ການຊ່ວຍເຫຼືອຈາກລາວຍັງທະຍອຍສູ່ ສປ ຈີນ ຊຸດນີ້ມອບ 2,6 ຕື້ກວ່າກີບ

141

ສປປ ລາວ ແລະ ສປ ຈີນ ເປັນປະເທດເພື່ອມິດຍຸດທະສາດ ເມື່ອປະເທດໜຶ່ງລຳບາກອີກຝ່າຍກໍ່ຕ້ອງສົ່ງກຳລັງໃຈໃຫ້ ເປັນເລື່ອງທຳມະດາ ດັ່ງປະຈຸບັນທີ່ ສປ ຈີນກຳລັງປະເຊີນກັບການລະບາດຂອງໄວຣັສຮ້າຍປະເທດເຮົາຈິ່ງລະດົມການຊ່ວຍເຫຼືອທະຍອຍສົ່ງໃຫ້ຕາມກຳລັງທີ່ມີ ເພື່ອປະກອບສ່ວນເຂົ້າໃນການຊື້ອຸປະກອນການແພດ ແລະ ນໍາໃຊ້ເຂົ້າໃນວຽກງານການ​​ຕ້ານ ​ແລະ​ ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ພະ​ຍາດດັ່ງກ່າວ.

ພາບປະກອບ

ໃນວັນທີ 25 ກຸມພາ 2020 ຜ່ານມາ ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ມີພີທີມອບເງິນຊ່ວຍເຫຼືອໃຫ້ກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ຕາງໜ້າມອບໂດຍ ທ່ານ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງການ ກະຊວງປ້ອງກັນປະເທດລາວ ແລະ ຕາງໜ້າຮັບໂດຍທ່ານ ເສີນຢົງຈິ່ງ ທີ່ປຶກສາການ​ທະ​ຫານຈີນ ປະຈໍາລາວ, ໂດຍ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ທ່ານ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ ຈ່ຽງຈ່າຍຕົງ ເອກອັກຄະລັດຖະທູດຈີນປະຈໍາ ລາວ ພ້ອມດ້ວຍຄະນະນໍາທັງສອງຝ່າຍເຂົ້າຮ່ວມ.

ໃນການຊ່ວຍເຫຼືອຄັ້ງນີ້ ປະກອບດ້ວຍເງິນຈໍານວນ 2,6 ຕື້ກວ່າກີບເພື່ອຊ່ວຍເຫຼືອກະຊວງປ້ອງກັນປະເທດຈີນໃນການຊື້ອຸປະກອນການແພດ ແລະວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ ສປ ຈີນ.

ພາບປະກອບ

ໂອກາດນີ້, ທ່ານ ພູວົງ ວົງພົມ ໄດ້ຕາງໜ້າກະຊວງ ປກຊ ກໍຄືກອງທັບປະຊາຊົນລາວ ສະແດງຄວາມຊົມເຊີຍຕໍ່ພັກ,ລັດ ກໍຄືກອງທັບຈີນ ໄດ້ນຳໃຊ້ມາດຕະການ ທີ່ຮອບດ້ານ, ເດັດຂາດແລະມີປະສິດທິພາບ ເພື່ອຄວບຄຸມພະຍາດ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​.

ການຊ່ວຍເຫຼືອຄັ້ງນີ້ ແມ່ນເພື່ອສະໜັບສະໜູນກອງ ທັບຈີນສືບຕໍ່ຄວບຄຸມ ແລະສະກັດກັ້ນພະຍາດດັ່ງກ່າວ. ນອກນີ້ຍັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນຖານຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນ ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນຮ່ວມກັນ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈ ມິດຕະພາບການຊ່ວຍເຫຼືອເຊິ່ງກັນ ແລະກັນຂອງກອງທັບລາວທີ່ມີຕໍ່ກອງທັບ ຈີນ.

ຝ່າຍລາວຍັງເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳ-ນຳພາທີ່ເຂັ້ມແຂງຂອງພັກ ແລະລັດຖະບານຈີນ, ປະຊາຊົນຈີນອ້າຍນ້ອງຈະໄດ້ຜ່ານພົ້ນຈາກພະຍາດດັ່ງກ່າວ ແລະຟື້ນຟູການດຳລົງຊີວິດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ພາບປະກອບ

ທ່ານ ຈ່ຽງ ຈ່າຍຕົງ ໄດ້ສະແດງຄວາມຂອບອົກຂອບໃຈທີ່ກະຊວງ ປກຊ ບໍລິຈາກເງິນຊ່ວຍເຫຼືອ ກະຊວງ ປກຊ ຈີນ, ທ່ານກ່າວວ່າ: ຫວ່າງບໍ່ດົນມານີ້, ລາວໄດ້ຈັດກອງປະຊຸມລັດຖະມົນຕີຕ່າງປະເທດສະໄໝພິເສດກ່ຽວກັບ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ ແລະໄດ້ມອບເງິນໃຫ້ແກ່ລັດຖະບານຈີນ ແລະ ມື້ນີ້ຍັງ ຈັດພິທີມອບເງິນໃຫ້ກອງທັບຈີນອີກດ້ວຍ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງນໍ້າໃຈມິດຕະພາບ ຂອງປະຊາຊົນລາວທີ່ມີຕໍ່ປະຊາຊົນຈີນ, ທັງໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈຂອງຄູ່ຮ່ວມ ຊະຕາກໍາຈີນ-ລາວອີກດ້ວຍ. ດັ່ງນັ້ນ, ຈີນຈະນຳເອົາມິດຕະພາບອັນຈົບງາມນີ້ ໃຫ້ກາຍເປັນພະລັງແຮງໃນການຊຸກຍູ້ການສ້າງຄູ່ຮ່ວມຊະຕາກໍາຈີນ-ລາວຮ່ວມກັນ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດໃຫ້ຫຼາຍກວ່າເກົ່າ.

ທີ່ມາ: CRI