ແຂວງວຽງຈັນອອກຄຳສັ່ງ 13 ຂໍ້ ເພີ່ມທະວີມາດຕະການສະກັດກັ້ນເພື່ອຕ້ານພະຍາດໂຄວິດ-19

169

ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອ ພະຍາດໂຄວິດ-19 ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກວມເອົາທຸກປະເທດໃນທົ່ວໂລກ, ຈໍານວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກພະຍາດດັ່ງກ່າວກໍ່ເພີ່ມຂຶ້ນທຸກມື້. ໃນໄລຍະຜ່ານມາ ການນໍາຂອງແຂວງວຽງຈັນກໍ່ໄດ້ປຸກລະດົມປະຊາຊົນເຂົ້າຮ່ວມປະຕິບັດມາດຕະການສະກັດກັ້ນຕອບໂຕ້ພະຍາດນີ້ຢ່າງຈິງຈັງ, ໃນປັດຈຸບັນນີ້ ເຖິງຈະບໍ່ທັນມີຜູ້ຕິດເຊື້ອ ແຕ່ກໍ່ມີຄວາມສ່ຽງທີ່ຈະລະບາດໃນທົ່ວແຂວງ. ສະນັ້ນ, ເພື່ອຍົກລະດັບການສະກັດກັ້ນ ແລະ ກັນການລະບາດບໍ່ໃຫ້ແຜ່ລາມອອກ ໄປໄວ ແລະ ເປັນວົງກວ້າງ, ພ້ອມທັງເປັນບ່ອນອີງໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດໃຫ້ມີປະສິດຕິພາບ ແລະ ມີປະສິດຕິຜົນ.

ໂດຍອີງຕາມ ຄຳສັ່ງ ຂອງເຈົ້າແຂວງວຽງຈັນ ສະບັບເລກທີ 005/ຈຂ.ວຈ, ລົງວັນທີ 30 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 (COVID-19) ທາງແຂວງວຽງຈັນໄດ້ລະບຸໄວ້ໃນຄຳສັ່ງ 13 ຂໍ້ດັ່ງນີ້:

1 ໃຫ້ເຈົ້າເມືອງ 11 ເມືອງ, ຫົວໜ້າພະແນກການ, ອົງການ, ຫ້ອງການ, ໂຮງຮຽນ, ໂຮງໝໍ, ລັດວິຊາຫະກິດທົ່ວແຂວງວຽງຈັນ ຈົ່ງສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ ແລະ ຊາວຕ່າງດ້າວຮັບຮູ້ ແລະ ເຂົ້າໃຈເຫັນໄດ້ໄພອັນຕະລາຍຂອງພະຍາດ ໂຄວິດ-19, ຮູ້ຈັກວິທີສະກັດກັ້ນ, ປ້ອງກັນ ແລະ ຕ້ານພະຍາດນີ້ດ້ວຍຕົນເອງ;

2 ໃຫ້ພະນັກງານ, ລັດຖະກອນ ຢຸດການມາເຮັດວຽກຢູ່ຫ້ອງການແຕ່ ວັນທີ 1- 11 ເມສາ 2020 ແລະ ສືບຕໍ່ພັກບຸນປີໃໝ່ລາວ ຮອດວັນທີ 19 ເມສາ 2020, ຍົກເວັ້ນທະຫານ, ຕໍາຫຼວດ, ເຈົ້າໜ້າທີ່ດັບເພິງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ໍາປະປາ ແລະ ການສື່ສານ, ແພດໝໍ (ລວມທັງອາສາສະຫນັກທີ່ຝຶກງານຢູ່ສະຖານບໍລິການສາທາລະນະສຸກທຸກຂັ້ນ), ພະນັກງານ, ລັດຖະກອນຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈໍາການ ແລະ ຜູ້ທີ່ເຮັດວຽກສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ປິ່ນປົວພະຍາດດັ່ງກ່າວ, ໃຫ້ແນະນໍາພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຮັດວຽກທາງລັດຖະການຢູ່ເຮືອນ ຫຼື ທີ່ ພັກອາໄສ ຜ່ານລະບົບການສື່ສານ, ອີເລັກໂຕຣນິກ ແລະ ຕັ້ງເປັນກຸ່ມ ວອດແອັບ ( WhatsApp ) ຂອງຂະແໜງການຕົນ, ແຕ່ຕ້ອງຈັດຕັ້ງຜູ້ປະຈໍາການ, ເວນຍາມສໍານັກງານ, ອົງການ ຢ່າງເປັນປົກະຕິ ໃຫ້ສາມາດປະສານກັນໄດ້ໃນກໍລະນີມີວຽກຈໍາເປັນ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຮ້າຍສ້າງຄວາມເສຍຫາຍຕ່າງໆ ຢ່າງເດັດຂາດ;

