ກຸງສີ ຕັ້ງເປົ້າກ້າວເປັນຜູ້ນໍາດ້ານສະຖາບັນການເງິນ

259

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ ( KSM ) ໄດ້ຈັດງານຖະແຫຼງຂ່າວເປີດໂຕ “ ກຸງສີ ມັນນີລາວ ” ດ້ວຍຜະລິດຕະພັນໃໝ່ໃຫ້ເງິນກູ້ສ່ວນບຸກຄົນໂດຍບໍ່ມີຫຼັກຊັບ ຫຼື ຜູ້ຄ້ຳປະກັນ ເຊິ່ງຖືວ່າເປັນມິຕິໃໝ່ຂອງການປ່ອຍສິນເຊື່ອແກ່ລູກຄ້າໃນໄລຍະໂຄວິດ – 19 ນີ້, ດ້ານຜູ້ປະທານກຸງສີ ໝັ້ນໃຈວ່າ: ຊື່ສຽງຂອງກຸງສີໄດ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນທົ່ວປະເທດ, ການເປີດໂຕສະຖາບັນການເງິນທີ່ບໍ່ຮັບເງິນຝາກນີ້ ຈະເປັນອີກຜະລິດຕະພັນໜຶ່ງທີ່ຕອບໂຈດຄວາມຕ້ອງການຂອງລູກຄ້າຢ່າງທັນການ ໂດຍຫັນເປັນການໃຫ້ບໍລິການແບບດິຈິຕອລ ພ້ອມຕັ້ງເປົ້າເປັນຜູ້ນໍາດ້ານໃຫ້ບໍລິການສະຖາບັນການເງິນຈຸລະພາກອັນດັບຕົ້ນໆ ຫຼື ຕິດ 1 ໃນ 3 ສະຖາບັນການເງິນທີ່ມີຊື່ສຽງໃນລາວ.

ທ່ານ ວິບູນ ຈິຣະພັດທະນະກູນ ປະທານສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ ກ່າວວ່າ: ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ ຫຼື “ ກຸງສີ ມັນນີລາວ ” ເປັນເຈົ້າຂອງໂດຍ ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອ ຈໍາກັດ ຫຼື “ ກຸງສີ ລິດຊິ້ງລາວ ” ໜຶ່ງໃນສະຖາບັນການເງິນຊັ້ນນຳໃນ ສປປ ລາວ ເຊິ່ງກຸງສີ ລິດຊິ້ງລາວ ສ້າງຕັ້ງຂຶ້ນໃນປີ 2014 ແລະ ເຕີບໂຕຢ່າງໄວຄຽງຄູ່ກັບເສດຖະກິດລາວ ກຸງສີລິດຊິ້ງລາວ ໄດ້ສະເໜີຜະລິດຕະພັນ ແລະ ການບໍລິການດ້ານການເງິນຫຼາກຫຼາຍຮູບແບບທີ່ຖືກອອກແບບໂດຍສະເພາະ ເພື່ອຕອບສະໜອງ ຄວາມຕ້ອງການຂອງຄົນລາວໃນທາງທີ່ດີທີ່ສຸດ.

ສໍາລັບ ກຸງສີ ມັນນີລາວ ມີຈຸດໝາຍທີ່ຈະເຮັດໃຫ້ຄົນລາວສາມາດເຂົ້າເຖິງການບໍລິການດ້ານການເງິນຈາກສະຖາບັນການເງິນມາດຕະຖານ ເຊິ່ງນີ້ເປັນຄັ້ງທຳອິດທີ່ຄົນລາວສາມາດກູ້ຢືມໄດ້ໂດຍບໍ່ມີຫຼັກຊັບ ຫຼື ຜູ້ຄ້ຳປະກັນ ແລະ ຖືວ່າເປັນອີກກ້າວໜຶ່ງຂອງກຸງສີໃນການໃຫ້ບໍລິການດ້ານການເງິນທີ່ດີທີ່ສຸດສຳລັບສັງຄົມລາວ ທີ່ລູກຄ້າຈະໄດ້ຮັບປະໂຫຍດສູງ ສຸດສາມາດສະໝັກເງິນກູ້ສ່ວນບຸກຄົນທີ່ສຳນັກງານກຸງສີ ຫຼື ທາງອອນລາຍໄດ້ທີ່ www.facebook.com/krugn-srimoneylaos.

