ໜຶ່ງຊ່ອງທາງປະຢັດລາຍຈ່າຍ ໄດ້ຜົນດີເກີນຄາດຖ້າປູກຜັກຕາມລະດູການ

414

ເສດຖະກິດໃນປັດຈຸບັນນີ້ ເຮັດໃຫ້ຫຼາຍຄອບຄົວໄດ້ຮັບຜົນກະທົບໃນການໃຊ້ຊີວິດໃນເລື່ອງຂອງການເງິນ ແລະທຸລະກິດຕ່າງໆ.
ຈະດີ ຫຼື ບໍ່ຖ້າເຮົາຫັນມາປູກຜັກສວນຄົວຕາມລະດູການໄວ້ບໍລິໂພກພາຍໃນຄອບຄົວເພື່ອປະຢັດລາຍຈ່າຍໃນຍຸກທີ່ເສດຖະກິດສັບສົນວຸ້ນວາຍແບບນີ້ ແລະໃນການປູກຜັກຕາມລະດູນັ້ນ ຄວນປູກຜັກຊະນິດໃດ ລະດູການໃດ ເພື່ອຈະໄດ້ຜົນຜະລິດທີ່ດີ ແລະ ສົມບູນ.

ມື້ນີ້ແອັດມິນກໍຈະແນະນຳເຕັກນິກໃນການປູກພືດຜັກຕາມລະດູການມາຝາກ ຈະເປັນແນວໃດນັ້ນນຳມາເບິ່ງກັນເລີຍ.

ການທີ່ເຮົາຈະລົງມືປູກຜັກ ເຮັດສວນຄົວກິນເອງຢູ່ພາຍໃນຄອບຄົວ ກໍ່ເປັນສິ່ງໜຶ່ງທີ່ມີປະໂຫຍດ ແຖມປະຢັດຄ່າໃຊ້ຈ່າຍໄປຈຳນວນໜຶ່ງໃນການທີ່ຈະອອກໄປຊື້ເຄື່ອງແຕ່ງກິນຢູ່ຕະຫຼາດໃນແຕ່ລະມື້ ແຖມໄດ້ຕົກແຕ່ງສວນໃນເຮືອນຂອງຕົນໃຫ້ສວຍງາມໄປໃນໂຕ ໂດຍການຕົກແຕ່ງສວນຜັກທຳມະດາເປັນສະຖານທີ່ພັກຜ່ອນຢ່ອນໃຈໃນເຮືອນຂອງຕົນເອງ.

ຜັກທີ່ຄວນປູກແຕ່ລະລະດູການ ແລະ ລະດູການໃດຄວນປູກຜັກໃດດີ.
ຊ່ວງລະດູຝົນ ແມ່ນ ຜັກກາດຮ່ອງເຕ້ ຜັກກາດຄະນ້າ ໝາກຖົ່ວຍາວ ຜັກບົ້ງ ໝາກເຂືອຕ່າງໆ ໂດຍໃຊ້ເວລາພຽງແຕ່ 1-2 ເດືອນ.

ຊ່ວງປາຍລະດູຝົນ – ລະດູໜາວ ແມ່ນຈະເໝາະສຳລັບພືດທີ່ມັກອາກາດເຢັນ ເຊັ່ນ ກະລຳດອກ ຜັກກະລຳ ຜັກສະລັດ ຜັກຊີ ຜັກສະນາລີ້.

ຊ່ວງລະດູຮ້ອນ ເປັນຊ່ວງທີ່ຄວນປູກໝາກບວບ ໝາກມະລະ ໝາກອຶ ໝາກໂຕນ ສາລີຫວານ ເພາະເປັນພືດທີ່ທົນແລ້ງ ແລະອາກາດຮ້ອນໄດ້ດີ.

ສ່ວນພືດທີ່ປູກຄັ້ງດຽວສາມາດ ກິນໄດ້ຕະຫຼອດ ໄດ້ແກ່ ໝາກຂີ້ຫູກ ໝາກນາວ ຜັກຄະ ກະຖິນ ແລະຜັກຫວານບ້ານ.

ແຕ່ສິ່ງທຳອິດທີ່ຄວນຄຳນຶງເຖິງກ່ອນທີ່ຈະປູກກໍຄື
1 ເບິ່ງວ່າຄົນໃນຄອບຄົວ ຫຼື ໂຕເຮົາເອງມັກກິນຜັກຫຍັງແນ່
2 ເລືອກປູກໃຫ້ເໝາະກັບລະດູການ ແລະສະພາບແວດລ້ອມ
3 ເລີ່ມຈາກນ້ອຍໆ ແລ້ວຄ່ອຍຂະຫຍາຍໃຫ້ໃຫຍ່ຂຶ້ນ
4 ຮຽນຮູ້ ສັງເກດ ແລະ ທຳຄວາມເຂົ້າໃຈກັບທຳມະຊາດ
ສິ່ງທີ່ເວົ້າມາຂ້າງເທິງນີ້ກໍເປັນສິ່ງທີ່ທຸກຄົນຕ້ອງຮູ້ ໃນການທີ່ຈະປູກຜັກສວນຄົວໃນບ້ານຂອງຕົນ ເພາະວ່າມັນຈະເປັນປະໂຫຍດ ແລະ ຊ່ວຍໃນການຫຼຸດຜ່ອນຄ່າໃຊ້ຈ່າຍບາງສ່ວນໃນຄອບຄົວ.