ພາບປະກອບຂ່າວ

3 ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ຊາວຕ່າງດ້າວ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈໍາເປັນເຊັ່ນ: ໄປຊື້ເຄື່ອງອຸກະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ຕາມການຈັດຕັ້ງມອບໝາຍ. ສ່ວນຜູ້ທີ່ຈະໄປທໍາການຜະລິດກະສິກໍາ ກໍ່ສາມາດໄປໄດ້ ແຕ່ມອບໃຫ້ອໍານາດການປົກຄອງເປັນຜູ້ກວດກາ ແລະ ຄຸ້ມຄອງດ້ານຈໍານວນພົນບໍ່ໃຫ້ມີຫຼາຍຄົນໃນປອນດຽວກັນ;

4 ຫ້າມບຸກຄົນເດີນທາງໄປທ້ອງຖິ່ນອື່ນ, ເຂດທີ່ມີການຕິດເຊື້ອ ຫຼື ເຂດທີ່ມີຄວາມສ່ຽງການລະບາດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກທາງການ, ຖ້າມີຄວາມຈໍາເປັນເຊັ່ນ: ຂົນສົ່ງສິນຄ້າ, ໄປໂຮງໝໍ ແຕ່ຕ້ອງໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຕັ້ງດ່ານກວດສຸຂະພາບ ແລະ ກວດເອກະສານຢ່າງລະອຽດ, ໃຫ້ໂຈະການດໍາເນີນກິດຈະການບໍລິການຂົນສົ່ງຜູ້ໂດຍສານໄວ້ຊົ່ວຄາວ;

5 ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ ທີ່ຈໍາເປັນຕໍ່ການກັ້ນການລະບາດ, ການອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັ່ງ, ນ້ໍາຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນໍ້າດື່ມ ແລະ ອື່ນໆ. ມອບໃຫ້ເຈົ້າໜ້າທີ່ການຄ້າສົມທົບກັບເຈົ້າໜ້າທີ່ຕໍາຫຼວດ ເອົາໃຈໃສ່ເປັນພິເສດໃນການຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ, ພ້ອມກັນນີ້ກໍໃຫ້ດໍາເນີນມາດຕະການປັບໃໝ ແລະ ລົງໂທດ ຕໍ່ຜູ້ລະເມີດຢ່າງເຂັ້ມງວດ;

ພາບປະກອບຂ່າວ

6 ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຂໍ້ມູນຂ່າວສານ ທີ່ບໍ່ມີຄວາມຈິງ ໃນຮູບແບບໃດໜຶ່ງ ຜ່ານສື່ຕ່າງໆ ເຊິ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມ ແລະ ດໍາເນີນມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ;

7 ຫ້າມຈັດກິດຈະກໍາ, ປະຊຸມ ຫຼື ໂຮມຊຸມນຸມຕ່າງໆທີ່ມີຄົນເຂົ້າຮ່ວມຫຼາຍກ່ວາ 10 ຄົນ ເຊັ່ນ: ງານບຸນປະເພນີ, ປີໃໝ່ລາວ, ກິດຈະກໍາທາງສາດສະໜາ, ງານດອງ ແລະ ງານລ້ຽງສັງສັນຕ່າງໆ: ໃນກໍລະນີຈໍາເປັນເຊັ່ນ: ງານສົບ, ງານສົ່ງສະການ, ເຮືອນກໍາແອນ້ອຍ, ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມມາດຕະການປ້ອງກັນຢ່າງເຂັ້ມງວດຄື: ມີການກວດອຸນນະພູມ, ໃຫ້ແຕ່ລະຢູ່ຫ່າງກັນຢ່າງຫນ້ອຍ 2 ແມັດ, ໃສ່ຜ້າປິດປາກ-ດັ່ງ, ລ້າງມືໃສ່ສະບູ ຫຼື ນ້ໍາຢາຂ້າເຊື້ອ;

