ຊຽງໝ້ຽງ ເປີດໂຄງການສ້າງທັກສະດ້ານເຕັກໂນໂລຊີດິຈິຕອນ

169

ຊຽງໝ້ຽງແມ່ນກຸ່ມອາສາສະໝັກທາງດ້ານເຕັກໂນໂລຊີ ທີ່ໄດ້ມີການລວມຕົວກັນຂອງໄວໜຸ່ມຜູ້ມັກຮັກດ້ານເຕັກໂນໂລຊີ ສ້າງຂຶ້ນເພື່ອສົ່ງເສີມທັກສະໃຫ້ນັກຮຽນ – ໄວໜຸ່ມທີ່ມີຄວາມຄິດສ້າງສັນທາງດ້ານເຕັກໂນໂລຊີ ໂດຍສະເພາະແມ່ນນັກຮຽນໃນລະດັບມັດທະຍົມຕອນປາຍ.

ໃນວັນທີ 19 ກັນຍາ 2020, ກຸ່ມຊຽງໝ້ຽງ ຮ່ວມກັບ ສະຖານທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ໄດ້ເປີດໂຄງການ “ ສ້າງທັກສະດ້ານເຕັກໂນໂລຊີດິຈິຕອນ ແລະ ການເປັນຜູ້ປະກອບການຂອງໄວໜຸ່ມ ” ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ ( ມສ ວຽງຈັນ ) ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັນ ອຸໄລທອນ ຮອງອຳນວຍການໂຮງຮຽນ ມສ ວຽງຈັນ, ທ່ານ ເກຣັກກໍຣີ ອໍຣິສ ( Gregory Aurit ) ຫົວໜ້າພະແນກການສຶກສາ, ວັດທະນະທຳ ແລະ ຂໍ້ມູນຂ່າວສານຂອງສະຖານທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ, ມີບັນດາຂະແໜງການກ່ຽວຂ້ອງ ແລະ ນ້ອງນັກຮຽນຈາກບັນດາໂຮງຮຽນໃນນະຄອນຫຼວງວຽງຈັນ.

ສໍາລັບນັກຮຽນທີ່ເຂົ້າຮ່ວມໂຄງການດັ່ງກ່າວ ແມ່ນຈະໄດ້ຮຽນຮູ້ຜ່ານບັນດາກິດຈະກຳຕ່າງໆກ່ຽວກັບເຕັກໂນໂລຊີ ເຊັ່ນ: ຫຼັກສູດການຂຽນໂຄ໊ດ ( Coding Courses ) ເພື່ອເສີມສ້າງທັກສະໃນການຄິດຄຳນວນກັບຜູ້ຊ່ວຍຮາດແວຣ໌; ຫຼັກສູດການປະດິດ ຫຼື ຮຽນຮູ້ເຕັກໂນໂລຊີແບບຕໍ່ເນື່ອງ ( Hackathon ) ການສໍາມະນາ ( Seminars ) ເປັນກິດຈະກຳເພື່ອເປັນການເປີດໂອກາດໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນຈາກຜູ້ທີ່ມີຄວາມຊ່ຽວຊານທາງດ້ານເຕັກໂນໂລຊີໃນລາວ.

ໂຄງການດັ່ງກ່າວຈະຈັດກິດຈະກຳໃນວັນເສົາ – ອາທິດ ລະຫວ່າງເດືອນກັນຍາ – ເດືອນພະຈິກ 2020 ນີ້. ດັ່ງນັ້ນ, ໂຄງການມີຄວາມຍິນດີເຊີນຊວນນ້ອງນັກຮຽນ ມ 5 – ມ 6 ທີ່ມີຄວາມມັກຮັກ ແລະ ຢາກຮຽນຮູ້ກ່ຽວກັບເຕັກໂນໂລຊີເຂົ້າຮ່ວມໃນໂຄງການ ໂດຍສາມາດຈັບກຸ່ມ 5 ຄົນຕໍ່ກຸ່ມ.

[ ຮູບ: ບຸນທັນ ນັນທະວົງ ]