ເມນູພື້ນບ້ານ ປີ້ງຊີ້ນແຈ່ວເຫັດ

170

ປີ້ງຊີ້ນຮ້ອນໆ ຄຸ້ຍແຈ່ວເຫັດກັບເຂົ້າໜຽວ ທັງແຊບ ທັງອີ່ມ ເຂົ້າປັ້ນດຽວບໍ່ເຄີຍພໍ.

ວັດຖຸດິບປີ້ງຊີ້ນ: ຊີ້ນງົວ ຫຼື ຊີ້ນໝູ, ເກືອ, ພິກໄທ, ນ້ຳມັນຫອຍ ແລະ ຄະນໍ.

ວັດຖຸດິບແຈ່ວເຫັດ: ເຫັດຟາງ ຫຼື ເຫັດຊະນິດອື່ນ, ໝາກເຜັດ, ຫົວຜັກທຽມ, ຫົວຜັກບົ່ວ, ເກືອ, ແປ້ງນົວ, ນ້ຳປາ ແລະ ປາແດກ.

ວິທີເອືອບຊີ້ນ: ຊີ້ນງົວ ຫຼື ຊີ້ນໝູກໍໄດ້ ທ່ານສາມາດເອືອບໃສ່ເກືອ ກັບ ພິກໄທ ຫຼື ໃສ່ນ້ຳມັນຫອຍ ເກືອ ພິກໄທ ຄະນໍ ແລ້ວໝັກຊີ້ນໄວ້ປະມານ 15 ນາທີ ຈາກນັ້ນເອົາໄປປີ້ງ ຕອນປີ້ງບໍ່ຕ້ອງປີ້ງແຫ້ງຫຼາຍ ເພາະຈະເຮັດໃຫ້ຊີ້ນຫຍາບ ແລະ ແຂງ.

ວິທີເຮັດແຈ່ວເຫັດ: ປີ້ງເຫັດໃຫ້ສຸກ ໝົກໝາກເຜັດ, ຫົວຜັກທຽມ, ຫົວຜັກບົ່ວ ໃຫ້ສຸກຫອມ ແລ້ວແກະ ໝາກເຜັດ, ຫົວຜັກບົ່ວ, ຫົວຜັກທຽມຕຳໃຫ້ລະອຽດ ຕອນຕຳໃສ່ເກືອພ້ອມ ຕຳໃຫ້ແຫຼກເອົາເຫັດລົງຕຳ ປຸງດ້ວຍ ນ້ຳປາ ຫຼື ປາແດກໜ້ອຍໜຶ່ງ ແລະ ແປ້ງນົວ ຕາມໃຈມັກ ແລ້ວຊິມ.