8 ເອົາໃຈໃສ່ຕິດຕາມຈໍານວນແຮງງານທີ່ເດີນທາງມາຈາກຕ່າງປະເທດ ກັບຄືນມາທ້ອງຖິ່ນ (ມາຖືກຕ້ອງ ແລະ ບໍ່ຖືກຕ້ອງ) ແມ່ນໃຫ້ດໍາເນີນມາດຕະການກັກກັນໂຕເອງ 14 ວັນ ໃນສະຖານທີ່ເໝາະສົມ (ບໍ່ໃຫ້ກາຍ 2-3 ຄົນ/ຫ້ອງ) ແລະ ໃຫ້ແພດໝໍ, ອສບ ແລະ ການຈັດຕັ້ງເຝົ້າຕິດຕາມອາການ 2ຄັ້ງ/ມື້, ຫ້າມແຮງງານທີ່ຖືກກັກກັນໂຕໃນສະຖານທີ່ຕ່າງໆຕັ້ງວົງສັງສັນຊຸມແຊວ, ກິນດື່ມສິ່ງມຶນເມົາ, ຫຼິ້ນການພະນັນ ຫຼື ອອກຈາກບໍລິເວນກັກກັນໄປພົວພັນກັບຄົນຂ້າງນອກໂດຍເດັດຂາດ. ຖ້າບໍ່ໃຫ້ການຮ່ວມມືມອບໃຫ້ເຈົ້າໜ້າທີ່ ດໍາເນີນມາດຕະການຕາມມາດຕາ 199 ຂອງກົດໝາຍຄວບຄຸມພະຍາດຕິດຕໍ່ ສະບັບເລກທີ 34/ສພຊ, ລົງວັນທີ 9 ພະຈິກ 2017 ໃນຂໍ້ຫານໍາເອົາເຊື້ອພະຍາດທີ່ຮ້າຍແຮງໄປແຜ່ຂະຫຍາຍສູ່ບຸກຄົນອື່ນໂດຍເຈດຕະນາ; ໃຫ້ສືບຕໍ່ປິດດ່ານບ້ານວັງ, ດ່ານຊະນະຄາມ ແລະ ດ່ານທ້ອງຖິ່ນອື່ນໆຈົນກວ່າຈະໄດ້ຮັບອະນຸຍາດ;

9 ໃຫ້ສືບຕໍ່ປິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານເບຍ, ຮ້ານນວດແຜນບູຮານ ແລະ ສະປາທຸກປະເພດ, ສະຖານທີ່ອອກກໍາລັງກາຍ ຫຼື ຫຼິ້ນກິລາທຸກປະເພດທີ່ມີຄົນຫຼາຍ ກາຍ 10 ຄົນຂຶ້ນໄປ ເຊັ່ນ: (ໃນເດີ່ນໂຮງຮຽນ, ກິລາໃນຮົ່ມ, ສະນຸກເກີ, ສັງວຽນຕີໄກ່, ແລະ ອື່ນໆ), ຕະຫຼາດກາງຄືນ, ພ້ອມກັນນີ້ກໍ່ໃຫ້ປິດໂຮງງານຕັດຫຍິບ, ໂຮງງານອື່ນໆ ທີ່ດໍາເນີນຢູ່ຂອບເຂດແຂວງວຽງຈັນ ແລະ ໃຫ້ຜູ້ປະກອບການປະຕິບັດສະຫວັດດີການໃຫ້ແກ່ແຮງງານໃນໄລຍະນັກວຽກຕາມຄວາມເໝາະສົມ;

10 ອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການທີ່ມີຄວາມຈໍາເປັນ ເຊັ່ນ: ທະນາຄານ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ຮ້ານຂາຍຢາ, ໜ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ໍາປະປາ, ການບໍລິການ, ການເກັບຂີ້ເຫຍື້ອ, ຕະຫຼາດກະສິກໍາ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ, (ມິນິມາກເກັດ, ຊຸບເປີມາກເກັດ), ປໍ້ານໍ້າມັນ, ຮ້ານອາຫານ ແລະ ຮ້ານກາເຟ, ສໍາລັບໂຮງແຮມ, ຣີສອດໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ ແຕ່ໃຫ້ມີມາດຕະການໃນການຮັກສາຄວາມສະອາດ ແລະ ມີການຂ້າເຊື້ອຫ້ອງພັກຕາມຫຼັກການແພດ ໃຫ້ມີເຈວປະສົມເຫຼົ້າ 70-90 ສໍາລັບລ້າງມື ຂອງພະນັກ ງານບໍລິການ ແລະ ແຂກທີ່ມາພັກແຮມປະຕິບັດຕາມມາດຕະການການປ້ອງກັນ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ພ້ອມນັ້ນກໍ່ໃຫ້ພັດປ່ຽນກັນມາເຮັດວຽກ ເພື່ອຫຼຸດຜ່ອນຄວາມແອອັດ; ຍົກເວັ້ນໂຮງໝໍແຂວງ, ໂຮງໝໍເມືອງ, ໂຮງໝໍນ້ອຍ ແລະ ສຸກສາລາແມ່ນໃຫ້ມາປະຈໍາການປົກກະຕິ.

