ເຮືອບ້ານດົງເກາະໂລງ ຄອງຂັນຊະນະເລີດຊ່ວງເຮືອປະເພນີທີ່ນະຄອນປາກເຊ

158

ໃນຕອນເຊົ້າວັນທີ 3 ຕຸລາ 2020 ຜ່ານມາ ຢູ່ທີ່ທ່າສາລາຄຳປາກແມ່ນໍ້າເຊໂດນ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຈັດງານບຸນຊ່ວງເຮືອປະເພນີໃນງານບຸນອອກພັນສາປະວໍລະນາ ປະຈຳປີ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ສີທົນ ແກ້ວພູວົງ ປະທານແນວລາວງສ້າງຊາດແຂວງຈຳປາສັກ, ທ່ານ ອຸດົມສັກ ດີວິໄຊ ເຈົ້ານະຄອນປາກເຊ, ມີບັນດາທ່ານຮອງເຈົ້ານະຄອນ,ການນຳນະຄອນ, ຄະນະສີພາຍເຮືອຊ່ວງແຕ່ລະບ້ານ ພ້ອມດ້ວຍມວນຊົນທີ່ມາຊົມມາເຊຍຢ່າງຫຼວງຫຼາຍ.

ທ່ານ ເກດສະໜາ ຄຳມິ່ງສະຫວັດ ຮອງເຈົ້ານະຄອນປາກເຊ ປະທານຈັດງານບຸນຊ່ວງເຮືອປີນີ້ໄດ້ກ່າວວ່າ: ເຖິງວ່າສະພາບການລະບາດພະຍາດໂຄວິດ – 19 ແຜ່ລາມຫຼາຍປະເທດໃນໂລກ, ແຕ່ຍ້ອນເຫັນໄດ້ ຄວາມສາຄັນທາງດ້ານວັດທະນະທໍາອັນດີງາມຂອງຊາດ ນະຄອນປາກເຊຈຶ່ງໄດ້ຈັດງານບຸນຊ່ວງເຮືອຂຶ້ນໃນງານບຸນອອກພັນສາຕາມຮີດຄອງປະເພນີທີ່ເຄີຍສືບທອດປະຕິບັດກັນມາແຕ່ດົນນານ ຕ່າງແຕ່ບໍ່ໄດ້ໃຫຍ່ຄືກັບປີທີ່ຜ່ານມາ ເຊິ່ງມີເຮືອປະເພດ 28 ສີພາຍ ເຂົ້າຮ່ວມແຂ່ງຂັນມີທັງໝົດ 6 ລໍາ ເຊິ່ງແມ່ນເຮືອພາຍໃນນະຄອນປາກເຊເຂົ້າແຂ່ງຂັນເທົ່ານັ້ນ.

ການແຂ່ງຂັນດໍາເນີນໄປຢ່າງຟົດຟື້ນ ເຊິ່ງເຮືອ 6 ລໍາໄດ້ແບ່ງການແຂ່ງຂັນເປັນ 4 ຮອບ. ສໍາລັບການແຂ່ງຂັນຮອບຄັດເລືອກ 3 ຮອບ ແລະ ຮອບຊີງຊະນະເລີດ 1 ຮອບ:

  • ຜົນການແຂ່ງຂັນຮອບທີ 1 ລະຫວ່າງບ້ານຊົ້ງ 1: ພົບບ້ານແກ ຜົນການແຂ່ງຂັນບ້ານຊົ້ງ 1 ເປັນຜູ້ຊະນະ.

  • ການແຂ່ງຂັນຮອບຄັດເລືອກຮອບທີ 2: ລະຫວ່າງບ້ານຫ້ວຍເລົາກັບບ້ານດົງເກາະໂລງ, ຜົນການແຂ່ງຂັນບ້ານດົງເກະາໂລງ ເປັນຜູ້ຊະນະ.

  • ການແຂ່ງຂັນຮອບຄັດເລືອກຮອບທີ 3: ລະຫວ່າງບ້ານຊົ້ງ (2) ກັບບ້ານດອນເຂາະ, ຜົນການແຂ່ງຂັນບ້ານດອນເຂາະເປັນຜູ້ຊະນະ.

ສ່ວນການແຂ່ງຂັນຮອບຊີງຊະນະເລີດ ແມ່ນເຮືອທີ່ຊະນະໃນຮອບຄັດເລືອກແຕ່ລະລໍາພົບກັນ ຄື: ບ້ານຊົ້ງ (1), ບ້ານດົງເກາະໂລງ ແລະ ບ້ານດອນເຂາະ, ຜົນການແຂ່ງຂັນ:ຊະນະເລີດແມ່ນເຮືອບ້ານດົງເກາະໂລງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດຈຳນວນ 2 ລ້ານກີບ, ອັນດັບ 2 ໄດ້ແກ່ບ້ານດອນເຂາະ ໄດ້ຮັບເງິນສົດຈຳນວນ 1,7 ລ້ານກີບ ແລະ ອັນດັບທີ 3 ໄດ້ແກ່ບ້ານຊົ້ງ (1) ໄດ້ຮັບເງິນສົດ 1,5 ລ້ານກີບ.

ສ່ວນເຮືອຕົກຮອບ 3 ລໍາ ໄດ້ລາງວັນຊົມເຊີຍລໍາລະ 1 ລ້ານກີບ.

( ຮູບ – ຂໍ້ມູນ: ດາວພະຈັນ ໄຊຍະວົງ )