ບາງບົດຮຽນດີໆຈາກ 3 ນ້ອງນັກຮຽນເກັ່ງໂຮງຮຽນ ມສ ສະຫວັນ

221

ສະບາຍດີມື້ນີ້ຜູ້ຂຽນຈະນຳເອົາບົດຮຽນດີໆຂອງ 3 ນັກຮຽນເກັ່ງ ຈາກໂຮງຮຽນມັດທະຍົມສົມບູນສະຫວັນ ( ມສ ສະຫວັນ ) ແຂວງສະຫວັນນະເຂດ ເຊິ່ງແຕ່ລະນ້ອງແມ່ນມີຜົນການຮຽນດີເດັ່ນບໍ່ວ່າຕອນຮຽນ, ຕອນສອບເສັງ ແລະ ເຮັດກິດຈະກຳຕ່າງໆ ໂດຍສະເພາະແມ່ນການສອບເສັງພາກຮຽນທີ 1 ສາມາດຍາດໄດ້ຄະແນນສະເລ່ຍ 9,00 ຂຶ້ນໄປ ແລະ ແຕ່ລະວິຊາຄະແນນບໍ່ຫຼຸດ 8.

ມາເບິ່ງນຳກັນວ່າທັງ 3 ນ້ອງມີວິທີການສຶກສາຮ່ຳຮຽນຄືແນວໃດ ຈຶ່ງສາມາດຍາດໄດ້ຄະແນນດີເດັ່ນ ແລະ ເປັນນັກຮຽນເກັ່ງຂອງໂຮງຮຽນໄດ້.

ນາງ ສີດາ ອຸພະສັກດາ ຮຽນຊັ້ນ     ມ 7/1 E ໂຮງຮຽນ ມສ ສະຫວັນ ສອບເສັງພາກຮຽນທີ 1 ໄດ້ຄະແນນສະເລ່ຍ 9,08 ໃຫ້ສຳພາດວ່າ: ກ່ອນທີ່ນ້ອງຈະເປັນນັກຮຽນດີ – ຮຽນເກັ່ງໄດ້ໃນມື້ນີ້ ກໍຍ້ອນວ່ານ້ອງໄດ້ຕັ້ງໃຈສຶກສາຮ່ຳຮຽນທຳຄວາມເຂົ້າໃຈກັບບົດຮຽນທີ່ຮຽນໃນບົດນັ້ນໆ ແລະ ບາງບົດກໍອາດຈະສຶກສາກ່ອນ ຖ້າມີໂຕໃດບໍ່ເຂົ້າໃຈນ້ອງຈະຄົ້ນຄວ້າເບິ່ງທັງໃນປຶ້ມ ແລະ ໃນອິນເຕີເນັດ ຫຼື ບາງເທື່ອນ້ອງກໍຈົດໄວ້ຖາມອາຈານນອກຈາກຮຽນຢູ່ໃນໂຮງຮຽນແລ້ວ ພາຍຫຼັງກັບເຮືອນນ້ອງຈະຊ່ວຍວຽກພໍ່ແມ່ ແລະ ກິນເຂົ້າແລງແລ້ວນ້ອງຈະແກ້ວຽກບ້ານທີ່ອາຈານໄດ້ມອບໝາຍໃຫ້ແລ້ວກ່ອນ. ຈາກນັ້ນ, ນ້ອງກໍຈະທົບທວນບົດຮຽນ ແລະ ແກ້ບົດຝຶກຫັດສຳລັບວິຊາຄິດໄລ່ ຈຶ່ງເຮັດໃຫ້ນ້ອງກາຍເປັນນັກຮຽນເກັ່ງ.

ນາງ ສີດາ ໃຫ້ຮູ້ອີກວ່າ: ໄລຍະຜ່ານມານ້ອງເຄີຍເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດຊັ້ນ ປ 5 ວິຊາຄະນິດສາດ ໄດ້ອັນດັນທີ 3 ແລະ ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດຊັ້ນ  ມ 4 ວິຊາຟີຊິກສາດ ໄດ້ອັນດັບທີ 6 ແລະ ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງລະດັບແຂວງຊັ້ນ ມ 7 ວິຊາຟີຊິກສາດ ໄດ້ອັນດັບທີ 3. ນອກຈາກນີ້ນ້ອງຍັງໄດ້ເຂົ້າຮ່ວມແຂ່ງຂັນ Microsoft Office Specialist ສາຍ Excel ລະດັບໂລກ ແລະ ເຂົ້າຮ່ວມແຂ່ງຂັນຕອບ – ຖາມຄຳຖາມອາຊຽນລະດັບຊາດນຳອີກ.

ທ້າວ ສະຖາພອນ ສາຍຫາດສອງຄອນ ຮຽນຊັ້ນ ມ 7/2 E ກ່າວວ່າ: ນ້ອງຮູ້ສຶກດີໃຈຫຼາຍທີ່ຕົນເອງສາມາດສອບເສັງພາກຮຽນທີ 1 ສາມາດຍາດໄດ້ອັນດັບທີ 1 ຄະແນນສະເລ່ຍ 9,08 ແລະ ຜົນການຮຽນພາຍໃນໂຮງຮຽນ ນ້ອງສາມາດຍາດໄດ້ອັນດັບທີ 1 ທຸກໆເດືອນ. ນອກຈາກນີ້, ໃນໄລຍະຜ່ານມານ້ອງກໍເຄີຍເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງ ເຊັ່ນ: ຊັ້ນ ປ 5 ແລະ ມ 4 ໄດ້ເຂົ້າຮ່ວມເສັງນັກຮຽນເກັ່ງລະດັບເມືອງ ແລະ ມ 7 ກໍໄດ້ເສັງນັກຮຽນເກັ່ງລະດັບແຂວງວິຊາຄະນິດສາດ.

