ແຕ່ງຕັ້ງ ສະຫາຍ ພອນສະໄໝ ພິດທະຈິດ ເປັນຮອງຫົວໜ້າພະແນກ ປທສ ແຂວງບໍ່ແກ້ວ

109

ໃນວັນທີ 05 ພຶດສະພາ 2020 ພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ແຂວງບໍ່ແກ້ວ ໄດ້ມີພິທີແຕ່ງຕັ້ງຮອງພະແນກເພີ່ມ 1 ທ່ານ ແລະ ຫົວໜ້າຂະແໜງ 02 ທ່ານ, ຮອງຂະແໜງ 05 ທ່ານ ຍິງ 1 ທ່ານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ເພັງສອນ ແກ້ວວິໄລ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ; ທ່ານ ທອງຈັນ ພົມມະຫານ ຫົວໜ້າພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ມີຄະນະພະແນກຫົວໜ້າ, ຮອງຫົວໜ້າຂະແໜງການ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.

ໂອກາດນີ້, ທ່ານ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຕົກລົງເຫັນດີໃຫ້ ສະຫາຍ ພອນສະໄໝ ພິດທະຈິດ ຫົວໜ້າຂະແໜງໄປສະນີ ແລະ ດັດສົມໂທລະຄົມ ເປັນຮອງພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານແຂວງ ແລະ ເຫັນດີແຕ່ງຕັ້ງພະນັກງານຫົວໜ້າຂະແໜງ 02 ທ່ານ, ຮອງຂະແໜງ 05 ທ່ານ ຄື: ທ່ານ ບຸນເລີດ ອຸທະຍອດ ເປັນຫົວໜ້າຂະແໜງບໍລິຫານ, ທ່ານ ສາຄອນ ສີລິປັນຍາ ເປັນຫົວໜ້າຂະແໜງໄປສະນີ ແລະ ດັດສົມໂທລະຄົມມະນາຄົມ, ທ່ານ ອົ້ນກິ ວົງວິໄລ ເປັນຮອງຫົວໜ້າຂະແໜງບໍລິຫານຈັດຕັ້ງ ແລະ ກວດກາ, ທ່ານ ນາງ ວຽງສະຫວັນ ຈຳປາໂທ ເປັນຮອງຂະແໜງແຜນການ ແລະ ການເງິນ, ທ່ານ ກິດຕະພອນ ນ້ອຍຍອດ ເປັນຮອງຫົວໜ້າຂະແໜງໄປສະນີ ແລະ ດັດສົມໂທລະຄົມມະນາຄົມ ( ວຽກງານໄປສະນີ ), ທ່ານ ວິລັນ ມະນີລັດ ເປັນຮອງຂະແໜງໄປສະນີ ແລະ ດັດສົມໂທລະຄົມມະນາຄົມ ( ວຽກງານຄື້ນ ຄວາມຖີ່ວິທະຍຸສື່ສານ ) ແລະ ທ່ານ ອຸ່ນເມືອງ ພົມປັນຍາ ເປັນຮອງຂະແໜງເຕັກໂນໂລຊີການສື່ສານຂໍ້ມູນ – ຂ່າວສານ.

ໃນຕອນທ້າຍ, ທ່ານ ເພັງສອນ ແກ້ວວິໄລ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ຕຳແໜ່ງໃໝ່ ຕ້ອງເພີ່ມທະວີເອົາໃຈໃສ່ ເປັນຕົ້ນແມ່ນຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ຕິດພັນກັບໜ້າທີ່ວິຊາສະເພາະເປັນຕົ້ນແມ່ນແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ, ພ້ອມກັນຈັດຕັ້ງປະຕິບັດຕາມພາລະບົດບາດສິດ ແລະ ໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຢ່າງໜັກແໜ້ນ.

ເນື້ອໃນ – ຮູບ: ບຸນເພັດ, ຂ່າວ: ສົມສະຫວິນ