍ້ມູນຂ່າວສານໃນຍຸກດິຈິຕອນ. ຂະນະທີ່ເສດຖະກິດດິຈິຕອນມີລັກສະນະການແຂ່ງຂັນຢ່າງຮຸນແຮງ ຕ້ອງໃຊ້ຄວາມຄິດສ້າງສັນ ແລະ ການນໍາສະເໜີຢ່າງຕໍ່ເນື່ອງ ກ່ຽວກັບຜະລິດຕະພັນການເງິນທີ່ມີຄວາມເປັນດິຈິຕອນສູງ ເພື່ອເພີ່ມຄວາມສະດວກສະບາຍສູງສຸດໃຫ້ແກ່ລູກຄ້າ, ນີ້ເຮັດໃຫ້ມີຄວາມຕ້ອງການກ່ຽວກັບຂໍ້ມູນ ແລະ ການສຳຮອງ DC – DR ຖືວ່າເປັນໜຶ່ງໃນປັດໄຈທີ່ຕັດສິນໃນການສະໜອງການບໍລິການໃຫ້ແກ່ລູກຄ້າ. ແຕ່ຫາກເກີດບັນຫາກັບຂໍ້ມູນ ແລະ ບໍ່ສາມາດແກ້ໄຂໄດ້ພາຍໃນ 10 ວັນ, 93% ຂອງບັນດາບໍລິສັດທີ່ມີບັນຫາຈະຍື່ນເອກະສານການລົ້ມລະລາຍພາຍໃນ 1 ປີ ( ອີງຕາມຂໍ້ມູນຂອງ National Archives & Records Administration in Washington ) ເພື່ອຫຼີກລຽງບັນຫາດັ່ງກ່າວນັ້ນ, ວິທີແກ້ໄຂທີ່ໂດດເດັ່ນທີ່ຖືກເລືອກໂດຍຫຼາຍບັນດາທຸລະກິດ ແມ່ນການເຊົ່າບໍລິການຂໍ້ມູນ ແລະ ການສຳຮອງ DC – DR.

ໃນຫຼາຍປີທີ່ຜ່ານມາ, ປະເທດລາວຍັງປະເຊີນກັບສິ່ງທ້າທາຍດ້ານການພັດທະນາ ເນື່ອງຈາກພື້ນຖານຈໍາກັດໃນຫຼາຍດ້ານ, ໄພພິບັດທຳມະຊາດເກີດຂຶ້ນເລື້ອຍໆ, ນ້ຳຖ້ວມ ໂດຍສະເພາະແມ່ນການສັ່ນສະເທືອນຂອງພື້ນຜິວໂລກ ( ແຜ່ນດິນໄຫວ ) ທີ່ມີຄວາມຖີ່ເພີ່ມຂຶ້ນ, ສ້າງຄວາມສ່ຽງເກີດມີຄວາມເສຍຫາຍຕໍ່ສະຖານທີ່ ແລະ ພື້ນຖານໂຄງລ່າງ. ໃນນັ້ນ, ລວມທັງຜົນສຳເລັດໃນການພັດທະນາວິທະຍາສາດ – ເຕັກໂນໂລຊີ. ສະນັ້ນ, ກ່ຽວກັບຈຸດປະສົງ ແລະ ດ້ານວິຊາການ, ທັງສະແດງໃຫ້ເຫັນຄວາມຕ້ອງການ ແລະ ທ່າອ່ຽງຂອງການພັດທະນາການໃຫ້ບໍລິການຂໍ້ມູນ – ສຳຮອງ DC – DR ເກີດຂຶ້ນຢ່າງຫຼວງຫຼາຍໃນປະເທດລາວ.