ທ່ານ ວິບູນ ຈິຣະພັດທະນະກູນ ໃຫ້ສໍາພາດຕື່ມວ່າ: ສໍາລັບທຶນຈົດທະບຽນໃນປັດຈຸບັນແມ່ນ 9 ຕື້ກີບ ແລະ ຄາດວ່າຈະເພີ່ມທຶນຕື່ມອີກອີງຕາມການສະໜອງການບໍລິການໃຫ້ລູກຄ້າ ເຊິ່ງພວກເຮົາໝັ້ນໃຈການໃຫ້ບໍລິການເງິນກູ້ໂດຍທີ່ບໍ່ມີຫຼັກຊັບຄໍ້າປະກັນ ຈະໄດ້ຮັບ ຄວາມສົນໃຈຈາກຜູ້ໃຊ້ບໍລິການເປັນຢ່າງດີ. ເນື່ອງຈາກນໍາເອົາເຕັກໂນໂລຊີມາໃຫ້ບໍລິການ ແລະ ຫັນເປັນບໍລິການການເງິນດິຈິຕອລເຕັມຮູບແບບ. ນອກນັ້ນ, ພວກເຮົາຍັງຕັ້ງເປົ້າໃຫ້ເປັນສະຖາບັນການເງິນຕິດ 1 ໃນ 3 ສະຖາບັນທີ່ເປັນຜູ້ນໍາດ້ານໃຫ້ບໍລິການການເງິນອັນດັບຕົ້ນໆໃນລາວ.

ດ້ານ ທ່ານ ຈັນສະໝອນ ເພັດຊົມພູ ຫົວໜ້າຝ່າຍການຂາຍສິນເຊື່ອສ່ວນບຸກຄົນຂອງສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ ຍັງໃຫ້ຮູ້ຕື່ມອີກວ່າ: ສະຖາບັນພວກເຮົາໄດ້ເລີ່ມເປີດບໍລິການມາແຕ່ເດືອນມິຖຸນາ 2020 ກ່ອນຈະມາຖະແຫຼງຂ່າວເປີດໂຕໃນຄັ້ງນີ້ ເຊິ່ງມີລູກຄ້າມາໃຊ້ບໍລິການແລ້ວປະມານ 100 ກວ່າບັນຊີໃນເງິນກູ້ໂດຍບໍ່ມີຫຼັກຊັບຄໍ້າປະກັນ ທີ່ເລີ່ມຕົ້ນ 1 ລ້ານ ຫາ 50 ລ້ານກີບ. ສ່ວນລູກຄ້າເປົ້າໝາຍແມ່ນພະນັກງານ – ລັດຖະກອນ ຫຼື ຜູ້ມີລາຍຮັບປະຈໍາຢູ່ແລ້ວ. ນອກນັ້ນ, ຍັງມີພາກທຸລະກິດທີ່ເປັນພໍ່ຄ້າຊາວຂາຍອື່ນໆ ກໍຈະໄດ້ພິຈາລະນາຕາມເງື່ອນໄຂ ເຊິ່ງອະນຸມັດພາຍໃນເວລາ 1 – 3 ວັນ ລູກຄ້າກໍຈະໄດ້ຮັບເງິນທັນທີ.

ພິທີຖະແຫຼງຂ່າວດັ່ງກ່າວ, ຈັດຂຶ້ນໃນວັນທີ 30 ກໍລະກົດ 2020 ທີ່ໂຮງແຮມ La Seine Hotel by Burasari ນະຄອນຫຼວງວຽງຈັນ, ມີບັນດາຜູ້ບໍລິຫານຂອງບໍລິສັດກຸງສີ, ສະຖາບັນການເງິນ ແລະ ສື່ມວນຊົນເຂົ້າຮ່ວມ.