11 ໃຫ້ຄະນະສະເພາະກິດ ເພີ່ມທະວີການປະຕິບັດບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ເປັນໃຈກາງໃນການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ຊີ້ນໍາ, ແຈ້ງຂໍ້ມູນຂ່າວສານທີ່ເປັນທາງການໃຫ້ທຸກພາກສ່ວນຮັບຮູ້ເປັນລາຍປະຈໍາວັນ, ພ້ອມທັງກຽມພ້ອມໃນດ້ານຕ່າງໆໃຫ້ໄວ, ພຽງພໍ ແລະ ມີປະສິດທິຜົນສູງ.

ພາບປະກອບຂ່າວ

ວຽກທີ່ຕ້ອງສຸມໃສ່ໃນໄລຍະຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ມີ:

1 ເພີ່ມຈໍານວນ ແລະ ຝຶກຊ້ອມບຸກຄະລະກອນການແພດ, ອາສາສະໝັກ, ທະຫານ, ຕໍາຫຼວດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ; 2 ສ້າງແຜນ, ຂັ້ນຕອນ ແລະ ລະບົບໃນການດໍາເນີນການເກັບຕົວຢ່າງສົ່ງໃຫ້ສູນວິເຄາະລະບາດວິທະຍາ, ແຕ່ລະໂຮງໝໍເມືອງ ໃຫ້ສືບຕໍ່ຈັດຕັ້ງຫນ່ວຍງານກວດກັ່ນກອງ ຜູ້ທີ່ເປັນໄຂ້, ກະກຽມຫ້ອງແຍກປ່ຽວກໍລະນີພົບຜູ້ສົ່ງໄສ, ໃຫ້ສົ່ງເຂົ້ານອນຫ້ອງແຍກປ່ຽວ, ກັກກັນ ເພື່ອລໍຖ້າຜົນກວດ ຖ້າຜົນກວດພົບເຊື້ອ ແມ່ນໃຫ້ປະສານຫາສູນກາງເພື່ອໃຫ້ການຊ່ວຍເຫຼືອທາງດ້ານວິຊາການ; 3 ຈັດຫາອຸປະກອນ, ເຄື່ອງມືທາງການແພດລວມທັ້ງຢາປົວພະຍາດ ແລະ ເຄື່ອງປ້ອງກັນການຕິດເຊື້ອ ເພື່ອກັນການລະບາດ ແລະ ເກັບຕົວຢ່າງ: 4 ດໍາເນີນການປັບປຸງສະຖານທີ່ ທີ່ໄດ້ກໍານົດ ໃຫ້ມີຄວາມພ້ອມໃນການກັກກັນ, ແຍກປ່ຽວ ແລະ ປິ່ນປົວ ໃຫ້ມີຄວາມພ້ອມ ແລະ ຮັບປະກັນ; 5 ສ້າງແຜນງົບປະມານ ເພື່ອຈັດຕັ້ງປະຕິບັດວຽກງານທີ່ໄດ້ກໍານົດ ໃຫ້ມີປະສິດທິພາບ; 6 ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດເພື່ອລະດົມການຊ່ວຍເຫຼືອໃນດ້ານຕ່າງໆທີ່ຈໍາເປັນ ເປັນຕົ້ນແມ່ນ ຊ່ຽວຊານ, ແພດໝໍ, ເຄື່ອງມືທາງການແພດ, ອຸປະກອນ ປ້ອງກັນການຕິດເຊື້ອ, ຊຸດກວດຫາເຊື້ອພະຍາດ, ຢາປົວພະຍາດ, ທຶນຮອນ ແລະ ດ້ານອື່ນໆ ທີ່ຈໍາເປັນ.