ສ່ວນເຕັກນິກການຮຽນເກັ່ງຂອງນ້ອງກໍຮຽນປົກກະຕິທົ່ວໄປ ແຕ່ສິ່ງສຳຄັນເວລາຮຽນນ້ອງຈະຕັ້ງໃຈຟັງຄູອະທິບາຍ ຖ້າບໍ່ເຂົ້າໃຈກໍຈະຍົກມືຖາມຄູໃນຕອນນັ້ນເລີຍ ເພື່ອໃຫ້ເຂົ້າໃຈບົດຮຽນນັ້ນຢ່າງຈະແຈ້ງ ເພາະວ່າຖ້າເຮົາເຂົ້າໃຈບົດຮຽນນັ້ນໆແລ້ວເຮົາຈະຈື່ຈຳໄດ້ດີ. ນອກຈາກນີ້, ຖ້າມີວຽກບ້ານທີ່ອາຈານມອບໃຫ້ກໍຈະແກ້ໃຫ້ແລ້ວ ແລະ ສົ່ງຕາມເວລາທີ່ອາຈານໄດ້ກຳນົດໄວ້. ສິ່ງສຳຄັນເວລາໃກ້ຈະເສັງກໍທົບທວນບົດຮຽນຄືນອີກເທື່ອໜຶ່ງ ເພື່ອເຮັດໃຫ້ເຮົາເຂົ້າໃຈ ແລະ ຈື່ຈຳບົດຮຽນໄດ້ດີ ກໍຈະເຮັດໃຫ້ງ່າຍຕໍ່ການສອບເສັງ ພ້ອມທັງສາມາດຍາດໄດ້ຄະແນນດີອີກດ້ວຍ.

ນາງ ໂພມະນີ ວົງໄຊ ຮຽນຢູ່ຫ້ອງ    ມ 7/1 E ໃຫ້ຮູ້ວ່າ: ຜ່ານການສອບເສັງພາກຮຽນທີ 1 ນ້ອງສາມາດຍາດໄດ້ຄະແນນສະເລ່ຍ 9,51 ແລະ ທຸກວິຊາຄະແນນບໍ່ຫຼຸດ 8 ແລະ ຜົນການຮຽນກໍສາມາດຍາດໄດ້ອັນດັບທີ 1 ທຸກໆເດືອນ ແລະ ນ້ອງຍັງຖືກຄັດເລືອກເປັນຕົວແທນນັກຮຽນເກັ່ງຊັ້ນ ມ 7 ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງວິຊາພາສາລາວ – ວັນນະຄະດີ ສາມາດຍາດໄດ້ອັນດັບທີ 2 ຂັ້ນແຂວງນຳອີກ. ສຳລັບວິທີການຮຽນເກັ່ງຂອງນ້ອງ ແມ່ນນອກຈາກຮຽນນຳຄູ – ອາຈານຢູ່ພາຍໃນໂຮງຮຽນແລ້ວ ນ້ອງໄດ້ໄປຮຽນເພີ່ມທຸກໆຕອນແລງ ຫຼັງຈາກກັບເມືອເຮືອນກິນເຂົ້າອາບນໍ້າແລ້ວ ກໍເບິ່ງບົດຮຽນທີ່ຈະຮຽນໃນມື້ຕໍ່ໄປ ແລະ ວັນເສົາ – ອາທິດ ນ້ອງກໍໄດ້ໄປຮຽນເພີ່ມຕາມວິຊາຫຼັກ ເຊັ່ນ: ວິຊາຄະນິດສາດ, ເຄມີສາດ, ຟີຊິກສາດນຳອີກ.

ສຸດທ້າຍ 3 ນ້ອງນັກຮຽນເກັ່ງຈາກໂຮງຮຽນ ມສ ສະຫວັນ ໄດ້ຝາກເຖິງບັນດາໝູ່ເພື່ອນ ແລະ ນ້ອງໆນັກຮຽນໝົດທຸກຄົນທີ່ຢາກເປັນນັກຮຽນດີ – ນັກຮຽນເກັ່ງ ຕ້ອງມີຄວາມດຸໝັ່ນ ອົດທົນ ບໍ່ກຽດຄ້ານ ຕັ້ງໃຈຮຽນ, ໝັ່ນແກ້ບົດຝຶກຫັດ ທົບທວນບົດຮຽນຄືນ ແລະ ອີກຢ່າງທຸກຄົນຕ້ອງມີເປົ້າໝາຍຂອງຕົນເອງວ່າຮຽນເພື່ອຫຍັງ? ຈົບມາຢາກຈະໄປເຮັດຫຍັງ? ເພາະວ່າຖ້າເຮົາຮຽນໄປຊື່ໆບໍ່ມີການວາງແຜນອະນາຄົດກໍຈະໄປເຖິງເປົ້າໝາຍໄດ້ຊ້າ ກວ່າ ຫຼື ອາດຈະລົ້ມເລີກກາງທາງ. ສະນັ້ນ, ທຸກຄົນຕ້ອງມີເປົ້າໝາຍ ແລະ ຕັ້ງໃຈສຶກສາຮໍ່າຮຽນ ເຊື່ອວ່າຖ້າເຮົາຕັ້ງໃຈກໍຈະກາຍເປັນຄົນເກັ່ງໄດ້ ແລະ ໄປເຖິງຄວາມວາດຫວັງໄວ້.
( ຂ່າວ: ແກ້ວ )