ຄິວສາຍໃຕ້ເພີ່ມລົດ 20 ຄັນ ເພື່ອບໍ່ໃຫ້ຜູ້ໂດຍສານຕົກຄ້າງ

173

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້ – ສາຍຕ່າງປະເທດໄດ້ກ່າວວ່າ: ໃນວັນທີ 30 ມີນາ ຜ່ານມາ ຜູ້ໂດຍສານຈໍານວນຫຼາຍເຂົ້າມາໃຊ້ບໍລິການໃນສະຖານີຂົນສົ່ງໂດຍສານຂອງພວກເຮົາ ເຊິ່ງກໍ່ໄດ້ມີການເພີ່ມຈໍານວນລົດຂຶ້ນຫຼາຍຄັນຈາກປົກະຕິ 55ຄັນຕໍ່ມື້, ສ່ວນໃນວັນທີ 31 ມີນາ 2020 ນີ້ເຊິ່ງເປັນການໃຫ້ບໍລິການຖ້ຽວສຸດທ້າຍຕາມແຈ້ງການຂອງລັດຖະບານ ແລະ ເພື່ອຮອງຮັບບໍ່ໃຫ້ຜູ້ໂດຍສານຕົກຄ້າງ ທາງສະຖານີຂົນສົ່ງໂດຍສານໄດ້ກະກຽມລົດໄວ້ 20 ຄັນຈາກປົກກະຕີ 55ຄັນ ເພື່ອໃຫ້ບໍລິການຜູ້ໂດຍສານທີ່ຈະກັບພູມລໍາເນົາໂດຍສະເພາະບັນດາແຂວງພາກໃຕ້.

ທ່ານກ່າວວ່າ: ນັບແຕ່ວັນທີ 1 ເມສາເປັນຕົ້ນໄປ ທາງສະຖານີຂົນສົ່ງໂດຍສານກໍ່ຈະໄດ້ປິດໃຫ້ບໍລິການ ເຊິ່ງພວກເຮົາກໍ່ວາງແຜນໄວ້ເພື່ອທໍາການອະນາໄມ, ປັບປຸງສະຖານີ, ສີດຢາຂ້າເຊື້ອ ເພື່ອສ້າງຄວາມພ້ອມໃຫ້ການບໍລິການພາຍຫຼັງທີ່ລັດຖະບານອະນຸຍາດໃຫ້.