ຈະສະໜອງສິນເຊື່ອຊຸກຍູ້ການຜະລິດ ຊ່ວຍແກ້ໄຂຜູ້ໄດ້ຮັບຜົນກະທົບຈາກໂຄວິດ – 19

158

ທະນາຄານ ແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ວ່າດ້ວຍໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄ ວິດ – 19 ເພື່ອສ້າງເງື່ອນໄຂໃຫ້ບຸກຄົນ, ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ຮັບຜົນກະທົບສາມາດເຂົ້າຫາແຫຼ່ງທຶນທີ່ມີຕົ້ນທຶນຕໍ່າໃຫ້ສາມາດຟື້ນຟູ ແລະ ສືບຕໍ່ການດໍາເນີນທຸລະກິດ ປະກອບສ່ວນຊຸກຍູ້ການຜະລິດພາຍໃນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະຕຸ້ນເສດຖະກິດຂອງ ສປປ ລາວ.


ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ໄດ້ອອກຂໍ້ຕົກລົງເລກທີ ເລກທີ 318/ທຫລ ລົງວັນທີ 19 ພຶດສະພາ 2020 ວ່າດ້ວຍໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ – 19 ເຊິ່ງໄດ້ກໍານົດຫຼັກການ ລະບຽບການກ່ຽວກັບໂຄງການ ແລະ ເປັນໂຄງການສະເພາະກິດຂອງ ທຫລ ໂດຍນໍາໃຊ້ກົນໄກການສະໜອງສິນເຊື່ອຜ່ານທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຕາມເງື່ອນໄຂ ແລະ ເປົ້າໝາຍທີ່ກໍານົດໃນຂໍ້ຕົກລົງສະບັບນີ້ ເພື່ອຜັນຂະຫຍາຍເນື້ອໃນນະໂຍບາຍ ແລະ ມາດຕະການຂອງລັດຖະບານໃນການຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ຕໍ່ບຸກຄົນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການຜະລິດ – ທຸລະກິດ ກໍຄືຕໍ່ເສດຖະກິດຂອງ ສປປ ລາວ.


ສໍາລັບເປົ້າໝາຍການນໍາໃຊ້ແຫຼ່ງທຶນແມ່ນ ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ຈະນໍາເງິນກູ້ທີ່ໄດ້ຈາກໂຄງການໄປສະໜອງສິນເຊື່ອຕໍ່ໃຫ້ແກ່ບຸກຄົນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ທໍາການປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກໍາ ແລະ ອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ – ບໍລິໂພກ, ຂະແໜງທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມ, ຫັດຖະກໍາ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກ.
+ ນະໂຍບາຍສິນເຊື່ອ ທຫລ ມີນະໂຍບາຍສິນເຊື່ອໃຫ້ແກ່ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ດັ່ງນີ້:


1). ອັດຕາດອກເບ້ຍຄົງທີ່ 3 % ຕໍ່ປີ.
2). ໄລຍະເວລາກູ້ສູງສຸດບໍ່ເກີນ 6 ປີ;
3). ການຊໍາລະຕົ້ນທຶນໄລຍະປອດໜີ້ຕົ້ນທຶນ 3 ປີ ( ເລີ່ມແຕ່ປີທີ 1 ຮອດປີທີ 3 ) ແລະ ເລີ່ມຊໍາລະໃນທ້າຍປີທີ 4, ທ້າຍປີທີ 5 ແລະ ທ້າຍປີທີ 6 ໃນອັດຕາສ່ວນ 30%, 30% ແລະ 40% ຂອງຍອດເງິນກູ້ລວມຕາມລໍາດັບ; ສ່ວນດອກເບ້ຍປີລະ 2 ຄັ້ງ ( ທ້າຍເດືອນ 6 ແລະ ທ້າຍເດືອນ 12 ຂອງປີ ).


4). ວົງເງິນກູ້ລວມທີ່ແຕ່ລະທະນາຄານທຸລະກິດຈະໄດ້ຮັບ ແມ່ນຈະພິຈາລະນາບົນພື້ນຖານແຜນການສະໜອງສິນເຊື່ອຂອງທະນາຄານທຸລະກິດທີ່ທະນາຄານທຸລະກິດໄດ້ສະເໜີມາ ເຊິ່ງຕ້ອງສອດຄ່ອງກັບຈຸດປະສົງ, ຫຼັກການ ແລະ ເປົ້າໝາຍຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້.


+ ເງື່ອນໄຂການປ່ອຍກູ້ຂອງທະນາຄານທຸລະກິດໃຫ້ແກ່ລູກຄ້າ ຕ້ອງປະຕິບັດເງື່ອນໄຂຕົ້ນຕໍ ຄື:
1). ກໍານົດອັດຕາດອກເບ້ຍສະໜອງສິນເຊື່ອໃຫ້ແກ່ບຸກຄົນ, ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນອັດຕາສ່ວນຕ່າງບໍ່ເກີນ 2,5% ທຽບໃສ່ອັດຕາດອກເບ້ຍທີ່ທະນາຄານ ແຫ່ງ ສປປ ລາວ ສະໜອງທຶນໃຫ້ພາຍໃຕ້ໂຄງການນີ້.
2). ປ່ອຍກູ້ໃຫ້ບຸກຄົນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຕ້ອງສອດຄ່ອງກັບເປົ້າໝາຍທີ່ໄດ້ກໍານົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້.


3). ສໍາລັບການຊໍາລະຕົ້ນທຶນຂອງສິນເຊື່ອທີ່ມີອາຍຸເກີນ 1 ປີຂຶ້ນໄປ ຂອງລູກຄ້າຂອງທະນາຄານທຸລະກິດພາຍໃຕ້ໂຄງການນີ້ ທະນາຄານທຸລະກິດຕ້ອງມີໄລຍະປອດໜີ້ຕົ້ນທຶນຢ່າງໜ້ອຍ 1/3 ຂອງໄລຍະເວລາກູ້ທັງໝົດໃຫ້ແກ່ລູກຄ້າ.
ສ່ວນເງື່ອນໄຂການພິຈາລະນາອະນຸມັດສິນເຊື່ອ ເຊິ່ງ ທຫລ ຈະໃຫ້ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນຂອງການສະເໜີຂໍສິນເຊື່ອທີ່ໄດ້ກໍານົດໄວ້ ໂດຍຈະໃຊ້ເວລາພິຈາລະນາ ແລະ ແຈ້ງຕອບອະນຸມັດ ຫຼື ປະຕິເສດ ພາຍໃນ 15 ວັນລັດຖະການ ເຊິ່ງໂຄງການນີ້ມີໄລຍະເວລາທັງໝົດ 18 ເດືອນ.