ไม่มีคำอธิบาย

ໂດຍທົ່ວໄປຕາມການແລກປ່ຽນແບ່ງປັນຂອງຜູ້ຊ່ຽວຊານດ້ານເສດຖະກິດ ແລະ ເຕັກໂນໂລຊີໃນໂລກ, ບັນດາໄພພິບັດທາງທຳມະຊາດ ສາມາດເກີດຂຶ້ນກັບລະບົບຂໍ້ມູນຂອງທຸລະກິດໄດ້ທຸກເວລາ, ສິ່ງນີ້ມັກຈະເປັນສາເຫດຄວາມສ່ຽງໃນການສູນເສຍ ຫຼື ຖືກທຳລາຍຂໍ້ມູນທັງໝົດຂອງລະບົບ, ສົ່ງຜົນກະທົບຕໍ່ຄວາມຢູ່ລອດຂອງທຸລະກິດທັງໝົດ. ສະນັ້ນ, ຫົວໜ່ວຍທຸລະກິດຈໍາເປັນຕ້ອງມີແຜນການສຳຮອງທີ່ດີທີ່ສຸດ ສຳລັບຖານຂໍ້ມູນຂອງພວກເຂົາ ແລະ ໃນນັ້ນຄູ່ຮ່ວມງານຕ້ອງສະໜອງໂຊລູຊັ່ນການປ້ອງກັນ ແລະ ແກ້ໄຂໄພພິບັດ ນອກເໜືອຈາກການຕອບສະໜອງ ຄວາມສາມາດດ້ານວິຊາສະເພາະຍັງຕ້ອງເປັນເຈົ້າຂອງສູນໃນສະຖານທີ່ຍຸດທະສາດໃນຕົວເມືອງ ເພື່ອຮັບປະກັນການບໍລິຫານຢ່າງຕໍ່ເນື່ອງ. ຄຽງຄູ່ກັນນັ້ນ, ກໍເພີ່ມປະສິດທິພາບ ແລະ ປະຢັດຄ່າໃຊ້ຈ່າຍທີ່ກ່ຽວຂ້ອງ.

” ຜູ້ທີ່ມີບົດບາດໃນການຄຸ້ມຄອງລະບົບໄອທີ ແລະ ການຮັກສາຄວາມພ້ອມການດໍາເນີນທຸລະກິດດິຈິຕອນຂອງທຸລະກິດບໍ່ສາມາດດຳເນີນການຄົນດຽວໄດ້ ” ເພາະວ່າ ” ຄວາມສ່ຽງທີ່ອາດເກີດຂຶ້ນໃນກໍລະນີທີ່ບໍ່ສາມາດຄາດຄະເນໄດ້ “. ສະນັ້ນ, ທຸລະກິດສະເພາະ ແລະ ພາກສ່ວນຊ່ຽວຊານດ້ານໄອທີ ໂດຍທົ່ວໄປແມ່ນມີຄວາມຕ້ອງການຄູ່ຮ່ວມງານທີ່ມີຊື່ສຽງມີຄວາມສາມາດທັງດ້ານພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ ເພື່ອຊ່ວຍປົກປ້ອງຖານຂໍ້ມູນຂອງພວກເຂົາ ເຊິງ ບໍລິສັດ Star Telecom ກັບເຄື່ອງໝາຍການຄ້າ Unitel ເປັນໜຶ່ງຫົວໜ່ວຍທຸລະກິດດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ມີຊື່ສຽງອັນດັບຕົ້ນໆໃນລາວ ແລະ ກໍເປັນໜຶ່ງໃນລັດວິສາຫະກິດທີ່ໄດ້ເຂົ້າຮ່ວມໃນການໃຫ້ບໍລິການ ແລະ ໂຊລູຊັ່ນກ່ຽວກັບ DC – DR, ໃນຊຸມປີທີ່ຜ່ານມາ Unitel ຢູ່ໃນລະດັບແຖວໜ້າໃນການປ່ຽນແປງຫັນເປັນດິຈິຕອນ ໄດ້ປະຕິບັດໃຫ້ຄໍາໝັ້ນສັນຍາທີ່ຈະຮ່ວມມືກັບລັດຖະບານລາວໃນການພັດທະນາ ແລະ ເຊື່ອມໂຍງແນວໂນ້ມການຫັນເປັນດິຈິຕອນຂອງໂລກ, ໃນນັ້ນຂົງເຂດຂໍ້ມູນ ແລະ ການສຳຮອງ DC – DR ແມ່ນໜຶ່ງໃນຈຸດສຸມທີ່ເອົາໃຈໃສ່, ຄືຈຸດແຂງຂອງທຸລະກິດ.