ພ້ອມກັນນີ້, ໃຫ້ອອກມາດຕະການແນະນໍາຢ່າງລະອຽດ ໃນຮູບແບບທີ່ເຂົ້າໃຈງ່າຍ ເພື່ອເຜີຍແຜ່ສານສື່ທາງການ ເປັນຕົ້ນ ແມ່ນຂ່າວວິທະຍຸກະຈາຍສຽງ ແຂວງວຽງຈັນ, ເຟສບຸກ ອອນລາຍ ແຂວງວຽງຈັນ, ສ້າງເປັນຄິບສຽງໂຄສະນາ ເພື່ອໃຫ້ຂະແໜງການ ແລະ ອົງການປົກຄອງບ້ານ ນໍາໄປເຜີຍແຜ່ ໃຫ້ທົ່ວເຖິງ, ພ້ອມທັງ ແນະນໍາ ແລະ ປູກລະດົມ ໃຫ້ທົ່ວສັງຄົມ ຕິດຕາມຂໍ້ມູນ ຂ່າວສານ ຜ່ານທາງການ ແລະ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ.

ໃຫ້ຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ເປີດຫ້ອງປະຕິບັດງານ 24 ຊົ່ວໂມງ ບໍ່ມີວັນເສົາ-ວັນທິດ, ຕິດຕາມ, ສະຫຼຸບຕີລາຄາ ແລະ ລາຍງານສະພາບການ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານວາງອອກໃນໄລຍະຜ່ານມາ ແລະ ຄໍາສັ່ງສະບັບນີ້ ໂດຍກົງ ແລະ ເປັນປົກກະຕິ ຕໍ່ທ່ານເຈົ້າແຂວງ ເພື່ອຊີ້ນໍາບັນຊາ ໃຫ້ທັນກັບສະພາບການ.

ພາບປະກອບຂ່າວ

12 ໃຫ້ອົງການປົກຄອງແຂວງ, ອົງການປົກຄອງເມືອງ 11 ເມືອງ ຊີ້ນໍາບັນຊາພະແນກການ, ຫ້ອງການ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ແລະ ບ້ານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຈັດຕັ້ງປະຕິບັດບັນດາມາດຕະການທີ່ກໍານົດໃນຄໍາສັ່ງ ສະບັບນີ້, ພ້ອມທັງໃຫ້ຈັດຕັ້ງຫນ່ວຍງານ ຫຼື ເຈົ້າໜ້າທີ່ເຝົ້າລະວັງ ແລະ ຕິດຕາມກວດກາ ການກັກຕົນເອງ ຂອງແຮງງານທີ່ມາ ຈາກຕ່າງປະເທດ, ລວມທັງຜູ້ທີ່ສໍາຜັດ ແລະ ໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາດ, ກວດກາພາຍໃນບໍລິເວນບ້ານ ບໍ່ໃຫ້ມີການຊຸມ ແຊວ, ການຈັດງານສັງສັນ, ການມົ້ວສູມທີ່ມີຫຼາຍຄົນ ເຊິ່ງຈະພາໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເພື່ອຮັບປະກັນຄວາມສະຫງົບປອດໄພ, ພ້ອມທັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ຂໍ້ມູນກ່ຽວກັບການປ້ອງກັນຕົນເອງຈາກພະຍາດດັ່ງກ່າວ ແລະ ແຈ້ງ ເບີໂທລະສັບຕິດຕໍ່ (ສາຍດ່ວນ) ໃນກໍລະນີຕ້ອງການຄວາມຊ່ວຍເຫຼືອ, ຖ້າຫາກພົບເຫັນຜູ້ຝ່າຝືນຄໍາສັ່ງຂ້າງເທິງ ນີ້ໃຫ້ເຈົ້າໜ້າທີ່ ກັກໂຕພວກກ່ຽວເຂົ້າໄວ້ສູນກັກກັນຕົນເອງກໍານົດ 14 ວັນ ຄືກັບແຮງງານທີ່ເດີນທາງມາຈາກຕ່າງປະເທດເພື່ອຕິດຕາມອາການ.

13 ໃຫ້ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະສະເພາະກິດ, ຂະແໜງການ, ອົງການປົກຄອງບ້ານ ແລະ ທຸກພາກ ສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ, ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດມາດຕະການທີ່ໄດ້ກໍານົດໃນຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ. ຖ້າຫາກມີການລະເມີດຕໍ່ຄໍາສັ່ງສະບັບນີ້ ແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.