ແອນກຣຸບ ບໍລິສັດໃນເຄືອອາລີບາບາ ນຳຮຸ້ນ IPO ອອກຂາຍ ຄາດທະລຸ 200 ຕື້ໂດລາ

109

ສຳນັກຂ່າວຕ່າງປະເທດລາຍງານວ່າ “ ແອນກຣຸບ ” ເຊິ່ງເປັນບໍລິສັດໃນເຄືອຂອງອາລີບາບາ ໂຮນດິ້ງ ຂອງ ທ່ານ ແຈັກມ່າ ປະກາດວ່າ: ທາງບໍລິສັດໄດ້ເລີ່ມຂະບວນການນຳຮຸ້ນອອກຂາຍຕໍ່ມວນຊົນເປັນຄັ້ງທຳອິດ ຫຼື IPO ໃນຕະຫຼາດຮຸ້ນຊຽງໄຮ້ ແລະ ຮົງກົງ.


ທັງນີ້ ແອນກຣຸບ ເຊິ່ງເປັນບໍລິສັດແມ່ຂອງ Alipay ເປັນຜູ້ບໍລິການຊຳລະເງິນຜ່ານມືຖືຂອງຈີນ ຖະແຫຼງວ່າ: ການນຳຮຸ້ນເຂົ້າຈົດທະບຽນໃນຕະຫຼາດຫຸ້ນວິທະຍາສາດ ແລະ ນະວັດຕະກຳເຕັກໂນໂລຊີຂອງຕະຫຼາດຮຸ້ນຊຽງໄຮ້ ( SSE STAR ) ແລະ ຕະຫຼາດຮຸ້ນຮົງກົງ ( SEHK ) ຈະຊ່ວຍເຮັດໃຫ້ແອນກຣຸບ ນຳອຸດສາຫະກຳການບໍລິການໃນປະເທດຈີນ ເຂົ້າສູ່ຍຸກດິຈິຕອລໄວຂຶ້ນ ແລະ ຈະເປັນແຮງຍູ້ເຮັດໃຫ້ການຊົມໃຊ້ພາຍໃນເພີ່ມຂຶ້ນ ແລະ ເຂັ້ມແຂງຂຶ້ນ.

ນັກວິເຄາະຄາດການວ່າ: ແອນກຣຸບ ອາດມີມູນຄ່າຕະຫຼາດສູງເຖິງ 200 ຕື້ໂດລາ ເມື່ອນຳຮຸ້ນ IPO ສະເໜີຂາຍໃນຕະຫຼາດຮົງກົງ ແລະ ຊຽງໄຮ້ ເຊິ່ງຈະເປັນແຮງຍູ້ສຳຄັນເຮັດໃຫ້ ແອນກຣຸບ ກາຍເປັນຜູ້ປະກອບການການເງິນອິນເຕີເນັດລະດັບແຖວໜ້າຂອງຈີນ.