ປັດຈຸບັນ Unitel ເປັນເຈົ້າຂອງລະບົບເຊີຟເວີ, ສູນກາງຂໍ້ມູນສຳຮອງພຽງພໍ ເພື່ອຕອບສະໜອງຄວາມສາມາດໃນການປ້ອງກັນ ແລະ ກູ້ຄືນຫຼັງເກີດໄພພິບັດ. ໂຊລູຊັ່ນ DC-DR ຂອງ Unitel ຖືກສ້າງຂຶ້ນໃນພື້ນຖານຂອງອຸປະກອນ ແລະ ຊ໊ອຟແວຣ໌ທີ່ຖືກຕ້ອງຕາມມາດຕະຖານ, ເງື່ອນໄຂຕາມຂໍ້ກຳນົດມາດຕະຖານສາກົນ Uptime Tier III ແລະ TIA – 942, ພ້ອມມີໃບຢັ້ງຢືນການຄຸ້ມຄອງຄວາມປອດໄພດ້ານຂໍ້ມູນ ISO27001 ສໍາເລັດຕອບສະໜອງການໃຫ້ເຊົ່າສູນຂໍ້ມູນເປັນສູນປະມວນຜົນຫຼັກ ແລະ ສູນຂໍ້ມູນ – ສໍາຮອງ, ດ້ວຍຄວາມຢືດຢຸ່ນຂອງວິທີການປ້ອງກັນ ແລະ ແກ້ໄຂໄພພິບັດເພື່ອຫຼຸດຜ່ອນຄວາມສ່ຽງໃນທຸກລະດັບ.

“ ໃນໄວໆນີ້ພວກເຮົາຈະເຫັນທຸກອົງການຈັດຕັ້ງ ສ້າງຄວາມສຳພັນກັບຜູ້ສະໜອງ DC – DR ໂດຍບໍ່ສົນເລື່ອງຂະໜາດ ແລະ ຄວາມຫຍຸ້ງຍາກຂອງການດໍາເນີນທຸລະກິດຂອງພວກເຂົາ ”, ໄດ້ຖືກຢືນຢັນໂດຍເວັບໄຊ “ Informatione Age ” ເວັບໄຊເຕັກໂນໂລຊີທີ່ມີຊື່ສຽງຂອງອາເມຣິກາ, ດ້ວຍຊື່ສຽງທີ່ດີໃນຂົງເຂດສາຂາໄອທີໃນພາກພື້ນ ແລະ ສາກົນ, Unitel ໄດ້ຢືນຢັນຖານະການບຸກເບີກທີ່ນຳໜ້າຂອງຕົນໃນການຫັນປ່ຽນເປັນດິຈິຕອນໃນປະເທດລາວ, ປະຕິບັດຄຳໝັ້ນສັນຍາຂອງຕົນທີ່ຈະຄຽງຄູ່ກັບລັດຖະບານລາວໃນການພັດທະນາ ແລະ ເຊື່ອມໂຍງແນວໂນ້ມຂອງການຫັນເປັນດິຈິຕອນຂອງໂລກ.

Unitel ກຳລັງດຳເນີນບາດກ້າວທີ່ໝັ້ນຄົງ ແລະ ມີຊື່ສຽງເພື່ອສາມາດເປັນຜູ້ນໍາໃນວຽກການສະໜອງຄວາມຕ້ອງການທາງດ້ານການປ້ອງກັນ ແລະ ແກ້ໄຂໄພພິບັດ DC – DR ໃນປະເທດລາວ.