ອານຸສອນ ຄືຄວາມຫວັງຂອງ ເອັສຣາ ເອັຟຊີ ໃນລາວລີກ 1 ແລະ ຢູ 19 ລາວ

178

ອານຸສອນ ໄຊປັນຍາ ກອງໜ້າດາວເດັ່ນຂອງ ເອັສຣາ ເອັຟຊີ ກາຍເປັນນັກເຕະຄວາມຫວັງຂອງທີມຢ່າງເຫັນໄດ້ຊັດເຈນ ຫຼັງພົ້ນໂທດຈາກໃບແດງກັບມາລະເບີດຟອມ ເຮັດແຮັດທຣິກ ( ຍິງ 3 ປະຕູນັດດຽວ ) ພາທີມເອົາຊະນະ ປກສ ເອັຟຊີ ໄປຂາດລອຍ 5-1 ໃນການແຂ່ງຂັນ ເປບຊີ ລາວລີກ 1 ເມື່ອວັນທີ 23 ສິງຫາ 2020.

ກ່ອນໜ້ານີ້ ອານຸສອນ ຖືກໃບແດງ ຈົນຕ້ອງອົດຊ່ວຍທີມລົງສະໜາມເຖິງ 3 ນັດ ເຮັດໃຫ້ ເອັສຣາ ເອັຟຊີ ບໍ່ສາມາດຊະນະໄດ້ໃນ 3 ນັດ ( ສະເໝີ 1 ແລະ ເສຍ 2 ນັດ ) ທີ່ບໍ່ມີ ອານຸສອນ; ຂະນະທີ່ ຫົວໜ້າຄູຝຶກ ເອັສຣາ ເອັຟຊີ ໃຫ້ຄໍາເຫັນວ່າ: ການທີ່ບໍ່ມີ ອານຸສອນ ເຮັດໃຫ້ພວກເຮົາມີບັນຫາໃຈການຈົບປະຕູ ເຖິງວ່າຈະສ້າງສັນໂອກາດໄດ້ຫຼາຍຄັ້ງຈາກ 3 ນັດທີ່ຜ່ານມາ. ຢ່າງໃດກໍຕາມ ນັກເຕະທຸກໆຄົນກໍເລີ່ມປັບຕົວເຂົ້າກັບທີມ ແລະ ສາມາດທົດແທນກັນໄດ້ດີຂຶ້ນ.

ຈົນຫຼ້າສຸດ ເອັສຣາ ເອັຟຊີ ໄດ້ ອານຸສອນ ກັບມາຮັບໃຊ້ທີມໄດ້ອີກຄັ້ງ ແລະ ລາວກໍບໍ່ເຮັດໃຫ້ແຟນບານຜິດຫວັງ ເມື່ອສາມາດຍິງໄດ້ 3 ປະຕູ ນາທີໆ 5, 22 ແລະ 59 ( ຈຸດໂທດ ) ແລະ ອານັນຕາຊາ ຍິງ 2 ປະຕູນາທີໆ 38 ແລະ 82 ຊ່ວຍໃຫ້ ເອັສຣາ ເອັຟຊີ ຂຶ້ນນໍາ 5-0 ກ່ອນທີ່ ປກສ ເອັຟຊີ ຈະມາໄດ້ປະຕູຕີໄຂ່ແຕກນາທີໆ 86 ຈົບເກມຊ່ວຍໃຫ້ ເອັສຣາ ເອັຟຊີ ສາມາດເອົາຊະນະ ປກສ ເອັຟຊີ ໄປຂາດລອຍ 5-1.

ນອກນີ້ ອານຸສອນ ຍັງກາຍເປັນນັກເຕະຄວາມຫວັງຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ. ຫຼັງສາມາດແຈ້ງເກີດ ດ້ວຍການຍິງ 2 ປະຕູສໍາຄັນ ໃນການແຂ່ງຂັນບານເຕະຊາຍຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ ( ຈັດຂຶ້ນໃນປີ 2019 ) ກ່ອນພາທີມທະລຸເຂົ້າຮອບສຸດທ້າຍໄດ້ຢ່າງໜ້າປະທັບໃຈ.

