ດ່ວນ! ສຶກສາ ສັ່ງໂຈະການຮຽນ-ການສອນທົ່ວປະເທດ ປ້ອງກັນໂຄວິດ-19 ນັບແຕ່ມື້ອື່ນຈົນຮອດ 21 ເມສາ

102

ປັດຈຸບັນ ສະພາບການລະບາດຂອງພະຍາດອັກເສບປອດ ອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໃນຫຼາຍປະເທດໄດ້ຂະຫຍາຍເປັນວົງກວ້າງ, ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນຢ່າງຮຸນແຮງໃນທົ່ວໂລກ. ສະນັ້ນ, ເພື່ອປ້ອງກັນ ແລະ ຮັບມືການລະບາດຂອງພະຍາດດັ່ງກ່າວໃຫ້ແກ່ຄູ-ອາຈານ, ບຸກຄະລາກອນທາງການສຶກສາ-ກິລາ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່-ຜູ້ປົກຄອງໃນຂອບເຂດທົ່ວປະເທດ.

ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການສະບັບເລກທີ 369/ສສກ ລົງວັນທີ 18 ມີນາ 2020 ແຈ້ງການ ເຖິງ: ທ່ານອະທິການບໍດີມະຫາວິທະຍາໄລ, ທ່ານຫົວໜ້າກົມ, ອົງການທຽບເທົ່າກົມ, ຜູ້ອໍານວຍການສະຖາບັນ, ຜູ້ອໍານວຍການສູນ, ໂຮງພິມ, ໂຮງງານ, ສະຖາບັນການສຶກສາ, ວິທະຍາໄລ ແລະໂຮງຮຽນທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ; ທ່ານຫົວໜ້າຫ້ອງການກະຊວງ ແລະ ອົງການຕ່າງໆ; ທ່ານຫົວໜ້າຫ້ອງການກໍາມາທິການສຶກສາສົງສູນກາງ; ທ່ານຫົວນ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ; ປະທານສະມາຄົມການສຶກສາພາກເອກະຊົນ, ພໍ່ແມ່ປະຊາຊົນ, ອົງການຈັດຕັ້ງຂອງລັດ,ສາກົນ ແລະ ອົງການຈັດຕັ້ງຕ່າງໆທາງສັງຄົມ ເລື່ອງ: ການໂຈະການຮຽນ-ການສອນໃນສະຖານການສຶກສາໃນຂອບເຂດທົ່ວປະເທດ.

ໃນແຈ້ງການລະບຸວ່າ: ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ອອກແຈ້ງການດັ່ງນີ້: ໃຫ້ໂຮງຮຽນມັດທະຍົມສຶກສາ, ອາຊີວະສຶກສາ, ໂຮງຮຽນສຶກສາສົງ, ວິທະຍາໄລ, ມະຫາວິທະຍາໄລ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດໂຈະການຮຽນ-ການສອນຊົ່ວຄາວ ແຕ່ວັນທີ 19 ມີນາ ເຖິງວັນທີ21 ເມສາ 2020.

ມອບໃຫ້ຜູ້ບໍລິຫານສະຖານການສຶກສາແຕ່ລະແຫ່ງໃຫ້ຄໍາແນະນໍາຄູ-ອາຈານ, ພໍ່ແມ່-ຜູ້ປົກຄອງ ແລະ ນັກຮຽນ – ນັກສຶກສາ ໂດຍການມອບວຽກບ້ານ, ການຈັດການຮຽນ-ການສອນ ຜ່ານຮູບແບບຕ່າງໆຕາມທ່າແຮງ ແລະ ເງື່ອນໄຂຂອງແຕ່ລະສະຖານການສຶກສາ.

ກ່ອນໜ້ານີ້, ກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ແຈ້ງການ ສະບັບເລກທີ 1119/ສສກ ລົງວັນທີ 17 ມີນາ 2020 ໃຫ້ໂຮງລ້ຽງເດັກ, ໂຮງຮຽນອະນຸບານສຶກສາ ລວມທັງຫ້ອງກຽມປະຖົມສຶກສາ ແລະ ກຸ່ມຮຽນຜ່ານການຫຼິ້ນທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດໂຈະການຮຽນ-ການສອນ ຊົ່ວຄາວແຕ່ວັນທີ 17 ມີນາ ເຖິງວັນທີ 21 ເມສາ 2020 ສໍາລັບຊັ້ນປະຖົມສຶກສາ ກໍໃຫ້ໂຈະການຮຽນຊົ່ວຄາວເຊັ່ນດຽວກັນ ນັບແຕ່ວັນທີ 19 ມີນາ ຫາ 21ເມສາ 2020 ພ້ອມໃຫ້ຄູແນະນໍາວຽກບ້ານໃຫ້ນັກຮຽນຕາມຄວາມເໝາະສົມ. ນອກຈາກນັ້ນ, ໃຫ້ດໍາເນີນການຮຽນ-ການສອນປົກກະຕິ.

ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີທິດຊີ້ນໍາຂອງລັດຖະບານເພີ່ມເຕີມ.