ເມືອງທ່າແຕງ ສອບເສັງເອົາລັດຖະກອນຄູໃໝ່ 6 ຕົວເລກ

220

ຄະນະກໍາມະການສອບເສັງຄັດເລືອກຕົວເລກລັດຖະກອນຂັ້ນແຂວງເຊກອງ ຮ່ວມກັບຄະນະກໍາມະການຂັ້ນເມືອງທ່າແຕງ ໄດ້ຈັດການສອບເສັງຄັດເລືອກເອົາຄູອາສາສະໝັກ ແລະ ນັກສຶກສາທີ່ຈົບໃໝ່ ເຂົ້າເປັນພະນັກງານ – ລັດຖະກອນສັງກັດໃນ 6 ວິຊາ ສົກປີ 2020 ຂຶ້ນໃນລະຫວ່າງວັນທີ 18 – 19 ພຶດສະພາ 2020 ທີ່ສະໂມສອນຫ້ອງການສຶກສາທິການ ແລະ ກີລາເມືອງທ່າແຕງ ໂດຍການເຂົ້າຮ່ວມ ແລະ ຕິດຕາມການສອບເສັງຂອງ ທ່ານ ນາງ ແກ້ວອຸດອນ ດວງມະນີວົງ ຄະນະປະຈໍາພັກເມືອງທ່າແຕງ, ມີ ທ່ານນາງ ດວງຈັນ ເທບບົວລະບັດ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງທ່າແຕງ ພ້ອມດ້ວຍຄະນະກຳມະການສອບເສັງ ແລະ ນັກສອບເສັງ 50 ກວ່າຄົນເຂົ້າຮ່ວມ.

ການສອບເສັງຄັດເລືອກເອົາຄູອາສາສະໝັກ ແລະ ນັກສຶກສາທີ່ຈົບໃໝ່ເຂົ້າເປັນພະນັກງານລັດຖະກອນຄູເຂົ້າສັງກັດໃນ 6 ວິຊາ ສົກປີ 2020 ໂດຍການສອບເສັງປາລະໄນ ແລະ ອັດຕະໄນ, ມີລາຍວິຊາຫຼັກ ຄື: ຄູອະນຸບານສຶກສາ, ຄູປະຖົມສຶກສາ, ຄູພາສາ ລາວ – ວັນນະຄະດີ, ຄູຊີວະສາດ, ຄູຟີຊິກສາດ ແລະ ຄູເຄມີສາດ ວິຊາລະ 1 ຕົວເລກ. ນັກສອບເສັງທີ່ຜ່ານເຂົ້າໃນຮອບຕັດສິນ ແມ່ນຈະໄດ້ບັນຈຸສັບຊ້ອນຢູ່ແຕ່ລະໂຮງຮຽນພາຍໃນເມືອງທ່າແຕງ ລົງສູ່ຮາກຖານບ້ານ.

ໂດຍ ພອນ ບຸນອຸທິດ