ອານຸສອນ ໄດ້ຮັບໂອກາດລົງສະໜາມຕົວຈິງທັງ 3 ນັດໃນລາຍການດັ່ງກ່າວ ສາມາດຍິງໄດ້ 2 ປະຕູໃຫ້ກັບ ທີມຊາດລາວ ຢູ 19 ໂດຍປະຕູທໍາອິດເກີດຂຶ້ນໃນນັດທີ່ ສະເໝີກັບ ອົດສະຕຣາລີ 2-2 ເຊິ່ງ ອານຸສອນ ຍິງໃຫ້ທີມຂຶ້ນນໍາ 2-0 ນາທີໆ 44, ສ່ວນປະຕູທີ 2 ເກີດຂຶ້ນໃນນັດທີ່ ຢູ 19 ລາວ ບຽດຊະນະ ໄຕ້ຫວັນ 2-1 ນາທີ 34, ເຖິງວ່ານັດທີ 3 ອານຸສອນ ບໍ່ສາມາດຍິງປະຕູໄດ້, ແຕ່ກໍມີສ່ວນສໍາຄັນຊ່ວຍໃຫ້ ຢູ 19 ລາວ ຊະນະ ມາເກົາ 6-0 ຊ່ວຍໃຫ້ ຢູ 19 ລາວ ຮັກສາສະຖິຕິບໍ່ເສຍຈັກນັດ ຜ່ານເຂົ້າຮອບສຸດທ້າຍ ທີ່ປະເທດອຸດສະເບກິດສະຖານ ໃນປີ 2020 ໃນຖານະທີມອັນດັບ 2 ທີ່ດີທີ່ສຸດ.

ອານຸສອນ ເລົ່າເຖິງເສັ້ນທາງສູ່ການເປັນນັກເຕະວ່າ: ເລີ່ມຫຼິ້ນກີລາບານເຕະມາຕັ້ງແຕ່ ປ.1 ໃນຕອນທີ່ອາຍຸ 5 ປີ ໂດຍຜູ້ເປັນພໍ່ຊັກຊວນ ເພາະພໍ່ເປັນນັກກີລາເກົ່າ ເຖິງວ່າໃນຕອນທໍາອິດນ້ອງຈິງຈັງກັບການຫຼິ້ນບານເຕະ, ແຕ່ຄອບຄົວບໍ່ຢາກໃຫ້ເນັ້ນດ້ານກີລາ ເພາະຢ້ານເຈັບ ແລະ ຢາກໃຫ້ເນັ້ນດ້ານການສຶກສາ. ຢ່າງໃດກໍຕາມ ນ້ອງເລີ່ມຫຼິ້ນໃຫ້ກັບສະໂມສອນ ອານຸສອນ ເປັນສະໂມສອນທໍາອິດ, ເຊິ່ງຜູ້ເປັນພໍ່ສ້າງຂຶ້ນໃນປີ 2007.

“ ຈົນມາເຖິງ ປີ 2013 ເປັນນັກເຕະຂອງສະໂມສອນ ເອັສຣາ ຄຽງຄູ່ກັບການສຶກສາ ແລະ ລົງແຂ່ງຂັນບານເຕະສາຍ ກ ໃນປີ 2017 ຈົນເຖິງປີ 2019 ກ່ອນທີ່ຈະໄດ້ລົງຫຼິ້ນໃນລາວລີກ 1 ຫຼື ລີກສູງສຸດຂອງ ສປປ ລາວ ປີນີ້ເປັນປີທໍາອິດ ເພາະໃນປີ 2016 ທີ່ ເອັສຣາ ເອັຟຊີ ສົ່ງເຂົ້າຮ່ວມລີກສູງສຸດນັ້ນ ມີຊື່ໃນທີມ ແຕ່ບໍ່ໄດ້ລົງແຂ່ງຂັນ ເພາະຕອນນັ້ນອາຍຸພຽງ 14 ປີ. ຢ່າງໃດກໍຕາມ ລາວລີກ 1 ປີນີ້ ກໍເປັນອີກໜຶ່ງຄວາມທ້າທາຍສໍາລັບນ້ອງ ເພາະຕ້ອງພົບກັບຄູ່ແຂ່ງທີ່ມີປະສົບການ ແລະ ສີຕີນດີຫຼາຍຄົນ ບໍ່ວ່າຈະເປັນນັກເຕະລາວ ແລະ ຕ່າງປະເທດ ເຊິ່ງແນ່ນອນຈາກ 3 ນັດທີ່ຕິດໂທດນັ້ນກໍເຮັດໃຫ້ຕົວເອງເສຍດາຍໂອກາດ ແລະ ຕ້ອງການລົງສະໜາມຢາກຊະນະຍິ່ງກວ່າເກົ່າ

ອານຸສອນ ເກີດວັນທີ 16 ທັນວາ 2002 ທີ່ບ້ານຈອມທອງ ເມືອງທ່າແຂກ ແຂວງຄໍາມ່ວນ ເປັນນັກເຕະທີ່ແຮງຊ້າຍ, ນໍ້າໜັກ 58 ກິໂລກຣາມ ແລະ ສູງ 167 ຊັງຕີແມັດ.
ຂ່າວ: larmkp; ຮູບ: ສອນໄຊ