ປະທານອົງການກວດສອບແຫ່ງລັດລົງເອງຊຸກຍູ້ບັ້ນກວດສອບບົດສະຫຼຸບຂາດຕົວແຂວງໄຊຍະບູລີ

295

ໃນວັນທີ 15 ກັນຍາ ຜ່ານມານີ້ຢູ່ທີ່ຫໍປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ເປັນປະທານຈັດກອງປະຊຸມເປີດບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ຂຶ້ນ. ເຂົ້າຮ່ວມມີ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີປະທານອົງການກວດສອບພາກເໜືອ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກອົງການກວດສອບແຫ່ງລັດຈາກອົງການກວດສອບພາກເໜືອ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ອົງການຂອງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າພະແນກການເງິນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດການແກ້ໄຂຜົນຂອງການກວດສອບ ປະຈໍາປີ 2018 ໂດຍຫຍໍ້ ຕາມບົດທົບທວນຄືນຂອງອົງການກວດສອບປະຈໍາພາກເໜືອ ສະບັບເລກທີ 401/ອກສພໜ.ຫຼວງພະບາງ, ລົງວັນທີ 23 ເມສາ 2020, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2018 ຂອງແຂວງໄຊຍະບູລີ ແລະ ບົດບັນທຶກກອງປະຊຸມກວດກາຄຶນການຈັດຕັ້ງປະຕິບັດຄໍາແນະນໍາກວດສອບບົດສະຫຼຸບຂາດຕົວ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2018 ແລະ ການກະກຽມຂໍ້ມູນໃຫ້ແກ່ການກວດສອບບົດສະຫຼຸບຂາດຕົວ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ຄັ້ງວັນທີ 23 ມິຖຸນາ 2020.

ເປັນພຽງຮູບປະກອບຂ່າວ

ຈາກນັ້ນ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ ໃນ 1 ປີຜ່ານມາ ແຂວງໄດ້ສົມທົບກັບອົງການກວດສອບພາກເໜືອ, ອົງການກວດກາລັດຖະບານ, ກວດກາໂຄງການ ທີ່ມີມູນຄ່າຫຼາຍກວ່າ 10 ຕື້ກີບ ຈໍານວນ 29 ໂຄງການ, ຍັງ 32 ໂຄງການໂຄງການທີ່ມີມູນຄ່າຕໍ່າກວ່າ 10 ຕື້ ມີ 21 ໂຄງການ, ຍັງ 212 ໂຄງການ, ແຕ່ງຕັ້ງຄະນະຮັບຜິດຊອບໃນການຕິດຕາມກວດກາຊຸກຍູ້ການປະຕິບັດຜົນຂອງການກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ປະຈໍາປີ 2018 ໂດຍລວມແຂວງໄຊຍະບູລີມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດສືບຕໍ່ຂະຫຍາຍຕົວ ບັນລຸສະເລ່ຍ 5 ປີຜ່ານ 6,7% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 10.706 ຕື້ກີບ ສະເລ່ຍຕໍ່ຫົວຄົນເທົ່າກັບ 3.031 ໂດລາສະຫະລັດຕໍ່ຄົນຕໍ່ປີ.

ຄຽງຄູ່ກັນນີ້ແຂວງຍັງໄດ້ສຸມໃສ່ປະຕິບັດຜົນກວດສອບຕາມມະຕິສະພາປະຊາຊົນແຂວງ ແລະ ຄໍາແນະນໍາຂອງອົງການກວດສອບພາກເໜືອນັບແຕ່ປີ 2017 ເປັນຕົ້ນມາ ມີທັງໝົດ 21 ກໍລະນີ ສາມາດແກ້ໄຂຂາດຕົວທັງໝົດໄດ້ 8 ກໍລະນີ ພວມສືບຕໍ່ແກ້ໄຂ ຫຼື ແກ້ໄຂບໍ່ທັນຂາດຕົວ 13 ກໍລະນີ. ນອກນິ້ຍັງໄດ້ເອົາໃຈໃສ່ກວດກາການສໍາປະທານທີ່ດິນຂອງລັດ ມີຈໍານວນ 279 ຫົວໜ່ວຍ, ມີ420 ຕອນດິນ ເນື້ອທີ່ທັງໝົດ 192.728,29 ເຮັກຕາ; ໃນນັ້ນຄ່າສໍາປະທານມີ 120 ຫົວໜ່ວຍ 142 ຕອນດິນ ເນື້ອທີ່ 124,85 ເຮັກຕາ, ຄ່າເຊົ່າ 159 ຫົວໜ່ວຍ 278 ຕອນ ເນື້ອທີ່ 124,85 ເຮັກຕາ, ໄດ້ສະເໜີຄະນະນໍາພະແນກການເງິນ ແລະ ຂັ້ນເທິງລົງປະສານສົມທົບກັບບັນດາເມືອງ ກວດກາຂໍ້ມູນເຊົ່າສໍາປະທານທີ່ດິນລັດທີ່ມີການຢຸດເຊົ່າບໍ່ໄດ້ດໍາເນີນກິດຈະການ ຈໍານວນ 95 ຫົວໜ່ວຍ 59 ຕອນ ເນື້ອທີ່ 642,39 ເຮັກຕາ; ໃນນີ້ຄ່າສໍາປະທານມີ 32 ຫົວໜ່ວຍ 32 ຕອນ ເນື້ອທີ່ 242,7 ເຮັກຕາ, ຄ່າເຊົ່າ 27 ຫົວໜ່ວຍ 27 ຕອນ ເນື້ອທີ່ 399,69 ເຮັກຕາ, ໄດ້ລົງກວດກາຕົວຈິງການແກ້ໄຂຄ່າເຊົ່າ-ສໍາປະທານຍັງບໍ່ທັນສິ້ນສຸດ ພວມສືບຕໍ່ແກ້ໄຂໃນປີ 2020 ຈໍານວນ 220 ຫົວໜ່ວຍ 361 ຕອນ ເນື້ອທີ່ 192.085,90 ເຮັກຕາ.

ໃນນີ້ຄ່າສໍາປະທານ 88 ຫົວໜ່ວຍ 110 ຕອນ ເນື້ອທີ່ 192.361,01 ເຮັກຕາ, ຄ່າເຊົ່າ 132 ຫົວໜ່ວຍ 251 ຕອນ ເນື້ອທີ່ 215,11 ເຮັກຕາ, ເອົາໃຈໃສ່ຄຸ້ມຄອງນອກແຜນ ເຮັດໃຫ້ໂຄງການກິດຈະການລົງທຶນຂອງລັດ ບັນຫາໜີ້ສິນຕ່າງໆໄດ້ຮັບການແກ້ໄຂຫຼຸດລົງເທື່ອລະກ້າວ. ທົ່ວແຂວງມີໂຄງການນອກແຜນແຕ່ປີ 2015 ເຖິງປະຈຸບັນມີ 43 ໂຄງການຄື: ໂຄງການທະລຸເສັ້ນທາງໜອງໄຄ້-ປາກຕຸງ ເມືອງປາກລາຍ ມູນຄ່າ 32 ຕື້ກີບ ສ່ວນໂຄງການໃໝ່ແມ່ນບໍ່ມີ ໂດຍລວມແລ້ວການຈັດຕັ້ງປະຕິບັດຜົນຂອງການກວດສອບງົບປະມານຂາດຕົວໃນແຕ່ລະປີ ໄດ້ຮັບການແກ້ໄຂ ແລະ ມີການຫັນປ່ຽນດີຂຶ້ນ.

ຂ່າວ: ບຸນທີ.
News.XBL