ຫົວເຫວີຍ ມອບອຸປະກອນວີດີໂອປະຊຸມທາງໄກໃຫ້ກະຊວງໄປສະນີ

198

ວັນທີ 23 ເມສາ 2020 ທີ່ນະຄອນຫຼວງວຽງຈັນ, ບໍລິສັດ ຫົວເຫວີຍ ເທັກໂນໂລຢີ(ລາວ)ຈຳກັດຜູ້ດຽວ ໄດ້ສົ່ງມອບອຸປະກອນວິດີໂອການປະຊຸມທາງໄກໜຶ່ງຊຸດໃຫ້ແກ່ ກະຊວງໄປສະນີໂທລະຄົມມະ ນາຄົມ ແລະ ການສື່ສານ ເພື່ອສະໜັບສະໜູນໃນການຈັດກອງປະຊຸມທາງໄກທີ່ສຳຄັນໃນໄລຍະການແຜ່ລະ ບາດຂອງພະຍາດປອດອັກເສບສາຍພັນໃໝ່ COVID-19.

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ ສານ ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ຫົວເຫວີຍ ໃນການປະກອບສ່ວນໃນຄັ້ງນີ້ ແລະ ສະແດງໃຫ້ເຫັນວ່າເທັກໂນໂລຊີໄອຊີທີຈະມີຄວາມສຳຄັນຂຶ້ນເລື້ອຍໆໃນອະນາຄົດ.

ບໍລິສັດ ຫົວເຫວີຍ ໃນຖານະທີ່ເປັນຜູ້ສະໜອງໂຊລູຊັ່ນ ແລະ ອຸປະກອນໄອຊີທີຊັ້ນນຳຂອງໂລກ ກໍ່ຍັງໄດ້ມີສ່ວນຮ່ວມໃນການເຂົ້າເຖິງລະບົບວິດີໂອການປະຊຸມທາງໄກແບບຄົບວົງຈອນຂອງລັດຖະບານລາວບໍ່ວ່າຈະເປັນສຳນັກງານນາຍົກ, ກະຊວງການເງິນ, ກະຊວງສາທາລະນະສຸກ, ໂຮງໝໍມິດຕະພາບ ແລະ ກະຊວງການຕ່າງປະເທດ. ນັ້ນກໍ່ເພື່ອປັບປຸງປະສິດທິພາບໂດຍລວມຂອງການປ້ອງກັນ ແລະ ຄວບຄຸມ ທັງປະຢັດເວລາໃນການຕໍ່ສູ້ກັບພະຍາດດັ່ງກ່າວຂອງລັດຖະບານລາວ.