ແກງຜັກຫວານປ່າໃສ່ໄຂ່ມົດສົ້ມ

134

ຜັກຫວານຢູ່ບ້ານເຮົາຈະມີຢູ່ 2 ຊະນິດ ຄື: ຜັກຫວານບ້ານ ແລະ ຜັກຫວານປ່າ ແຕ່ກໍເປັນທີ່ນິຍົມທັງ 2 ຊະນິດທີ່ນຳເອົາມາແກງໃສ່ໄຂ່ມົດສົ້ມ ໂດຍມີລົດຊາດທີ່ແຊບຄືກັນ. ແຕ່ຜັກຫວານປ່າຈະມີລົດຊາດທີ່ຫວານ ແລະ ນົວໃນໂຕ. ເມື່ອແກງອອກມາກໍຈະມີລົດຊາດທີ່ເຂັ້ມຂຸ້ນກວ່າຜັກຫວານບ້ານ ເຊິ່ງໃນໄລຍະນີ້ກໍຈະເປັນລະດູຂອງຜັກຫວານປ່າ ແລະ ເປັນໄລຍະດຽວກັນກັບທີ່ມົດສົ້ມອອກໄຂ່ເຊັ່ນກັນ.

ສ່ວນປະສົມ.

ຜັກຫວານປ່າ 2 ຂີດ.

ໄຂ່ມົດສົ້ມ 1 ຖ້ວຍນ້ອຍ.

ນ້ຳສະອາດ 1/2 ຖ້ວຍ ໃຫຍ່.

ຜັກອີ່ຕູ່ 1 ກຳມື.

ນ້ຳປາແດກ 2 ບ່ວງແກງ.

ນ້ຳປາ 1 ບ່ວງແກງ.

ໝາກເຜັດ 5 ໜ່ວຍ ( ຈະໃຊ້ເປັນໝາກເຜັດແຫ້ງ ຫຼື ດິບກໍໄດ້ ).

ຫົວສີໃຄ 1 ຫົວ.

ຫົວຜັກບົ່ວແດງ 3 – 5 ຫົວ.

ໃບຂີ້ຫູດ 2 ໃບ.

ເກືອ 1/4 ບ່ວງກາເຟ.

ວິທີປຸງແຕ່ງ.

1 ລ້າງຜັກຫວານ ແລະ ໄຂ່ມົດສົ້ມໃຫ້ສະອາດແລ້ວປະໃຫ້ສະເດັດນ້ຳກຽມໄວ້. ຈາກນັ້ນ, ກໍຕຳຫົວສີໃຄ, ຫົວຜັກບົ່ວແດງ ແລະ ເກືອໃຫ້ລະອຽດດີ ( ຖ້າບໍ່ຢາກຕຳກໍຊອຍເປັນຕ່ອນນ້ອຍໆກໍໄດ້ເຊັ່ນກັນ ແຕ່ຖ້າຕຳໃສ່ມັນຈະໄດ້ລົດຊາດທີ່ເຂັ້ມຂຸ້ນຂຶ້ນອີກ ).

2 ເອົານ້ຳໃສ່ໝໍ້ຄ້າງໄຟ ເມື່ອນ້ຳຟົດໃຫ້ໃສ່ເຄື່ອງທີ່ຕຳໄວ້ພ້ອມດ້ວຍຜັກຫວານ ແລະ ໄຂ່ມົດສົ້ມ, ປຸງລົດຊາດດ້ວຍນ້ຳປາແດກ, ນ້ຳປາລົງໄປ ເມື່ອທຸກຢ່າງສຸກດີກໍໃສ່ຜັກອີ່ຕູ່ ແລະ ໃບຂີ້ຫູດຄົນທຸກຢ່າງໃຫ້ເຂົ້າກັນຊີມລົດຊາດຕາມໃຈມັກ ປົງລົງແລ້ວຕັກໃສ່ຖ້ວຍພ້ອມເສີບ ບອກໄດ້ເລີຍວ່າກິນເຂົ້າຄາບນີ້ເປັນມື້ທີ່ແຊບທີ່ສຸດເລີຍ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: esanguide